ນະ​ຄອ​ນ​ໂຮ່​ຈີ​ມິນ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ເດຍ ຄົບ​ຮອບ 50 ປີ

11:30 | 08/01/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 6 ມັງ​ກອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ​ ໄດ້​ຈັດ​ຕັ້ງ​ພິ​ທີສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ຫວຽດ​ນາມ - ອິນ​ເດຍ ຄົບ​ຮອບ 50 ປີ (1972 - 2022).

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ
ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ
ນະ​ຄອ​ນ​ໂຮ່​ຈີ​ມິນ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ເດຍ ຄົບ​ຮອບ 50 ປີ
ທ່ານ ຟານ​ວັນ​ມາຍ, ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ນະ​ຄອນ - ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ (ພາບ: nld.com.vn)

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຟານ​ວັນ​ມາຍ, ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ນະ​ຄອນ - ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ເຖິງວ່າ​ການ​ພ​ົວ​ພັນ​ສອງ​ຝ່າຍ ໄດ້​ສ້າງ​ຕັ້ງ​ໃນ​ປີ 1972 ກໍ່​ຕາມ ແຕ​່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ອິນ​ເດຍ ໄດ້​ເລີ່ມ​ຕົ້ນ​ແຕ່​ຊຸມ​ປີ​ຕົ້ນ ຄິດຕະສັກກະລາດເມື່ອ ມີ​ຊາວ​ອິນ​ເດຍ ມາ​ຫວຽດ​ນາມ ດ້ວຍ​ເປົ້າ​ໝາຍ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ. ສິ່ງນີ້ ໄດ້​ພິ​ສູດ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ມໍ​ລະ​ດົກ​ດ້ານ​ສະ​ຖາ​ປັດ​ຕະ​ຍາ​ກຳ​, ເຄື່ອງ​ແກະຄວັດ​ສະຫຼັກ​ທີ່​ມີ​ຂີດ​ໝາຍ​ຂອງ ວັດ​ທະ​ນະ​ທຳ ອິນ​ເດຍ ຢູ່ ຫວຽດ​ນາມ ກໍ່​ຄື​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

ຕາມ​ທ່ານ ຟານ​ວັນ​ມາຍ​ ແລ້ວ, ​ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກ່ໍ​ເຄົາ​ລົບ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ມິດ​ຈິດ​ມິດ​ໃຈ, ຈິງ​ໃຈຂອງ ອິນ​ເດຍ ກໍ່​ຄືກ​ານ​ແບ່ງ​ປັນ​ຢາ​ປິ່ນ​ປົວ​ໂຄວິດ - 19, ການ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ການ​ຜະ​ລິດ ວັກ​ຊິນ, ຈັດ​ສົ່ງ​ກ່ຳ​ປັ່ນ​ທະ​ຫານ​ຂົນ​ສົ່ງ​ອົກ​ຊີ​ເຈນ 100 ໂຕນ ເພື່ອ​ສະ​ໜອງ​ໃຫ້​ແກ່ ຫວຽດ​ນາມ…

ໃນ​ຊຸມ​ວັນ ນະ​ຄອນ​ໂຮ່​ຈີ​ມິນ ຜ່ານ​ຜ່າ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4, ມີ​ປະ​ຊາ​ຊົນຫຼາຍ​ຄົນ​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ຫຍຸ້ງ​ຍາກ, ປະ​ຊາ​ຄົມ​ຊາວ​ອິນ​ເດຍ ຢູ່​ນະ​ຄອນ ໄດ້​ຂົນ​ຂວາຍ​ເພື່ອ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ບັນ​ດາ​ໂຮງ​ໝໍ​ແຖວ​ໜ້າ, ຈັດ​ຕັ້ງ​ລົດ​ເຄື່ອນ​ທີ່ ເພື່ອ​ຂົນ​ສົ່ງ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໄປ​ຍັງຫຼາຍ​ບ່ອນ​ຢູ່​ນະ​ຄອນ. ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ​ມີ​ຄວາມ​ເຄົາ​ລົບ​ນ້ຳ​ໃຈ ແລະ ບັນ​ດາ​ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ.

ທ່ານ Madan Mohan Sethi ຫົ​ວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ຫວຽດ​ນາມ ແມ່ນເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ອິນ​ເດຍ ແລະ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ອັນ​ຍິ່ງ​ໃຫຍ່​ເຊິ່ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່​ອິນ​ເດຍ​ໃນ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເຊິ່ງ​ອິນ​ເດຍ ໄດ້ປະ​ເຊີນ​ໜ້າ​ໃນ​ໄລ​ຍະ​ແຕ່​ເດືອນເມສາ - ມິຖຸນາ ປີ 2021.

ຕາມ​ທ່ານ Madan Mohan Sethi ແລ້ວ, ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ເປີດກວ້າງ​ໃນ​ທຸກ​ຂົງ​ເຂດ​ສຳ​ຄັນ​ເກືອບ​ທັງ​ໝົດ​ຄື ການ​ສຶກ​ສາ, ນ້ຳ​ມັນ​ອາຍ​ແກັດ, ເຂື່ອນ​ໄຟ​ຟ້າ, ການ​ທູດ, ການ​ Startup, ເຕັກ​ໂນ​ໂລ​ຢີ​ອາ​ວະ​ກາດ. “ການ​ພົວ​ພັນ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່ຫຼວງ​ທີ່​ສຸດ ເພື່ອ​ສາ​ມາດ​ຂຸດ​ຄົ້ນ ແລະ ຊຸກ​ຍູ້.

ອິນ​ເດຍ​ແມ່ນ​ຕະຫຼາດ​ທີ່​ກ້​ວາງ​ໃຫຍ່ ແລະ ຊັ້ນຄົນ​ປານ​ກາງ ພວມ​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຈາກ​ບັນ​ດາ​ຂົງ​ເຂດ​ຕ່າງໆ​ອາດ​ຈະ​ຊອກ​ຫາ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ ແລະ ຄູ່​ຮ່ວມ​ມື​ອິນ​ເດຍ ແລະ ພວກ​ຂ້າ​ພະ​ເຈົ້າ​ແນ່ນອນ​ວ່າ​ຈະ​ສະ​ໜັ​ບ​ສະ​ໜູນ” ທ່ານ Madan Mohan Sethi ກ່າວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.