ຫວຽດນາມ-ລາວ ສົມທົບກັນຢ່າວແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸ ພາກພື້ນແມ່ນໍ້າຂອງ

11:22 | 31/12/2021

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການ ຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນ ຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 8.

ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ
ຫວຽດນາມ-ລາວ ເພີ່ມທະວີແລກປ່ຽນໃນວຽກງານກໍາມະບານ ຫວຽດນາມ-ລາວ ເພີ່ມທະວີແລກປ່ຽນໃນວຽກງານກໍາມະບານ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາວ່າ ໃນໄລຍະຜ່ານມາເຖິງວ່າ ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ສາຍພົວພັນ ມິດຕະພາບລະຫວ່າງຫວຽດນາມ-ລາວ ຍັງຮັກສາທ່າພັດທະນາໃນທຸກຂົງເຂດ. ລັດຖະມົນຕີສອງທ່ານເຫັນດີສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽ ວຂ້ອງຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືສອງຝ່າຍສະບັບ ຕ່າງໆ, ໝາກຜົນບັນດາການຢ້ຽມຢາມຂັ້ນສູງຂອງສອງປະເທດ; ຕັ້ງໜ້າສົມ ທົບກັນກະກຽມໃຫ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາ ກົນໄກຮ່ວມມືສຳຄັນລະຫວ່າງສອງປະເທດ ແລະ ການເຄື່ອນໄຫວສະເຫຼີມ ສະຫຼອງ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ 2022” ໃຫ້ເປັນຢ່າງດີ.

ຫວຽດນາມ-ລາວ ສົມທົບກັນຢ່າວແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸ ພາກພື້ນແມ່ນໍ້າຂອງ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ພາບ: TTXVN

ລັດຖະມົນຕີສອງທ່ານກໍ່ແຈ້ງໃຫ້ກັນຊາບກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ພ້ອມກັນນັ້ນ ກໍແບ່ງປັນທັດສະນະ, ຕີລາຄາຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈ. ສອງຝ່າຍຍົກສູງການເຄົາລົບກົດໝາຍສາກົນ, ເນັ້ນໜັກເຖິງບົດ ບາດໃຈກາງຂອງອາຊຽນ ໃນໂຄງສ້າງພາກພື້ນ; ເຫັນດີສືບຕໍ່ສົມທົບກັນຢ່າງ ແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ໃນນັ້ນມີການຮັກສາ ຫຼັກໝັ້ນລວມຂອງອາຊຽນ ໃນບັນຫາທະເລຕາເວັນອອກ; ເປັນເຈົ້າການ ແລະ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນຢູ່ທຸກ ຊ່ອງທາງ ແລະ ທຸກຂັ້ນ, ປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງແຕ່ລະປະເທດ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ຢືນຢັນວ່າ ລາວ ຈະສະໜັບສະໜູນ ຫວຽດນາມ ລົງສະໝັກເລືອກຕັ້ງເຂົ້າສະພາສິດ ທິມະນຸດ ອາຍຸການ 2023 – 2025; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນ ໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ຄື ການຮ່ວມມືເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV), ການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນ້ຳ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ (ACMECS)…

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.