ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ

10:26 | 30/12/2021

ຍສໝ - ຫວ່າງແລ້ວນີ້, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນດ້ວຍຫົວຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາ ຢູ່ຫວຽດນາມ ແລະລາວ”.

ຫວຽດນາມ-ລາວ ເພີ່ມທະວີແລກປ່ຽນໃນວຽກງານກໍາມະບານ ຫວຽດນາມ-ລາວ ເພີ່ມທະວີແລກປ່ຽນໃນວຽກງານກໍາມະບານ
ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ

ທ່ານ ສຈ. ປອ. ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ປະທານສະພາ ທິດສະດີສູນກາງ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ທ່ານ ປອ. ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ ເປັນປະທານກອງປະຊຸມຢູ່ບັນດາສະຖານທີ່ເຊື່ອມຕໍ່ທາງໄກ.

ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ
ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ. ພາບ: nhandan.vn

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ປອ. ຄໍາພັນ ເຜີຍຍະວົງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາຂົງເຂດເສດຖະກິດ, ວັດທະນະທໍາ, ສັງຄົມຂອງລາວ ມີບາດ ກ້າວພັດທະນາພໍສົມຄວນ; ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບ ໄດ້ຮັບການປົວແປງ ແລະຍົກສູງຂຶ້ນ. ພັກ ແລະລັດຖະບານລາວ ກໍາລັງ ສຸມໃສ່ພັດທະນາຊົນນະບົດ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແນໃສ່ສ້າງການຫັນປ່ຽນຢ່າງລະອຽດ. ໃນນັ້ນ ພັກ, ລັດຖະບານ ໄດ້ຖືເປັນ ສໍາຄັນບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່ ແລະພັດທະນາ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ, ສີສັນຂອງຊາດ; ພັດ ທະນາແຫຼ່ງຊັບພະຍາກອນມະນຸດ. ນີ້ແມ່ນເປົ້າໝາຍສໍາຄັນໃນນະໂຍບາຍ ພັດທະນາເສດຖະກິດ-ສັງຄົມ, ແມ່ນປັດໄຈທີ່ສໍາຄັນເພື່ອຫັນປ່ຽນໂຄງປະກອບ ເສດຖະກິດຂອງປະເທດລາວ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຖັ໊ງ ເນັ້ນໜັກວ່າ ວັດທະນະທໍາ, ມະນຸດ ແມ່ນປັດໄຈສໍາຄັນທີ່ສຸດ, ໄດ້ເຕົ້າໂຮມ ແລະແຜ່ຂະຫຍາຍຢູ່ ສະເໝີໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ...

ໃນການຍູ້ແຮງການຮ່ວມມືເສີມຂະຫຍາຍບົດບາດວັດທະນະທໍາ, ມະນຸດ, ແຫຼ່ງຊັບ ພະຍາກອນມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່ ແລະພັດທະນາຂອງແຕ່ລະ ປະເທດ, ທ່ານ ສຈ. ປອ. ຫງວຽນຊວນຖັ໊ງ ຖືວ່າ ຄວນສຸມໃສ່ປ່ຽນແປງ ໃໝ່ໂດຍພື້ນຖານ, ຮອບດ້ານກ່ຽວກັບການສຶກສາ ແລະກໍ່ສ້າງ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະວິວັດ ການເຊື່ອມໂຍງເຂົ້າກັບສາກົນ. ການຮ່ວມມືພັດທະນາມະນຸດຢ່າງຮອບດ້ານ, ໃນນັ້ນສຸມໃສ່ບໍາລຸງສ້າງຈິດສຳນຶກຊາດ, ຄວາມຮັບຜິດຊອບຂອງພົນລະເມືອງ ໃຫ້ແກ່ຄົນຮຸ່ນໜຸ່ມ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາ, ການຮ່ວມມືປ່ຽນແປງໃໝ່ປະດິດສ້າງກ່ຽວກັບວິທະຍາສາດເຕັກໂນໂລຢີ, ໃນນັ້ນມີທັງການແບ່ງປັນບົດຮຽນໃນການຮັບມືຢ່າງປອດໄພ, ມີໄຫວພິບ, ມີປະສິດທິຜົນ, ຄວບຄຸມ ແລະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປເທື່ອລະກ້າວ...

ບູນມີ

302 Found

Found

The document has moved here.