ຈີນຢຸດຕິການນຳເຂົ້າສິນຄ້າຜ່ານດ່ານຊາຍແດນມອງກ໊າຍ, ບໍ່ຮູ້ມື້ໃດຈະເປີດຄືນ | |
ນັກຮຽນຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ |
![]() |
ການເຈລະຈາແບບທາງໄກ ລະຫວ່າງ ປະທານສານ ປະຊາຊົນສູງສຸດຫວຽດນາມ ກັບ ປະທານສານ ປະຊາຊົນສູງສຸດ ຈີນ (ພາບ: congly.vn) |
ສອງຝ່າຍໄດ້ແລກປ່ຽນ, ແຈ້ງໃຫ້ຫັນຮັບຊາບກ່ຽວກັບໝາກຜົນໃນຂົງເຂດສ້າງກົດໝາຍ, ການປະຕິຮູບດ້ານຕຸລາການ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວພິຈາລະນາ ຂອງສານສອງປະເທດໃຫ້ສຳເລັດ.
ສອງ ຝ່າຍສະແດງຄວາມດີໃຈຕໍ່ຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດແຫ່ງການປ່ຽນແປງໃໝ່ຕຸລາການຂອງແຕ່ລະປະເທດທີ່ບັນລຸໄດ້ໃນການພັດທະນາການຮ່ວມມືດ້ານຕຸລາການ ລະຫວ່າງສອງປະເທດໃນໄລຍະຜ່ານມາ.
ທ່ານປະທານສານປະຊາຊົນສູງສຸດ ຈີນໃຫ້ຮູ້ວ່າ ສານປະຊາຊົນສູງສຸດ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ສານປະຊາຊົນສູງສຸດ ຫວຽດນາມ ເຊື່ອມຊຶມຄວາມຮັບຮູ້ລວມຂອງການນຳພັກສອງລັດ, ສະໜັບສະໜູນເຊິ່ງກັນແລະກັນ, ແລກປ່ຽນບົດຮຽນປະສົບການ, ເພີ່ມທະວີການຮ່ວມມື, ແມ່ນການຮັບປະກັນຄວາມໝັ້ນແກ່ນກ່ຽວກັບດ້ານຕຸລາການໃຫ້ແກ່ພາລະກິດສ້າງສາລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ.
ຜ່ານການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ; ແລກປ່ຽນປະສົບການດ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢູ່ສານ, ກໍ່ສ້າງສານເອເລັກໂຕນິກ; ການຝຶກອົບຮົມດ້ານຕຸລາການ, ໂດຍສະເພາະການຝຶກອົບຮົມຜູ້ພິພາກສາ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງສານທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນສານບັນດາແຂວງຊາຍແດນ.
2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ການສົນທະນາທາງໄກຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສານປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສາຍພົວພັນສາມັກຄີແບບພິເສດ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ. ສອງຝ່າຍເຫັນດີເປັນເອກະພາບຈະຈັດຕັ້ງການຢ້ຽມຢາມເຊິ່ງກັນແລະກັນໃນເວລາທີ່ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.
ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈສານປະຊາຊົນສຸງສຸດຈີນທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດແລະ ສຸດຈິດສຸດໃຈໄລຍະຜ່ານມາ, ພິເສດແມ່ນໄດ້ແບ່ງປັນ, ສະໜອງຂໍ້ມູນຂ່າວສານອັນລ້ຳຄ່າຫຼາຍຢ່າງໂດຍໄວ ແລະ ທັນການກ່ຽວກັບການປະຕິຮູບດ້ານຕຸລາການ, ສານເອເລັກໂຕນິກ, ສານອິນເຕີເນັດ...
ສິ້ນສຸດການເຈລະຈາ, ສອງຝ່າຍຫວັງວ່າ ການພົວພັນຮ່ວມມືດ້ານຕຸລາການລະຫວ່າງສານປະຊາຊົນສອງປະເທດ ຈະນັບມື້ນັບຮັດແໜ້ນ, ມີປະສິດທິຜົນ ແລະ ເຂົ້າສູ່ເລິກເຊິ່ງກວ່າອີກ. ພ້ອມກັນນັ້ນ, ຂ້າພະເຈົ້າກໍປາດຖະໜາວ່າ ຄວາມສາມັກຄີ, ມິດຕະພາບລະຫວ່າງສານປະຊາຊົນສອງປະເທດຈະພັດທະນາຢ່າງໝັ້ນຄົງ.
ບຸນຄົງ