ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້

12:49 | 06/01/2022

ຍສໝ - ຫວ່າງແລ້ວນີ້​, ຢູ່​ຄະນະປະຕິບັດງານ​ຮັກສາ​ສັນຕິພາບ​ UNMISS - ຊູ​ດັງ​ໃຕ້, ໂຮງໝໍ​ສະໜາມຂັ້ນ 2 ເລກ 3 ຫວຽດນາມ ​ໄດ້​ຈັດ​ພິທີ​ເຄົາລົບທຸງຊາດຕົ້ນ​ປີ​ໃໝ່ 2022 ​ຢູ່​ຫ່າງ​ຈາກ​ປະ​ເທດ​ກວ່າ 8.500 ກິ​ໂລ​ແມັດ.

ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ ເພີ່ມທະວີການມີໜ້າ ຂອງຫວຽດນາມໃນບັນດາເຫດການສາກົນ
ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ

ພິທີໄດ້ດຳເນີນໄປຢ່າງເຄັ່ງຂຶມ, ຮັບປະກັນຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໂດຍມີການເຂົ້າຮ່ວມຂອງພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 3. ທ່ານພັນໂທ ຟ້າມເຕີນຟອງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຜູ້ບັນຊາການກຳລັງຮັກສາສັນຕິພາບຫວຽດນາມ ໄດ້ເຂົ້າຮ່ວມ ແລະຊີ້ນໍາພິທີ.

ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້
ທ່ານໝໍ​ໝວກເບ​ເລ​ສີຂຽວ​ຫວຽດນາມ ​ເຄົາລົບ​ທຸງຊາດໃນຕົ້ນ​ປີ​ໃໝ່​ຢູ່​ຊູ​ດັງ​ໃຕ້. ພາບ: nld.com.vn

ພາຍຫຼັງພິທີເຄົາລົບທຸງຊາດ, ພັນໂທ ຈິ້ງໝີຮວ່າ ຜູ້ອໍານວຍການໂຮງໝໍ ສະໜາມ ຂັ້ນ 2 ເລກ 3 ຕາງໜ້າຄະນະພັກ, ຄະນະອໍານວຍການ ໄດ້ສົ່ງຄໍາ ອວຍພອນໄຊປີໃໝ່ເຖິງພະນັກງານ, ພາລະກອນ ແລະຄອບຄົວຂອງເພິ່ນ; ລະດົມກໍາລັງໃຈທົ່ວໂຮງໝໍ​ມີ​ຄວາມ​ຕັ້ງ​ໃຈ​ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ການ​ລະບາດ​ໃໝ່​ຂອງ​ພະຍາດ​ໂຄ​ວິດ-19 ຢູ່ Bentiu ​ກໍ່ຄືຢູ່ຊູດັງ​ໃຕ້, ໜູນ​ຊ່ວຍ​ການແພດ​ທ້ອງ​ຖິ່ນ​ໃນ​ສະພາບ​ການ​ກໍລະນີຕິດເຊື້ອເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ ​ຍ້ອນ​ໄພ​ນ້ຳ​ຖ້ວມ ​ແລະສະພາບ​ຂາດ​ແຄນ​ແພດ​ຜ່າຕັດ, ເຕັກນິກຖ່າຍເອໂກ...

ກ່ອນໜ້ານັ້ນ, ວັນທີ 1 ມັງກອນ 2022, ໂຮງໝໍສະໜາມ ຂັ້ນ 2 ເລກ 3 ໄດ້ປຸກລະດົມຂະບວນການປູກຕົ້ນໄມ້ໃນປີ 2022, ໂດຍມີເປົ້າໝາຍປູກຕົ້ນ ໄມ້ໃຫ້ໄດ້ 1.000 ຕົ້ນ ເພື່ອອ້ອມຂ້າງໂຮງໝໍ, ບັນດາກົມກອງ, ອົງການຈັດຕັ້ງຕ່າງໆຢູ່ຖານທັບ ແລະ ໂຮງຮຽນໃນບໍລິເວນ ປົກຄຸມໄປດ້ວຍສີຂຽວ.

ບູນມີ

302 Found

Found

The document has moved here.