ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ.

16:30 | 07/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ​ເກິ່ນ​ເທີ ໄດ້​ຮັບ ແລະ ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ນະ​ຄອນ Okayama, ຍີ່​ປຸ່ນ ແລະ ແຂວງ Jeollanamdo, ສ.ເກົາຫຼີ ມອບ​ໃຫ້​ທ້ອງ​ຖິ່ນ.

ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ
ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ
undefined
ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ. ພາບ: vov

ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ເກີນ​ເທີ, ແຂວງ Jeollanamdo ສ.ເກົາຫຼີ​ ໄດ້​ໜູນ​ຊ່ວຍ​ແຜ່ນ​ບັງ​ໜ້າ 10.000 ແຜ່ນ ແລະ ນ​ະ​ຄອນ Okayama, ຍີ່​ປຸ່ນ ໄດ້​ໜູນ​ຊ່ວຍ​ຜ້າ​ອັດ​ປາກ​ດັງ 50.000 ອັນ​ໃຫ້​ແກ່​ນະ​ຄອນ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່​ສະ​ຖານ​ທີ່​ເຊື່ອມ​ຕໍ່​ຂອງ​ຫ້ອງວ່າ​ການ​ຜູ້ຕາງ​ໜ້າ​ແຂວງ Jeollanamdo ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ Jeong Jong Gyun ຫົວ​ໜ້າ​ຫ້ອງ​ການຜູ້​ຕາງ​ໜ້າ​ໃຫ້​ຮູ້​ວ່າ ນະ​ຄອນ​ເກີ່ນ​ເທີ​ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ການ​ພົ​ວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບກັບ​ແຂວງ Jeollanamdo ນັບ​ແຕ່​ປີ 2012 ແລະ ສອງ​ຝ່າຍ​ຍາມ​ໃດ​ກໍ່​ຮັກ​ສາ​ກາ​ນ​ພົວ​ພັນ​ແລກ​ປ່ຽນ, ແບ່ງ​ປັນ​ນ້ຳ​ໃຈ​ມິດ​ຕະ​ພາບຢ່າງ​ຕັ້ງ​ໜ້າ ຈົນ​ຮອດ​ປັດ​ຈຸ​ບັນ. ໂດຍ​ອີງ​ໃສ່​ສິ່ງ​ນັ້ນ, ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຮັບ​ໃຊ້​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຂວງ Jeollanamdo 1,9 ລ້ານ​ຄົນ ທີ່​ຝາກ​ເຖິງ​ປະ​ຊາ​ຊົນເກິນ​ເທີ ແລະ ຫວັງ​ວ່າ ປະ​ຊາ​ຊົນ​ເກີນ​ເທີ​ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ໂດຍ​ພື້ນ​ຖານ.

ໂດຍ​ຕອບ​ສະ​ໜອງ​ນ້ຳ​ໃຈ​ຂອງ​ສອງ​ປະ​ເທດ​ເພື່ອນ​ມິດ, ທ່ານ ເຢືອງ​ເຕິ​ນ​ຮຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກິ່ນ​ເທີ ໃຫ້​ຮູ້​ວ່າ: ບັນ​ດາ​ບ້ວງ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ປະ​ເທດ​ເພື່ອນ​ມິດ ​ບໍ່​ພຽງ​ແຕ່​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຂອງ​ນະ​ຄອນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຈ​ດ້ານ​ຈິດ​ໃຈ​ອັນ​ໃຫຍ່ຫຼວງ​ອີກ​ດ້ວຍ, ຊ່ວຍ​ໃຫ້​ນະ​ຄອນ​ເກີນ​ເທີ ມີ​ເງື່ອນ​ໄຂ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ແລະ ມຸ່ງ​ໄປ​ເຖິງ​ການ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ. ການ​ເຄື່ອນ​ໄຫວນີ້ ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ຂອງ​ບັນ​ດາ​ປະ​ເທດ​ຕໍ່​ຫວຽດ​ນາມ​ເວົ້າ​ລວມ ແລະ ນະ​ຄອນ​ເກີນ​ເທີ​ເວົ້າ​ສະ​ເພາະ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກີນ​ເທີ ໄດ້​ມອບ​ໃຫ້​ພະ​ແນກ​ພົວ​ພັນ​​ຕ່າງ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ນະ​ຄອນ​ປະ​ສານ​ງານ, ນຳ​ໃຊ້​ເຄື່ອງ​ໜູນ​ຊ່ວຍ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ນະ​ຄອນ​ບັນ​ລຸ​ໄດ້​ໝາກ​ຜົນ​ສູງ.

ນັບ​ແຕ່​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ຮອບ​ທີ 4 ມາ​ຮອດ​ປັດ​ຈຸ​ບັນ, ເກີນ​ເທີ ໄດ້​ຮັບ​ບ້ວງ​ໜູນ​ຊ່ວຍ​ດ້ານ​ວັດ​ຖຸ​ລວມ​ມີ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ຊຸດວິ​ໄຈ​ໄວ, ຜ້າ​ອັດ​ປາກ​ດັງ... ຂອງ​ບັນ​ດາ​ປະ​ເທດ​ເພື່ອນ​ດ້ວຍຍອດ​ມູນ​ຄ່າ​ປະ​ມານ 1,7 ຕື້​ດົ່ງ. ໃນ​ນັ້ນ​ການ​ໜູນ​ຊ່ວຍ​ຂອງ​ ນະ​ຄອນ Okayama, ຍີ່​ປຸ່ນ ແລະ ແຂວງ Jeollanamdo, ສ.ເກົາຫຼີ ມີ​ມູນ​ຄ່າ​ປະ​ມານ 470 ລ້ານ​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.