ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ສະແດງຄວາມຊົມເຊີຍ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

12:40 | 08/05/2024

ຍສໝ - ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນສຳຄັນ, ຝຣັ່ງ ຕ້ອງຍອມຕົກລົງເຊັນສັນຍາ Geneve, ຟື້ນຟູສັນຕິພາບໃນອິນດູຈີນ, ຍົກເລີກການເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ຖະແຫຼງການປະກາດເອກະລາດຂອງສາມປະເທດອິນດູຈີນຄື: ຫວຽດນາມ, ລາວ ແລະ ກຳປູເຈຍ.

ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024) ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)
ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ ລາຍການພິເສດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງໂຮງລະຄອນ ການຟ້ອນລຳດົນຕີ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ທ່ານ ບັນດິດ. ສຈ. ບໍ່ວຽງຄຳ ວົງດາລາ, ປະທານສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະອດງຄວາມຊົມເຊີຍເຖິງທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ຄະນະປະຈຳ​ສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ, ສຶກສາ; ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ.

ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ສະແດງຄວາມຊົມເຊີຍ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ສົ່ງຈົດໝາຍສະແດງຄວາມຊົມເຊີຍ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ໃນ​ຈົດໝາຍ​ມີ​ເນື້ອ​ໃນ​ຂຽນ​ວ່າ: ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າກ່ອນຫນ້ານີ້ 70 ປີ ຄືວັນທີ 07 ພຶດສະພາ 1954 ກອງທັບ ແລະ ປະຊາຊົນຫວຽດນາມວິລະຊົນ ສາມາດຍາດໄດ້ໄຊຊະນະທີ່ໃຫຍ່ທີ່ສຸດໃນບັ້ນຮົບດຽນບຽນຟູ ຊຶ່ງມີຄວາມຫມາຍປະຫວັດສາດອັນສໍາຄັນ ຈໍາໃຫ້ຈັກກະພັດພວກລ່າເມືອງຂຶ້ນຝຣັ່ງຕ້ອງຍອມເຊັນສັນຍາເຊີແນວ ວ່າ ດ້ວຍການຍຸດຕິສົງຄາມ ແລະ ຟື້ນຟູສັນຕິພາບໃນອິນດູຈີນ, ຍົກເລີກການເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ຮັບຮອງ ເອົາເອກະລາດຂອງ 03 ປະເທດອິນດູຈີນ ຫວຽດນາມ, ລາວ ແລະ ກໍາປູເຈຍ ຕະຫຼອດໄລຍະ 70 ປີຜ່ານມາ.

ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ດ້ວຍກ້ອນກໍາລັງແຮງສາມັກຄີ ເປັນປຶກ ແຜ່ນຂອງທົ່ວປວງຊົນທັງຊາດ, ໂດຍສະເພາະແມ່ນ ບັນດາຜົນສໍາເລັດຮອບດ້ານ ໃນພາລະກິດແຫ່ງການປ່ຽນແປງ ໃຫມ່ຂອງຫວຽດນາມ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ; ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ດີຂຶ້ນເລື້ອຍໆ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ; ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ນັກວິຊາການ. ສຈ ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້​ຮູ້​ວ່າ ສອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ມີມູນເຊື້ອສາມັກຄີພິເສດ ແລະ ຮ່ວມມືກັນຢ່າງຫນັກແຫນ້ນຕະຫຼອດມາ. ທ່ານເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ ໃນໄລຍະຕໍ່ຫນ້າ ສອງສະມາຄົມ ຈະຮ່ວມມືສ້າງແຜນບັນດາກິດຈະກໍາຕ່າງໆ ເພື່ອລະນຶກເຖິງວັນສໍາຄັນຂອງສອງປະເທດ ໃຫ້ມີຄວາມຫມາຍຢ່າງເລິກເຊິ່ງຂື້ນກວ່າເກົ່າ ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

2 ສະມາຄົມ ຈະໄດ້ສືບຕໍ່ໂຄສະນາສຶກສາອົບຮົມແນວຄິດ ແລະ ປູກຈິດສໍານຶກໃຫ້ແກ່ ປະຊາຊົນບັນດາຊັ້ນຄົນ ຂອງ ສອງປະເທດ ໂດຍສະເພາະແມ່ນຖັນແຖວເຍົາວະຊົນ, ຊາວຫນຸ່ມ ແລະ ຄົນລຸ້ນຫນຸ່ມ ກ່ຽວກັບມູນເຊື້ອ ແຫ່ງ ການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະປົກປັກຮັກສາພັດທະນາປະເທດຊາດ ແລະ ເປັນເຈົ້າການຖະນຸຖະຫນອມ, ເພີ່ມພູນຄູນສ້າງມູນເຊື້ອແຫ່ງການພົວພັນສາມັກຄີແບບພິເສດອັນບໍລິສຸດຜຸດຜ່ອງ ທີ່ເປັນມໍລະດົກອັນລໍ້າຄ່າຂອງ ປະຊາຊົນ ລາວ ແລະ ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ