ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO

20:38 | 30/12/2021

ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ນັກຮົບວິທະຍາຄານຕຳຫຼວດປະຊາຊົນຫວຽດນາມ 53 ຄົນ ສະແດງຕີກອງໃນງານບຸນຢູ່ Dubai ນັກຮົບວິທະຍາຄານຕຳຫຼວດປະຊາຊົນຫວຽດນາມ 53 ຄົນ ສະແດງຕີກອງໃນງານບຸນຢູ່ Dubai
undefined
ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ. ພາບ: ຕວນຫວຽດ

ທ່ານປະທານ VUFO ກ່າວວ່າ: “VUFO ແມ່ນກຳລັງຫຼັກແຫຼ່ງຂອງການທູດປະຊາຊົນ ແລະ ຍາມໃດກໍ່ຖື ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນໜ້າທີ່ສຳຄັນໜຶ່ງໃນວຽກງານຂອງ VUFO. VUFO ແລະ ບັນດາອົງການສະມາຊິກຈາກສູນກາງຮອດທ້ອງຖິ່ນ ລ້ວນແຕ່ມີບັນດາການເຄື່ອນໄຫວທີ່ແທດຈິງເພື່ອໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ລະດົມຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດມຸ່ງໄປສູ່ບ້ານເກີດເມືອງນອນ. ໂດຍສະເພາະແມ່ນໃນໄລຍະທີ່ເກີດໂລກລະບາດໂຄວິດ-19, VUFO ທັງໄດ້ໃຫ້ການໜູນຊ່ວຍພໍ່ແມ່ປະຊາຊົນ ທັງລະດົມຂົນຂວາຍພໍ່ແມ່ປະຊາຊົນ ໜູນຊ່ວຍວຽກງານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ພາຍໃນປະເທດ”.

ທ່ານນາງປະທານ VUFO ຫງວຽນເຟືອງງາ ໃຫ້ຮູ້ວ່າ: VUFO ແລະ ບັນດາອົງການສະມາຊິກຈາກສູນກາງຮອດທ້ອງຖິ່ນ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ລະດົມຂົນຂວາຍພໍ່ແມ່ປະຊາຊົນມຸ່ງໄປສູ່ບ້ານເກີດເມືອງນອນ. ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19, VUFO ທັງໄດ້ໃຫ້ການໜູນຊ່ວຍພໍ່ແມ່ປະຊາຊົນ ທັງລະດົມຂົນຂວາຍພໍ່ແມ່ປະຊາຊົນ ໜູນຊ່ວຍວຽກງານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ພາຍໃນປະເທດ.

ທ່ານນາງ ຫງວຽນເຟືອງງາ ແບ່ງປັນວ່າ ກອງປະຊຸມເຊື່ອມຊືມຂໍ້ສະຫຼຸບທີ 12 ກໍ່ແມ່ນໂອກາດເພື່ອໃຫ້ VUFO ຫວນຄືນຄືນກ່ຽວກັບສິ່ງທີ່ໄດ້ເຮັດສໍາເລັດຜົນ ແລະ ສິ່ງທີ່ຍັງບໍ່ທັນໄດ້ເຮັດ, ວາງອອກທິດທາງການເຄື່ອນໄຫວໃນຕໍ່ໜ້າຂອງວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

VUFO ຈະຕັ້ງໜ້າໃນການໃຫ້ກໍາລັງໃຈ, ເພີ່ມທະວີການເຂົ້າຮ່ວມຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນບັນດາການເຄື່ອນໄຫວການທູດປະຊາຊົນ; ປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການດຳເນີນງານຕາມທິດນຳ “ມີໄຫວພິບ, ຫັນເປັນຫຼາກຫຼາຍ”, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການໝູ່ຄະນະທັງສູນກາງ ແລະ ທ້ອງຖິ່ນ ເພື່ອປະຕິບັດບັນດາໜ້າທີ່ຕາມຂໍ້ສະຫຼຸບທີ 12 ໃຫ້ເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.