ນັກຮົບວິທະຍາຄານຕຳຫຼວດປະຊາຊົນຫວຽດນາມ 53 ຄົນ ສະແດງຕີກອງໃນງານບຸນຢູ່ Dubai

19:07 | 30/12/2021

ຍສໝ - ຄະນະສິລະປະກອງງານບຸນຂອງວິທະຍາຄານຕຳຫຼວດປະຊາຊົນຫວຽດນາມໄດ້ອອກເດີນທາງໄປນະຄອນດູໄບ, ເລີ່ມດຳເນີນລາຍການສະເຫຼີມສະຫຼອງວັນແຫ່ງຊາດ ຫວຽດນາມ ໃນວັນທີ 30 ທັນວາ. ຢູ່ທີ່ນີ້, ຄະນະຈະເຂົ້າຮ່ວມບັນດາລາຍການສະແດງສິລະປະກອງງານບຸນ “ຈິດໃຈສະຫງ່າຜ່າເຜີຍຂອງຊາດ”.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ປີ 2021 ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ຄາດວ່າຈະເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກ່ອນ ປີ 2021 ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ຄາດວ່າຈະເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກ່ອນ
undefined
ນັກຮົບວິທະຍາຄານຕຳຫຼວດປະຊາຊົນຫວຽດນາມ 53 ຄົນ ສະແດງຕີກອງໃນງານບຸນຢູ່ Dubai. ພາບ: baophapluat.vn

ລາຍການການສະແດງສິລະປະກອງງານບຸນ “ຈິດໃຈສະຫງ່າຜ່າເຜີຍຂອງຊາດ” ໄດ້ສະແດງໂດຍ ສຳມະນາກອນຊາຍ 38 ຄົນ, ສຳມະນາກອນຍິງ 15 ຄົນ ເຊິ່ງເປັນສະມາຊິກຂອງຄະນະສິລະປະກອນກອງທີ່ເຂົ້າຮ່ວມການສະແດງ.

ລາຍການໄດ້ສະແດງໃຫ້ເຫັນຄວາມພາກພູມໃຈ, ບັນຍາກາດ ແລະ ຈິດໃຈ, ຕັ້ງເປົ້າໝາຍແນະນຳບັນດາຄຸນຄ່າຍອດຍິ່ງທີ່ເປັນມູນເຊື້ອ ແລະ ຜົນງານປ່ຽນແປງໃໝ່ປະດິດສ້າງຂອງປະເທດຊາດ, ຊາວຫວຽດນາມ; ກ່ຽວກັບຄວາມງາມ, ຄວາມເປັນເອກະລັກສະເພາະ ແລະ ເອກະລັກວັດທະນະທຳຂອງຫວຽດນາມ ຜ່ານການສະແດງລາຍການກອງງານບຸນ ມາໃຫ້ແກ່ເພື່ອນມິດສາກົນຢູ່ ພາກພື້ນຕາເວັນອອກກາງ ແລະ ໃນໂລກ.

ລາຍການສວນສະໜາມຈະເປັນຈຸດເດັ່ນໃຫຍ່ໃນຂອບເຂດລາຍການສິລະປະດ້ວຍຫົວຂໍ້ວ່າ “ກະແສໄຫຼທີ່ບໍ່ມີບ່ອນສິ້ນສຸດ - The Eternal Flow”.

ວັນແຫ່ງຊາດຫວຽດນາມ ແມ່ນເຫດການສໍາຄັນຂອງຫວຽດນາມທີ່ງານວາງສະແດງໂລກ - EXPO 2021 Dubai (UAE). ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ວາງແຜນການເຄື່ອນໄຫວອັນອຸດົມສົມບູນທີ່ສຸດຢູ່ Al Wasl, ແມ່ນໜຶ່ງໃນບັນດາຫໍໂດມ 360 ອົງສາ ໃຫຍ່ທີ່ສຸດໃນໂລກ.

ວັນແຫ່ງຊາດຫວຽດນາມ ວັນທີ 30 ທັນວາ 2021 ຢູ່ດູໄບ, ນອກຈາກການສະແດງສິລະປະສົມທົບກັບແຟຊັ່ນ ຝ້າຍພື້ນເມືອງແລ້ວ ຍັງມີຈຸດພົ້ນເດັ່ນທີ່ສໍາຄັນທີ່ສຸດແມ່ນລາຍການສາຍຮູບເງົາສັ້ນກ່ຽວກັບເທບນິຍາຍພື້ນເມືອງ “ລູກພະຍານາກຫຼານນາງຟ້າ”, ແນະນຳແຫຼ່ງທ່ອງທ່ຽວຫວຽດນາມ ແລະບັນດາມໍລະດົກ, ໃນນັ້ນມີຮູບພາບທຸງຊາດຂອງປະເທດທີ່ປິວສະບັດໄປທົ່ວ ຫໍໂດມ.

ໄຊພອນ

ເຫດການ
302 Found

Found

The document has moved here.