ແຂວງດົ່ງນາຍ ແລະແຂວງຈໍາປາສັກ ລົງນາມຮ່ວມມືໃນຫຼາຍຂົງເຂດ

12:54 | 30/12/2021

ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກໍາມະການປະຊາຊົນແຂວງດົ່ງນາຍ ແລະອໍານາດການປົກຄອງແຂວງຈໍາປາສັກ ໄລຍະ 2022-2026 ຜ່ານລະບົບທາງໄກ. ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີລົງນາມ.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO
undefined
ທ່ານ ກາວຕຽນຢຸ້ງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງດົ່ງນາຍ ແລະແຂວງຈໍາປາສັກ ໄລຍະ 2022-2026. ພາບ: baodongnai.com.vn.

ສອງແຂວງເຫັນດີເປັນເອກະພາບເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືດ້ານກໍ່ສ້າງພັກ ແລະອໍານາດການປົກຄອງທ້ອງຖີ່ນ, ສາທາລະນະສຸກ, ການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນດ້ານວັດທະນະທໍາ... ສອງຝ່າຍຈະຈັດຕັ້ງລາຍການແລກປ່ຽນລັດຖະກອນໄປຮຽນພາສາລາວ, ພາສາຫວຽດນາມ ຫຼື ຂະແໜງການຕ່າງໆ; ຈັດຕັ້ງບັນດາຄະນະສົ່ງເສີມການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງຝ່າຍຊອກຮູ້, ພັດທະນາຕະຫຼາດ... ຕາມການນໍາແຂວງດົ່ງນາຍ ແລ້ວ, ເລື່ອງສອງແຂວງສືບຕໍ່ລົງນາມບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ຈະປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ແຂວງດົ່ງນາຍ ແລະແຂວງຈໍາປາສັກ ເວົ້າສະເພາະ ເລິກເຊິ່ງກວ່າອີກ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.