ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ

19:38 | 05/01/2022

ຍ​ສ​ໝ - ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ແຂວງ​ບິງ​ເຢືອງ ໄດ້​ຈັດ​ຕັ້ງ​ກິດ​ຈະ​ກຳ​ພົບ​ປະ​ນັກ​ສຶກ​ສາ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ “ຮ່ວມ​ສາຍ​ແມ່ນ້ຳ​ຂອງ” ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແຂວງ​ບິງ​ເຢືອງ ຄັ້ງ​ທີ VIII.

ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ແບ່ງປັນປະສົບການໃນການປ້ອງກັນ ແລະຕ້ານໂລກລະບາດ ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ແບ່ງປັນປະສົບການໃນການປ້ອງກັນ ແລະຕ້ານໂລກລະບາດ
ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ
ພາບປະກອບ: baobienphong

ກິດ​ຈະ​ກຳ​ໄດ້​ດຶງ​ດູດ​ເອົາ​ນັກ​ສຶກ​ສາ​ທີ່ນອນ​ໃນ 6 ໂຮງ​ຮຽນ​ອະ​ຊີ​ວະ, ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ຂອບ​ເຂດ​ພື້ນ​ທີ່​ແຂວງ​ເຂົ້າ​ຮ່ວມ, ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ ແລະ ຄຶກ​ຄື້ນ ໃນ​ນັ້ນ ຈຸດ​ເດັ່ນ​ແມ່ນ​ກິດ​ຈະ​ກຳ​ການ​ສະ​ແດງ​ແຟນ​ຊັນ​ທີ່​ງົດ​ງາມຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ດ້ວຍ​ຊື່​ຮຽກ​ວ່າ: “ສີ​ສັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້” ຊຶ່ງ​ນຳ​ສະ​ເໜີ​ແຟນ​ຊັນ​ການ​ນຸ່ງ​ຖື​ຕ່າງ​ໆ​ທີ່​ເປັນ​ເອ​ກະ​ລັກ​ຂອງ 11 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຈາກນັ້ນແມ່ນ​ການ​ແຂ່ງ​ຂັນ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ດ້ວຍ​ຊື່​ຮຽກ​ວ່າ: “ຕາມ​ຮອຍ​ປະ​ຫວັດ​ສາດ”. ບັນ​ດາ​ຄະ​ນະ​ນັກ​ສຶ​ກ​ສາ, ຄະ​ນະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ສາ​ມາດ​ຊອກ​ຮູ້ປະ​ສົບ​ການ​ທາງວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ໂດຍ​ຜ່ານ​ການ​ນຳ​ສະ​ເໜີ​ອະ​ທິ​ບາຍ​ກ່ຽວ​ກັບ​ບັນ​ດາ​ປະ​ເພດ​ອາ​ຫານ, ການ​ນຸ່ງ​ຖືການ​ແຕ່ງ​ກາຍ, ຜູ້​ຄົນປວງ​ຊົນ, ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ…


ນີ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ເພີ່ມ​ພູນ​ປະ​ໂຫຍດ​ໃຫ້​ແກ່​ນັກ​ສຶ​ກ​ສາ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເວົ້າ​ສະ​ເພາະ, ນັກ​ສຶກ​ສາ - ຊາວ​ໜຸ່ມ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ ເວົ້າ​ລວມ ເພື່ອ​ແນ​ໃສ່​ຄວາມ​ໃກ້​ຊິດຕິດ​ແທດ, ເພີ່ມ​ທະ​ວີ​ມິດ​ຕະ​ພາບ, ຮ່ວມ​ກັນ​ໃນ​ການສຶກ​ສາ​ຮ່ຳ​ຮຽນ, ການ​ຝຶກ​ຝົນຫຼໍ່ຫຼອມ. ກິດ​ຈະ​ກຳ​ຍັງ​ດຳ​ເນີນ​ການ​ສະ​ແດງ​ລາຍ​ການ​ແລກ​ປ່ຽນສິນ​ລະ​ປະ​, ​ວັດ​ທະ​ນະ​ທຳ ດ້ວຍ​ຫົວ​ຂໍ້ “ສີ​ສັນ​ແຫ່ງ​ແມ່​ນ້ຳ​ຂອງ”.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.