ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່ ດ່ານ​ຊາຍ​ແດນ: ຫວຽດ​ນາມ ມີ​ທ່າ​ໄດ້​ປຽ​ບ​ແຕ່​ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້

08:58 | 30/12/2021

ຍ​ສ​ໝ - ການ​ພົວ​ພັນ​ຄ້າ​ຂາຍ​ຜ່ານ​ເສັ້ນ​ທາງ​ລົດໄຟ​​ໄປ​ຍັງ​ຈີນ ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ສະ​ພາບ​ການ​ສິນ​ຄ້າ​ສົ່ງ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່​ດ່ານ​ຊາຍ​ແດນ.

320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ 320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ
ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ
ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່ ດ່ານ​ຊາຍ​ແດນ: ຫວຽດ​ນາມ ມີ​ທ່າ​ໄດ້​ປຽ​ບ​ແຕ່​ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້
ພາບ​ປະ​ກອບ​: vietnamnet.vn

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະຫຼຸບ​ປີ 2021 ຂອງ​ກົມ​ໃຫຍ່​ພາ​ສີ​ອາ​ກອນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ທັນ​ວາ, ທ່ານ ຫງວຽນ​ຮິວ​ເວືອງ, ຮອງ​ຫົວ​ໜ້າ​ກົມ​ພາ​ສີ​ອາ​ກອນ ລ້າ​ງ​ເຊີນ ໄດ້​ສະ​ຫງວນ​ເວ​ລາ​ເປັນ​ຈຳ​ນວນຫຼາຍ​ເພື່ອ​ເວົ້າ​ເຖິງ​ເລື່ອງ​ສິນ​ຄ້າ​ສົ່ງ​ໄປ​ຍັງ​ຈີນ​ຖືກ​ຕິດ​ຢູ່​ດ່ານ​ຊາຍ​ແດນ.

ຕາມ​ທ່ານ ເວື້ອງ ​ແລ້ວ, ນັບ​ແຕ່​ປັດ​ຈຸ​ບັນ ຈົນ​ຮອດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ອາດ​ຈະ​ບໍ່ສາ​ມາດ​ແກ້​ໄຂ​ໄດ້​ປະ​ລິ​ມານ​ສິນ​ຄ້າ​ທີ່​ຖືກ​ອັ່ງອໍ​ຢູ່​ເຂດ​ຊາຍ​ແດນ ຖ້າ​ກຳ​ລັງ​ຄວາມ​ສາ​ມາດ​ຜ່ານ​ດ່ານ​ຍັງຄື​ໃນ​ປັດ​ຈຸ​ບັນ ເຊິ່ງແມ່​ນ​ປະ​ມານ 78 – 90 ຄັນ​ຕໍ່​ວັນ.

ການ​ນຳ​ກົມ​ພາ​ສາ​ອາ​ກອນ​ລ້າງ​ເຊີນ​ ກໍ່​ສະ​ເໜີ​ໃຫ້​ມີ​ການ​ເຈ​ລະ​ຈາ​ຢູ່​ລະ​ດັບ​ສູງ​ກ່​ວາ ​ຍ້ອນ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ກັບ​ຝ່າຍ​ຈີນ ບໍ່​ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ.

ການ​ນຳ​ກົມ​ພາ​ສາ​ອາ​ກອນ​ລ້າງ​ເຊີນ ຄາດ​ວ່າ ການ​ຜ່ານ​ແດນ​ສິນ​ຄ້າ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ດັ່ງ​ນັ້ນ ​ສະ​ເໜີ​ແນະ​ບັນ​ດາ​ວິ​ສາ​ຫະ​ກິດ​ດັບ​ປັບ​ສິນ​ຄ້າ​ທີ່ຈະນຳ​ຂຶ້ນ​ດ່ານ​ຊາຍ​ແດນ​ໃນ​ເວລາທີ່ກາ​ນ​ແກ້​ໄຂ​ສິນ​ຄ້າ​ຢູ່​ດ່ານ​ຊາຍ​ແດນ ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ການ​ນຳ​ກົມ​ພາ​ສີ​ອາ​ກອນ ​ໄດ້​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ຫັນ​ວິ​ທີ​ການ​ມອບສົ່ງ​ສິນຄ້າກາຍ​ເປັນ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ.

“ປັດ​ຈຸບັ​ນ​ຖ້າ​ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ ຕາມ​ເສັ້ນ​ທາງ​ລົດ​ໄຟ​ແມ່ນ​ມີ​ຄວາມ​ສະ​ດວກ​ທີ່​ສຸດ ຍ​ອ້ນ​ບໍ່​ກ່ຽວ​ຂ້ອງເຖິງ​ຄົນ, ທັງ​ຂະບວນລົດ​ໄຟ​​ມີ​ແຕ່ໜ່ວຍບໍລິການ​ລົດ​ໄຟ​​ເທົ່​າ​ນັ້ນ. ນະ​ໂຍ​ບາ​ຍຂອງ ຈີນ ແມ່ນ ປອດໂຄວິດ ດັ່ງ​ນັ້ນ​ວິ​ທີ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟ​ແມ່ນ​ສະ​ດວກ​ທີ່​ສຸດ”, ທ່ານ​ເວື້ອງ​ໃຫ້​ຮູ້​.

ວັນ​ທີ 29 ທັນ​ວາ, ກົມ​ພາ​ສີ​ອາ​ກອນ​ໜານໜິງ - ຈີນ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມສຳມະນາກັບ​ກົມ​ພາ​ສີ​ອາ​ກອນລ້າງ​ເຊີນ, ກາວ​ບັ່ງ, ກວາງ​ນິງ. ກົມ​ພາ​ສີ​ອາ​ກອນ​ລ້າງ​ເຊີນ ເປັນ​ຫົວ​ໜ້າ​ຄະ​ນະ​ ຄາດ​ວ່າ ຈະ​ນຳ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຂົ​ນ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ເຈ​ລະ​ຈາ​ກັບ​ພາ​ສີ​ອາ​ກອນ ຈີນ, ພິ​ເສດ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ປັດ​ຈຸ​ບັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.