ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ

16:30 | 04/01/2022

ຍສໝ - ຫວຽດນາມ ​ແມ່ນ​ແຫຼ່ງສະໜອງ​ກາ​ເຟ​ໃຫຍ່​ອັນ​ດັບ​ສາມ​ ຂອງ​ອາ​ເມ​ລິ​ກາ (​ດ້ານປະລິມານ) ​ໃນ 10 ​ເດືອນ​ຕົ້ນ​ປີ 2021, ບັນລຸ​ປະມານ 118,300 ​ໂຕນ, ​ເປັນ​ມູນ​ຄ່າ 228,11 ລ້ານ USD...

ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ
ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA

ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໂດຍ​ອ້າງ​ອີງ​ຕາມ​ສະຖິຕິ​ຂອງ​ສູນ​ການ​ຄ້າ​ສາກົນ (ITC) ​ໃຫ້​ຮູ້​ວ່າ ​ໃນ 10 ​ເດືອນ​ປີ 2021, ອາ​ເມ​ລິ​ກາ​ນຳ​ເຂົ້າ​ກາ​ເຟ​ບັນລຸ 1,35 ລ້ານ​ໂຕນ, ​ເປັນ​ມູນ​ຄ່າ 5,72 ຕື້ USD, ​ເພີ່ມ​ຂຶ້ນ 5,2% ທາງດ້ານປະລິມານ ແລະ 19.7% ໃນດ້ານມູນຄ່າເມື່ອທຽບກັບໄລຍະດຽວກັນໃນປີ 2020. ສະຫະລັດອາ​ເມ​ລິ​ກາ ໄດ້ເພີ່ມການນໍາເຂົ້າກາເຟປະເພດຕ່າງໆ, ຍົກເວັ້ນກາເຟຂົ້ວບົດ, ແລະ ກາເຟບໍ່ມີ caphêin (HS 090112).

ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ
ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ. (ພາບ: baogialai)

ຕາມ ITC ແລ້ວ, ຫວຽດນາມ ​ແມ່ນ​ແຫຼ່ງສະໜອງ​ກາ​ເຟ​ໃຫຍ່​ອັນ​ດັບ 3 ຂອງ​ອາ​ເມ​ລິ​ກາ (​ດ້ານ​ປະລິມານ) ​ໃນ 10 ​ເດືອນ​ຕົ້ນ​ປີ 2021, ບັນລຸ​ປະມານ 118,300 ໂຕນ, ​ເປັນ​ມູນ​ຄ່າ 228,11 ລ້ານ USD, ຫຼຸດ​ລົງ 15,1% ​ໃນ​ດ້ານ​ປະລິມານ ​ແລະ ຫລຸດ​ລົງ 12,3. % ​ໃນ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ອັດຕາສ່ວນກວມຕະຫຼາດ​ກາ​ເຟຂອງ​ຫວຽດນາມ ​ໃນ​ຈຳນວນ​ສິນຄ້າ​ນຳ​ເຂົ້າ​ຂອງ​ອາ​ເມ​ລິ​ກາ​ ໄດ້​ຫຼຸດ​ລົງ​ຈາກ 10,87% ​ໃນ 10 ​ເດືອນ​ຕົ້ນ​ປີ 2020 ມາ​ເປັນ 8,78% ​ໃນ 10 ​ເດືອນ​ຂອງ​ປີ 2021.

ຂໍ້ມູນຈາກ https://www.mordointelligence.com, ຕະຫຼາດກາເຟຂອງອາ​ເມ​ລິ​ກາ ຄາດວ່າຈະເຕີບໂຕດ້ວຍ CAGR ແມ່ນ 4.8% ໃນລະຫວ່າງ 2020-2025. ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕຂອງຕະຫຼາດ ແມ່ນວິຖີຊີວິດທີ່ຫຍຸ້ງວຽກ ແລະ ຊົ່ວໂມງເຮັດວຽກທີ່ຍາວນານ. ນອກຈາກນັ້ນ, ຜູ້ບໍລິໂພກໃນອາ​ເມ​ລິ​ກາ ມີຄວາມຕ້ອງການທີ່ເຄັ່ງຄັດສໍາລັບຄຸນນະພາບຂອງຜະລິດຕະພັນຊັ້ນສູງ.

ກາເຟເປັນເຄື່ອງດື່ມທີ່ນິຍົມໃນອາ​ເມ​ລິ​ກາ. ການບໍລິໂພກກາເຟໃນອາ​ເມ​ລິ​ກາ ໄດ້ມີການປ່ຽນແປງເລັກນ້ອຍໃນຊຸມປີມໍ່ໆມານີ້, ແຕ່ຍັງຄົງທີ່ສະເລ່ຍ ແມ່ນ 2 ຈອກກາເຟ/ມື້/ຄົນ.

ອີງ​ຕາມ​ການ​ສໍາ​ຫຼວດ​ຂອງ​ສະ​ມາ​ຄົມ​ກາ​ເຟ​ແຫ່ງ​ຊາດ​ຂອງ​ອາ​ເມລິ​ກາ​, ຫຼາຍ​ກ່​ວາ 70% ຂອງ​ຜູ້​ບໍ​ລິ​ໂພກ​ ມັກປຸງແຕ່ງ​ກາ​ເຟ​ຢູ່​ເຮືອນຂອງ​ຕົນ​ ແລະ 59% ປະລິມານ​ກາ​ເຟ​ທີ່​ບໍ​ລິ​ໂພກ​ປະ​ຈໍາ​ວັນ ເຊິ່ງ​ແມ່ນ​​ຜະລິດຕະພັນກາ​ເຟຊັ້ນສູງ​. ສະ​ນັ້ນ, ອາ​ເມ​ລິ​ກາ​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ ​ທີ່​ປະ​ເທດ​ຜະລິດ​ກາ​ເຟ​ລ້ວນ​ແຕ່​ຢາກ​ແຊກຊຶມເຂົ້າ, ​ໃນ​ນັ້ນ​ມີ​ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.