ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ

06:55 | 02/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຄົນໃໝ່ຢັ້​ງ​ຢືນ​ວ່າ: ບັນດາທ້ອງຖິ່ນຂອງ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ ກວ່າອີກ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ
ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ
ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ (ພາບ: TTXVN)

ຕາມທ່ານ Timur Sadykov ແລ້ວ, ສະຫະພັນ ລັດເຊຍ ໄດ້ກຳນົດສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ແມ່ນປັດໄຈສຳຄັນໃນສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາທ​້ອງ​ຖິ່ນທາງພາກໃຕ້ຂອງ ຫວຽດນາມ.

ສາຍພົວພັນການຮ່ວມມືແຮກສ່ຽວ ລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Saint Peterburg ແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ສາຍພົວພັນການຮ່ວມມືລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ແລະ ຫວຽດນາມ. ທ່ານ Timur Sadykov ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນ ລະຫວ່າງທ້ອງຖິ່ນ ສະຫະພັນ ລັດເຊຍ ກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ; ຕັ້ງໜ້າປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ໃຫ້ນັບມື້ນັບດີຂຶ້ນ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.