ສະຫະປະຊາຊາດ ຈະຮ່ວມມືກັບຫວຽດນາມຕື່ມອີກ ໃນການເຄື່ອນໄຫວຮັກສາສັນຕິພາບ

11:30 | 31/12/2021

ຍສໝ - ທ່ານ​ຮອງເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ​ Jean-Pierre Lacroix ​ໃຫ້​ຮູ້​ວ່າ: ພວກ​ຂ້າພະ​ເຈົ້າ​ ຫວັງ​ວ່າ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ຫວຽດນາມ ຫຼາຍ​ກວ່າ​ອີກ ​ເພາະວ່າ​ພວກ​ຂ້າພະ​ເຈົ້າ​ຖື​ວ່າ ​ຫວຽດນາມມີ​ຄວາມ​ສາມາດ, ພິ​ເສດ​ແມ່ນ​ພາຍຫຼັງ​ການເຫັນປະຈັກຕາ ຫວຽດນາມ​ໄດ້​ສົ່ງ​ກຳລັງ​ທະຫານ​ຈຳນວນ​ໜຶ່ງ​ ໄປ​ສົມທົບ​ກັບ​ໂຮງໝໍ​ສະໜາມ​ຂັ້ນ 2 ​ແລະ ຈະ​ສົ່ງ​ກອງທະຫານຊ່າງ ເຂົ້າຮ່ວມໃນການຮັກສາສັນຕິພາບ.

ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ
ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ

ໃນ​ເວລາ​ໃຫ້​ສໍາພາດ​ກັບສຳນັກຂ່າວສານຫວຽດນາມ, ທ່ານ​ຮອງ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດJean-Pierre Lacroix ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ ຂອງ​ອົງການ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ​ໃນ​ປະຈຸ​ບັນ​ ແມ່ນ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມສາກົນ ​ຍັງ​ຂາດ​ຄວາມ​ສາມັກຄີ​ ເພື່ອພ້ອມກັນ​ກະທຳ.

​ເມື່ອ​ບໍ່​ມີ​ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ, ກຳລັງ​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກໍບໍ່​ສາມາດ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.

ສິ່ງ​ທ້າ​ທາຍ​ອັນທີ​ສອງ​ ແມ່ນ​ພາລະກິດ​ຮັກສາ​ສັນຕິພາບ​ຂອງ​ພວກ​ເຮົາ ​ສ່ວນ​ໃຫຍ່​ແມ່ນ​ປະຕິບັດ​ໜ້າ​ທີ່​ຢູ່​ບັນດາ​ປະ​ເທດ​ທີ່ມີ​ສະຖານະ​ການ​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ນັບ​ມື້​ນັບ​ຮ້າຍ​ແຮງ ​ແລະ ສະພາບ​ແວດ​ລ້ອມ​ທີ່​ກຳລັງ​ຮັກສາ​ສັນຕິພາບປະຕິບັດໜ້າທີ່​ ນັບ​ມື້​ນັບ​ອັນຕະລາຍ...

ສະຫະປະຊາຊາດ ຈະຮ່ວມມືກັບຫວຽດນາມຕື່ມອີກ ໃນການເຄື່ອນໄຫວຮັກສາສັນຕິພາບ
ທ່ານ​ຮອງ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດJean-Pierre Lacroix ​. (ພາບ: TTXVN)

ທ່ານ Jean-Pierre Lacroix ​ເນັ້ນ​ໜັກ​ວ່າ: “ຍ້ອນ​ບັນດາ​ສິ່ງ​ທ້າ​ທາຍນັບມື້ນັບ​ເພີ່ມ​ຂຶ້ນ, ເຊິ່ງຮຽກຮ້ອງຕ້ອງການກຳລັງແຮງຂອງ​ກຳລັງ​ຮັກສາ​ສັນຕິພາບ ​ຕ້ອງສະຫຼາດສ່ອງໃສກວ່າ, ຕອບ​ສະໜອງ​ບັນດາ​ໜ້າ​ທີ່ທີ່ມີລັກສະນະລະອຽດ​​ກ່ວາ​ອີກ. ຍ້ອນ​ເຫດ​ນັ້ນ, ຂ້າພະ​ເຈົ້າຕີລາຄາສູງ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ​ໃນ​ການ​ສະໜອງ​ໂຮງໝໍພາກ​ສະໜາມ​ຂັ້ນ 2 ຢູ່ ຊູ​ດັງ​ໃຕ້. ນີ້​ແມ່ນກຳລັງແຮງທີ່ແທ້ຈິງ ທີ່​ສະຫະ​ປະຊາ​ຊາດຕ້ອງການ​, ຕ້ອງການ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ປະກອບສ່ວນ, ​ໂດຍ​ສະ​ເພາະ ​ແມ່ນ​ໃນເຂດ​ປະ​ທະ​ກັນ​ທີ່​ອັນຕະລາຍ.

ທ່ານ Jean-Pierre Lacroix ກ່າວຕື່ມວ່າ: ໃນອະນາຄົດອັນໃກ້ນີ້, ພວກເຮົາ ຈະຮ່ວມມືກັບຫວຽດນາມ ຈັດຕັ້ງຜັນຂະຫຍາຍກອງບັນຊາການທະຫານຊ່າງແສງທີ 1 ໄປປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ພາກພື້ນ Abyei - ເຂດທີ່ຂັດແຍ້ງລະຫວ່າງຊູດານ ແລະ ຊູດານໃຕ້ (ຝ່າຍ UNISFA).

ນີ້​ກໍ່​ແມ່ນ​ຂົງ​ເຂດ​ທີ່​ສຳຄັນທີ່ສຸດຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ເພາະວ່າ ​ກຳລັງ​ຮັກສາ​ສັນຕິພາບ​ຕ້ອງ​ປະຕິ​ກິລິຍາ​ຢ່າງ​ວ່ອງ​ໄວ ​ແລະ ເຄື່ອນທີ່, ​ເພື່ອ​ບັນລຸ​ມາດຖານ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າ ​ຕ້ອງການ​ກຳລັງ​ທະຫານຊ່າງແສງ​ທີ່​ດີ, ພື້ນຖານ​ໂຄງ​ລ່າງ​ທີ່​ດີ, ມີ​ຄວາມ​ສາມາດ​ກໍ່ສ້າງ ​ແລະ ສ້ອມ​ແປງ​ໂດຍ​ໄວ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ບັນດາ​ບຸລິມະສິດ​ຂອງ​ກຳລັງ​ຮັກສາ​ສັນຕິພາບ ​ແລະ ຫວຽດນາມ ຈະ​ຕອບສະໜອງບັນດາ​ມາດຖານບຸລິມະສິດ ​ທີ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ.

ຂ້າພະ​ເຈົ້າ ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດນາມ ກັບສະຫະ​ປະຊາ​ຊາດ ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ ນັບ​ແຕ່ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ໃນ​ປີ 2014 ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ຕະຫຼອດ​ປີ 2021 ທີ່​ຜ່ານ​ມາ.

ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ຫວຽດນາມ ຫຼາຍ​ກວ່າ​ອີກ ​ເພາະວ່າ​ ພວກ​ຂ້າພະ​ເຈົ້າ​ຖື​ວ່າ ​ຫວຽດນາມມີກຳລັງ​ຄວາມ​ສາມາດຢ່າງພຽງພໍ, ພິ​ເສດ​ແມ່ນ​ພາຍຫຼັງ​ການເຫັນປະຈັກຕາ ຫວຽດນາມ​ໄດ້​ສົ່ງ​ກຳລັງ​ທະຫານ​ຈຳນວນ​ໜຶ່ງ​ ໄປ​ສົມທົບ​ກັບ​ໂຮງໝໍພາກ​ສະໜາມ​ຂັ້ນ 2 ​ແລະ ຈະ​ສົ່ງ​ຄະນະທະຫານຊ່າງແສງ ເຂົ້າຮ່ວມໃນການຮັກສາສັນຕິພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.