ສາມຈຸດປ່ຽນແປງໃໝ່ທີ່ພົ້ນເດັ່ນຂອງ VUFO ໃນວຽກງານການເຄື່ອນໄຫວ ໃນປີ 2021

16:51 | 02/01/2022

ຍສໝ - ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2021 ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ໃນ​ປີ 2022 (ວັນທີ 29 ທັນວາ 2021), ທ່ານນາງ​ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບຫວຽດນາມ ຫງວຽນ​ເຟືອງ​ງາ ​ໄດ້​ກ່າວ​ເຖິງ 3 ຈຸດ​ປ່ຽນ ແປງໃໝ່ທີ່​ດີ​ເດັ່ນ​ຂອງ​ໜ່ວຍ​ງານ ​ຄື: ປ່ຽນ​ໃໝ່​ແນວ​ຄິດ, ຄວາມ​ຮັບ​ຮູ້; ປັບປຸງກົງຈັກ​, ກໍ່​ສ້າງ ​ແລະ ບຳລຸງ​ພະນັກງານ; ຍົກສູງຄຸນນະພາບ ວຽກງານໃນແຕ່ລະກິດຈະກໍາ.

ບັນດາເສດຖີຫວຽດນາມມີຕື່ມເກືອບ 3 ຕື້ USD ໃນປີ 2021 ບັນດາເສດຖີຫວຽດນາມມີຕື່ມເກືອບ 3 ຕື້ USD ໃນປີ 2021
VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021 VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021

ທ່ານນາງ​ປະທານ ຫງວຽນ​ເຟືອງ​ງາ ​ໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ຜົນງານ​ຂອງ VUFO ​ໃນ​ປີ 2021 ​ເຖິງ​ວ່າ​ຈະ​ປະສົບ​ກັບ​ສະພາບ​ການ​ພະຍາດ​ໂຄ​ວິດ-19 ກໍ່ຕາມ; ພ້ອມ​ກັນ​ນັ້ນ ກໍ່​ເນັ້ນ​ໜັກ 3 ​ເນື້ອ​ໃນ​ຄື:

ສາມຈຸດປ່ຽນແປງໃໝ່ທີ່ພົ້ນເດັ່ນຂອງ VUFO ໃນວຽກງານການເຄື່ອນໄຫວ ໃນປີ 2021
ທ່ານນາງ​ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບຫວຽດນາມ ຫງວຽນ​ເຟືອງ​ງາ.

ທີໜຶ່ງ, VUFO ສືບຕໍ່ປ່ຽນແປງໃໝ່ແນວຄິດ, ວິທີເຂົ້າເຖິງເນື້ອຫາ, ຮູບແບບ ການເຄື່ອນໄຫວ ແລະ ເປັນເຈົ້າການ, ປັບຕົວເຂົ້າກັບພະຍາດໂຄວິດ-19, ເຮັດວຽກທາງອອນໄລ ສົມທົບກັບໂດຍກົງ. ຄຸນ​ນະພາ​ບຂອງ​ວຽກ​ງານພົວພັນ ຕ່າງປະເທດ ກໍ່ຄືວຽກງານຈັດຕັ້ງ, ກໍ່ສ້າງ​ພາຍໃນລ້ວນແຕ່ໄດ້​ຮັບ​ການ​ຍົກສູງ.

ທີສອງ​ແມ່ນ​ສ້າງ​ກົງຈັກ​, ກໍ່​ສ້າງ ​ແລະ ບຳລຸງ​​ພະນັກງານ ​ໂດຍ​ຜ່ານ​ບັນດາ​ຊຸດກໍ່ສ້າງ, ຊຸດ​ຝຶກອົບຮົມ, ກອງ​ປະຊຸມ​ຂອງ​ແຕ່ລະ​ຄະນະ, ຫົວໜ່ວຍ, ​ແຕ່​ລະ​ບົດ​ລາຍ​ງານ, ບົດ​ຂຽນ...

ທີ​ສາມ, ວຽກງານພົວພັນຕ່າງປະເທດ​ປະຊາຊົນ​ໃນ​ປີ 2021 ​ໄດ້​ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ແຕ່ລະ​ຂົງເຂດການເຄື່ອນໄຫວ...

ສາມຈຸດປ່ຽນແປງໃໝ່ທີ່ພົ້ນເດັ່ນຂອງ VUFO ໃນວຽກງານການເຄື່ອນໄຫວ ໃນປີ 2021
ບັນຍາກາດທີ່​ກອງ​ປະຊຸມ.

ໃນປີ 2022, VUFO ຈະສຸມໃສ່ປະຕິບັດບັນດາເປົ້າໝາຍຈຸດສຸມ ຄື: ກໍ່ສ້າງ ແລະ ປັບປຸງລະບົບແຕ່ສູນກາງລົງຮອດທ້ອງຖິ່ນຕາມທິດເປັນເອກະພາບ, ມີປະສິດທິ ພາບ, ມີປະສິດທິຜົນ; ສືບ​ຕໍ່​ປ່ຽນແປງໃໝ່ແນວຄິດ, ວິທີ​ການ​ທັງ​ດ້ານ​ເນື້ອ​ໃນ ​ແລະ ວິທີ​ການເຄື່ອນໄຫວ​ຢ່າງ​ແຮງ; ຫັນບັນດາຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ນໍາການພົວພັນເຂົ້າສູ່ລວງເລິກ; ເພີ່ມທະວີການເຊື່ອມຕໍ່ຂໍ້ມູນຂ່າວສານກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ; ເພີ່ມທະວີວຽກງານຄົ້ນຄວ້າ ແລະ ຄາດຄະເນ; ສືບ​ຕໍ່​ກວດກາ​ຄືນ, ຈັດ​ສັນ, ​ປັບປຸງ ​ແລະ ພັດທະນາ​ບັນດາ​ອົງການ​ສະມາຊິກ; ຍົກ​ສູງກໍາລັງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ, ເສີມຂະຍາຍ ​ແລະ ສົມທົບກັບທຸກກໍາລັງ...

ບູນມີ

302 Found

Found

The document has moved here.