ວາງສີລາລຶກໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ

07:38 | 07/01/2022

ຍສໝ - ທ່ານ​ເຈົ້າ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ​ໂຮຽຮຽນ​ມັດ​ທະ​ຍົມ​ວິ​ຊາ​ຊີບຕົວ​ແບບ​ມິດ​ຕະ​ພາບ​ ລາວ-ຫວຽດ​ນາມແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021 ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021
ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ
ວາງສີລາລຶກໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ
ວາງສີລາລຶກໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ. ພາບ: VOV

ເມື່ອບໍ່ດົນມານີ້, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ, ພາກກາງຂອງລາວ, ໄດ້ຈັດພິທີວາງສີລາລຶກ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລ-ຫວຽດນາມ ທີ່ມີມູນຄ່າ 5 ລ້ານ USD, ເຊິ່ງແມ່ນຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ໄດ້ມອບໃຫ້ຝ່າຍລາວໃນຂອບເຂດການຢ້ຽມຢາມສັນຖະໄມຕີລາວ ຢ່າງເປັນທາງການຂອງ ທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ສິງຫາ 2021.

ເຂົ້າຮ່ວມພິທີມີທ່ານເລຂາຄະນະພັກ, ເຈົ້າແຂວງຄໍາມ່ວນ ວັນໄຊ ພົງສະຫວັນ; ທ່ານທີ່​ປຶກສາ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ນາງ ວູຕູແອວງ; ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານຄະນະກຳມາທິການການຮ່ວມມື ລາວ-ຫວຽດນາມ, ມີຜູ້ຕາງໜ້າບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ຄູອາຈານຂອງໂຮງຮຽນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນຢູ່ພິທີ, ທ່ານ ນາງ ວູຕູແອວງ, ທີ່ປືກສາສະຖານທູດ ຫວຽດນາມປະຈຳ ລາວ, ເນັ້ນໜັກວ່າ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາໃຈໃສ່​ຂອງ​ການ​ນຳ​ສອງ​ພັກ ​ແລະ ສອງ​ລັດ ຕໍ່​ພາລະກິດ​ການ​ສຶກສາ ​ແລະ ພັດທະນາແຫຼ່ງ​ຊັບພະຍາກອນ​ມະນຸດ​ຂອງ​ລາວ​ເວົ້າ​ລວມ ​ແລະ ​ແຂວງ​ຄຳ​ມ່ວນເວົ້າ​ສະ​ເພາະ; ຢືນຢັນ​ວ່າ ຂອງຂວັນ​ເຖິງ​ວ່າ​ບໍ່​ໃຫຍ່​ກໍ່ຕາມ ​ແຕ່​ມີ​ຄວາມ​ໝາຍອັນ​ເລິກ​ເຊິ່ງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນ ແລະ ຄວາມ​ຫວັງ​ຂອງ​ການ​ນຳ​ພັກ, ລັດ ຫວຽດນາມ ເວົ້າ​ລວມ ​ແລະ ຂອງ ທ່ານ ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ເວົ້າ​ສະ​ເພາະ​ ຕໍ່ຄົນລຸ້ນໜຸ່ມ​ຂອງລາວ, ຫວັງວ່າຄົນລຸ້ນໜຸ່ມ​ຂອງລາວ ຈະໄດ້ປະກອບຄວາມຮູ້​ດີ​ທີ່​ສຸດ​ເພື່ອ​ສ້າງສາ​ປະ​ເທດ​ລາວ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ ​ໃຫ້​ໝັ້ນຄົງ​ທະນົງແກ່ນຕະຫຼອດ​ການ.

ທ່ານ ເລຂາຄະນະພັກ, ເຈົ້າແຂວງຄໍາມ່ວນ ວັນໄຊ ພົງສະຫວັນ ໃຫ້ຮູ້ວ່າໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ໄດ້ກໍ່ສ້າງຢູ່ເຂດປູຊະນີຍະສະຖານປະຫວັດສາດ ຕໍ່ໜ້າກັບ ບ້ານຊຽງວ່າງ ເຊິ່ງເປັນສະຖານທີ່ປະທານໂຮ່ຈີມິນ ເຄີຍດຳເນີນການເຄື່ອນໄຫວປະຕິວັດໃນຊຸມປີ 1928-1929 ຂອງສະຕະວັດກ່ອນ, ໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ແມ່ນການສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ນີ້​ແມ່ນ​ໂຄງການ​ສຳຄັນ​ໃນ​ການ​ພັດທະນາ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ແຂວງ​ຄຳ​ມ່ວນ, ພ້ອມ​ກັນ​ນັ້ນ ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ຂອງ​ປີ​ສາມັກຄີ, ​ມິດຕະພາບ​ລາວ - ຫວຽດນາມ, ຫວຽດນາມ - ລາວ 2022; ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ລາວ.

ໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ໄດ້ສ້າງຂຶ້ນໃນເນື້ອທີ່ 3,7 ເຮັກຕາ, ຈະເປັນໂຮງຮຽນແຫ່ງທຳອິດຂອງແຂວງຄໍາມ່ວນ ທີ່ສົມທົບການສອນ ແລະ ຝຶກອົບຮົມວິຊາຊີບ.

ຄາດ​ວ່າ​ພາຍຫຼັງ​ໄດ້​ຈັດ​ການ​ມອບ​ຮັບ​ໃນ​ເດືອນ ທັນວາ 2022, ທາງ​ໂຮງຮຽນ​ຈະ​ຝຶກ​ອົບຮົມວິຊາອາຊີບ 5 ຂະແໜງ ໃຫ້​ນັກຮຽນ​ມັດທະຍົມ​ປາຍ, ຜູ້​ວ່າງ​ງານ, ຜູ້​ທີ່​ຕ້ອງ​ປ່ຽນ​ວຽກ, ​ໂດຍ​ສະ​ເພາະ​ແມ່ນບັນດາແຮງງານ​​ຢູ່​ຕ່າງປະ​ເທດ ທີ່ບໍ່ມີ​ວຽກ​ເຮັດ​ງານ​ທຳ​ແລ້ວຕ້ອງ​ກັບ​ຄືນ​ປະເທດ​ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.