ບັນດາວິສາຫະກິດ ເຂດ Hokuriku (ຍີ່ປຸ່ນ) ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ

07:18 | 05/01/2022

ຍສໝ - ບັນດາ​ວິ​ສາ​ຫະກິດ​ຢູ່​ເຂດ Hokuriku ຂອງ ຍີ່ປຸ່ນ ຕີ​ລາຄາ​ສູງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ ​ແລະ ມຸ່ງ​ໄປ​ເຖິງ​ແງ່​ຫວັງ ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ​ນີ້ ​ແລະ ຫວຽດນາມ ​ໃນ​ອະນາຄົດ.

ງານມະຫະກຳ Karate ຫວຽດນາມ ຢູ່ ຍີ່ປຸ່ນ ງານມະຫະກຳ Karate ຫວຽດນາມ ຢູ່ ຍີ່ປຸ່ນ
ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ

ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Mitsuru Mitani, ປະທານ​ສະມາຄົມ​ວິ​ສາ​ຫະກິດ​ສົ່ງ​ເສີມ​ການ​ລົງທຶນ​ລະຫວ່າງ Hokuriku ​ແລະ ຫວຽດນາມ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2021.

ບັນດາວິສາຫະກິດ ເຂດ Hokuriku (ຍີ່ປຸ່ນ) ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ
ບັນດາວິສາຫະກິດ ເຂດ Hokuriku (ຍີ່ປຸ່ນ) ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ. (ພາບ: TTXVN)

ກ່າວ​ຄຳ​ເຫັນ​ຕໍ່​ໜ້າ ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ສະມາຊິກ​ເກືອບ 30 ທ່ານ, ພ້ອມ​ກັບ​ຜູ້ຕາງໜ້າ​ສະຫະພັນ​ເສດຖະກິດ ເຂດ Hokuriku ​ແລະ ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ຢູ່​ເຂດ Hokuriku, ທ່ານ Mitsuru Mitani, ປະທານ​ສະມາຄົມ​ວິ​ສາ​ຫະກິດ​ສົ່ງ​ເສີມ​ການ​ລົງທຶນ​ລະຫວ່າງ Hokuriku ​ແລະ ຫວຽດນາມ ກ່າວວ່າ ທ່ານປາດຖະຫນາຢາກຈັດຖ້ຽວໄປ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ແນ​ໃສ່​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ​ແລະ ພ້ອມ​ກັນ​ນັ້ນ​ ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ວິ​ສາ​ຫະກິດ​ຫວຽດນາມ​ ມາ​ຢ້ຽມຢາມ​ຊອກ​ຫາ​ຄູ່​ຮ່ວມ​ມື ຫຼື ດຳ​ເນີນ​ທຸລະ​ກິດ​ຢູ່​ຍີ່ປຸ່ນ.

ທ່ານກົງສຸນໃຫຍ່ຫວຽດນາມ ປະຈຳ Osaka ຫງວຽນຮົ່ງຮ່າ ໄດ້ຕີລາຄາສູງ ບັນດາຄວາມມານະພະຍາຍາມຂອງສະມາຄົມວິສາຫະກິດສົ່ງເສີມການລົງທຶນລະຫວ່າງພາກພື້ນ Hokuriku ແລະ ຫວຽດນາມ ໃນການຮັກສາ ແລະ ຊຸກຍູ້ການພົວພັນລະຫວ່າງພາກພື້ນ Hokuriku ແລະ ຫວຽດນາມ. ທ່ານກົງສຸນໃຫຍ່ຫວຽດນາມ ປະຈຳ Osaka ຫງວຽນຮົ່ງຮ່າ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ພວມ​ຍູ້​ແຮງ​ການຈັດຕັ້ງ​ປະຕິບັດ​ນະ​ໂຍບາຍ ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັບ​ໂລກ​ລະບາດ, ປະຕິບັດ​ເປົ້າໝາຍ​ຄວບຄູ່ “ທັງຕ້ານ​ພະຍາດ​ໂຄ​ວິດ-19, ທັງຮັກສາ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ໝັ້ນຄົງ”. ​ໃນ​ໄລຍະ​ຜ່ານ​ມາ, ມີ​ສັນຍານ​ດີ​ຫຼາຍ​ຢ່າງ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍັງ​ຄົງ​ແມ່ນ​ຈຸດໝາຍ​ທີ່​ດຶງ​ດູດ, ປອດ​ໄພ ​ແລະ ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.