ວຽກງານຈຸດສຸມຈໍານວນໜຶ່ງໃນປີ 2022 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ດັກລັກ

16:30 | 30/12/2021

ຍສໝ - ຫວ່າງແລ້ວນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ແຂວງ ດັກລັກ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວໃນປີ 2021 ແລະ ຜັນຂະຫຍາຍວຽກງານໃນປີ 2022.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ 33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ
undefined
ບັນຍາກາດທີ່ກອງປະຊຸມ

ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງ ດັກລັກ ມີສະມາຊິກທັງໝົດ 2.098 ຄົນ. ປີ 2021, ສະມາຄົມໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລະຫວ່າງ ແຂວງ ດັກລັກ ແລະ ບັນດາແຂວງພາກໃຕ້ລາວ.

ຄະນະປະຈຳສະມາຄົມແຂວງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ ທີ່ໄດ້ຈັດໂດຍ ມະຫາວິທະຍາໄລ ໄຕງວຽນ ແລະ ໂຮງຮຽນສາມັນຊົນເຜົ່າກິນນອນ ໄຕງວຽນ; ສົມທົບກັບແຂວງເຊກອງ ປະຕິບັດລະບຽບການເຂົ້າອອກເມືອງ, ສະໜອງທຶນໃຫ້ນັກສຶກສາ 2 ແຂວງ ດັກລັກ ໄປຮຽນພາສາລາວ ຢູ່ແຂວງຈຳປາສັກ; ສົມທົບມອບຂອງຂວັນ 5 ພູດ ໃຫ້ແກ່ບັນດາຄອບຄົວຄົນຫວຽດນາມ ທີ່ມີເຊື້ອສາຍລາວ ອາໄສຢູ່ເມືອງບວນໂດນ; ມອບຂອງຂວັນ 29 ພູດໃຫ້ແກ່ນັກຮຽນ, ນັກສຶກສາທີ່ຮຽນຢູ່ມະຫາວິທະຍາໄລ ໄຕງວຽນ ແລະ ໂຮງຮຽນສາມັນຊົນເຜົ່າກິນນອນ ໄຕງວຽນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ...

ບັນດາຮາກຖານສະມາຄົມໄດ້ໂຄສະນາເຜີຍແຜ່, ລະດົມສະມາຊິກເພື່ອຍູ້ແຮງການຜະລິດ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ; ກໍ່ສ້າງ ແລະ ນຳໃຊ້ກອງທຶນສະມາຄົມບັນດາຂັ້ນຢ່າງມີປະສິດທິຜົນ; ລະດົມສະມາຊິກເຂົ້າຮ່ວມການເຄື່ອນໄຫວ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳ”...

ກອງປະຊຸມໄດ້ວາງອອກບັນດາໜ້າທີ່ຈຸດສຸມເພື່ອຜັນຂະຫຍາຍປະຕິບັດໃນປີ 2022, ລວມມີ: ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນໃນສະພາບການໃໝ່; ຮັກສາການພົວພັນກັບສະມາຄົມມິດຕະພາບລາວ-ຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ; ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ…

ໄຊພອນ

ເຫດການ
302 Found

Found

The document has moved here.