ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ

11:05 | 06/01/2022

ຍສໝ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ ​ໃນ​ແຜນການ​ປະຕິບັດ​ຄຳ​ສັ່ງ​ເລກທີ 25/CT-TTg ລົງ​ວັນ​ທີ 10 ກັນຍາ 2021 ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການຍູ້ແຮງການຈັດຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ວັດທະນະທຳການ​ຕ່າງປະ​ເທດຂອງ​ຫວຽດນາມ ​ໄລຍະ 2022 – 2026 ທີ່​ຫາ​ກໍ່​ໄດ້​ຍົກ​ອອກ​ມາໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ
ຫວຽດນາມ ປະສົບຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ ຫວຽດນາມ ປະສົບຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ

ຈຸດປະສົງ​ຂອງ​ແຜນການ ​ແມ່ນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ວັດທະນະທຳການຕ່າງປະ​ເທດ ​ຂອງ​ຫວຽດນາມ; ​ເພີ່ມ​ທະວີ​ການ​ແລກປ່ຽນ, ຄວາມ​ເຂົ້າ​ໃຈ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ.

ແຜນ​ການ​ໄດ້​ວາງ​ອອກບັນດາ​ກຸ່ມ​ວຽກ​ງານ​ທີ່​ສໍາ​ຄັນ​:

​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ ​ວັດທະນະທຳ​ການຕ່າງປະ​ເທດ​ ໃນ​ການ​ບໍລິການ​ວຽກ​ງານ​ຕ່າງປະ​ເທດ ໂດຍ​ການ​ນຳ​ພັກ ​ແລະ ລັດ ເປັນປະທານ; ຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ແໜງ​ວັດ​ທະ​ນະ​ທຳ​ຢູ່​ຫວຽດ​ນາມ; ພັດທະນາ​ວັດທະນະທຳ​ດີ​ຈີ​ຕອນ, ສຸມ​ໃສ່​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ໝາກຜົນ​ແຫ່ງ​ການ​ປະຕິວັດ​ອຸດສາຫະກຳ​ ຄັ້ງທີ 4 ​ໃນ​ຂົງ​ເຂດ​ວັດທະນະທຳ; ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳການ​ຕ່າງປະ​ເທດ​ ພາຍຫຼັງ​ທີ່​ໂລກລະບາດ​ໂຄ​ວິດ-19 ​ໄດ້​ຮັບ​ການ​ຍູ້​ຖອຍ.

ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ
ພາບປະກອບ

ເພີ່ມ​ທະວີ​ການ​ອະນຸລັກ, ຮັກສາ ​ແລະ ເສີມຂະຫຍາຍຄຸນຄ່າ​ວັດທະນະທຳ, ມະນຸດ​ຂອງ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງປະ​ເທດ​ຊາດ​ຢູ່​ຕ່າງປະ​ເທດ​ ດ້ວຍ​ຮູບ​ການ ​ແລະ ແບບວິທີສະ​ແດງ​ຫຼາຍຮູບຫຼາຍແບບ.

​ເພີ່ມ​ທະວີ​ການ​ມີ​ໜ້າຂອງ​ຫວຽດນາມ ​ໃນ​ບັນດາ​ເຫດການ​ພາກ​ພື້ນ ​ແລະ ສາກົນ​ທີ່​ມີຂອບຂະໜາດໃຫຍ່ ​ຄື: ງານ​ບຸນ​ສິລະ​ປະ​ວັດທະນະທຳ​ສາກົນ, ງານ​ວາງສະ​ແດງ​ໂລກ EXPO, ງານ​ມະຫະກຳກິລາ​ໂອ​ລິ​ມປິກ, ງານ​ກິລາ​ພາກ​ພື້ນ, ທະວີບ ​ແລະ ສາກົນ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ, ງານ​ວາງສະ​ແດງ​ປຶ້ມ​ສາກົນ.

ສືບ​ຕໍ່​ຄົ້ນ​ຄ້ວາ, ຄັດ​ເລືອກຜັນຂະຫຍາຍການລົງທຶນ, ກໍ່ສ້າງ​ສູນ​ວັດທະນະທຳ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ ຄື: ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ລັດ​ເຊຍ ​ແລະ ບາງ​ຂົງ​ເຂດ; ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ເຄື່ອນ​ໄຫວ​ ຂອງ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ສປປ.ລາວ; ຍົກລະດັບການດຳເນີນງານຂອງສູນວັດທະນະທຳ ຫວຽດນາມ ຢູ່ ຝະລັ່ງ; ​ຕິດພັນ​ເຂົ້າ​ກັບ​ວຽກ​ງານ​ວັດທະນະທຳ​ການຕ່າງປະ​ເທດ​ ກັບ​ວຽກ​ງານປະຊາຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ການຕ່າງປະເທດລະດັບ​ຊາດ​ຢູ່ ​ເຂດ​ຊາຍ​ແດນ​ທາງບົກ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ຜ່ານ​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ.

ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ ​ຂອງ​ວຽກ​ງານ​ວັດທະນະທຳການ​ຕ່າງປະ​ເທດ​ ຢູ່​ບັນດາ​ກົນ​ໄກ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ທີ່​ສຳຄັນ​ຄື UNESCO, ອາ​ຊຽນ, ASEM, IFACCA...

ຕັ້ງໜ້າຮັບເອົາ ແລະ ​ເລືອກ​ເຟັ້ນ​ແນະນຳ​ຄຸນຄ່າ​ວັດທະນະທຳຍອດຍິ່ງຂອງມວນ​ມະນຸດ; ​ເປັນ​ເຈົ້າພາບ ​ແລະ ຈັດ​ຕັ້ງ​ບັນດາ​ເຫດການ​ສາກົນ​ທີ່​ມີຂອບຂະໜາດໃຫຍ່ ແລະ ມີ​ຊື່​ສຽງ; ພັດທະນາ​ບັນດາເຄື່ອງໝາຍການຄ້າ festival, ງານ​ບຸນ, ເຫດການທາງດ້ານ​ວັດທະນະທຳ, ສິລະ​ປະ​​ທີ່ມີ​ຄຸນ​ນະພາ​ບ ຂອງຫວຽດນາມ​. ຍູ້​ຖອຍ​ບັນດາ​ຂໍ້​ຈຳກັດ ​ແລະ ຜົນ​ກະທົບ​ທາງ​ລົບ​ ທີ່​ເກີດ​ຈາກ​ດ້ານ​ລົບ​ຂອງ​ໂລກາພິວັດ​ດ້ານ​ວັດທະນະທຳ; ຕໍ່ສູ້ ແລະ ຄັດຄ້ານການຮຽກຮ້ອງທີ່ບໍ່ຖືກຕ້ອງ ແລະ ບິດເບືອນໃນຂົງເຂດວັດທະນະທຳຢ່າງທັນການ.

ຍູ້​ແຮງ​ການ​ໂຄສະນາ​ເຜີຍ​ແຜ່, ​ເຊື່ອມຊຶມ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ວັດທະນະທຳ​ຕ່າງປະ​ເທດ​ໃນ​ທ່າ​ອ່ຽງ​ໂລກາພິວັດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ກໍ່ສ້າງ ​ແລະ ​ປະຕິບັດໃຫ້​ສຳ​ເລັດ​ລະບົບ​ກົດໝາຍ ​ແລະ ນະ​ໂຍບາຍ​ທີ່​ເໝາະ​ສົມ​ກວ່າ; ຍູ້​ແຮງ​ການ​ລົງ​ນາມ ​ແລະ ປະຕິບັດ​ບັນດາ​ສົນທິສັນຍາ ​ແລະ ຂໍ້​ຕົກລົງ​ສາກົນ ​ໃນ​ການ​ຮັບ​ໃຊ້​ວຽກ​ງານ​ວັດທະນະທຳການ​ຕ່າງປະ​ເທດ​ໃນ​ຍຸກ​ໃໝ່…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.