ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມື ລະຫວ່າງສະຫະປະຊາຊາດ ແລະ ສະຫະພາບອາຟຼິກາ

18:07 | 04/01/2022

ຍສໝ - ເມື່ອບໍ່ດົນມານີ້, ສະພາ​ຄວາມ​ໝັ້ນຄົງ​ ສະຫະ​ປະຊາ​ຊາດ ​ແລະ​ ສະພາ​ສັນຕິພາບ ​ແລະ ​ຄວາມ​ໝັ້ນຄົງ​ສະຫະພາບ​ອາ​ຟຼິກາ (AUPSC) ​ໄດ້​ຈັດ​ກອງ​ປະຊຸມ​ຮ່ວມ​ປະຈຳ​ປີ​ດ້ວຍທາງອອນໄລ.

ຫວຽດນາມ ປະຕິບັດສຳເລັດຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ ຫວຽດນາມ ປະຕິບັດສຳເລັດຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຢ່າງດີ
ຫວຽດນາມ ຮຽກຮ້ອງຊຸກຍູ້ຄວາມຮັບຮູ້ ແລະ ການປະຕິບັດ UNCLOS ຫວຽດນາມ ຮຽກຮ້ອງຊຸກຍູ້ຄວາມຮັບຮູ້ ແລະ ການປະຕິບັດ UNCLOS

ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອ​ງ - ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ໄດ້ສະແດງຄວາມຊົມ​ເຊີຍ​ບົດບາດຕັ້ງໜ້າ​ ​ແລະ ປະສົບ​ການຂອງ​ສະຫະພັນອາ​ຟຼິກາ ​ໃນ​ການ​ຊຸກຍູ້​ການ​ແກ້​ໄຂ​ບັນດາ​ບັນຫາ​ອາ​ຟຼິກາ, ກໍ່​ຄື​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ທົ່ວ​ໂລກ.

ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມື ລະຫວ່າງສະຫະປະຊາຊາດ ແລະ ສະຫະພາບອາຟຼິກາ
ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອ​ງ. (ພາບ: baoquocte)

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອ​ງ ຢືນຢັນ​ການ​ສະໜັບສະໜູນ​ຊຸກຍູ້​ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ ລະຫວ່າງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ ສະພາສັນຕິພາບ ​ແລະ ​ຄວາມ​ໝັ້ນຄົງ​ສະຫະພັນ​ອາ​ຟຼິກາ, ສຸມ​ໃສ່​ປະຕິບັດ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື ​ລະຫວ່າງ​ສະຫະ​ປະຊາ​ຊາດ​ອາ​ຟຼິກາ, ​ໃນ​ນັ້ນ​ມີ​ການ​ຕອບ​ສະໜອງ​​ຄວາມ​ສົນ​ໃຈຂອງອາ​ຟຼິກາ ​ໃນ​ການ​ແກ້​ໄຂ​ບັນຫາ​ຊອດທະລຸ ຄື: ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ລະ​ເບີດ​ຝັງ​ດິນ, ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ...

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອງ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ການ​ເຂົ້າ​ຮ່ວມ ​ແລະ ການ​ຮ່ວມ​ມື​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ ສະພາສັນຕິພາບ ​ແລະ ​ຄວາມ​ໝັ້ນຄົງອາ​ຟຼິກາ ກັບ​ບັນດາ​ອົງການ​ອະນຸ​ພາກ​ພື້ນ ເຂດ​ອາ​ຟຼິກາ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ, ​ໃນ​ການ​ປຶກສາ​ຫາລື​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ແລະ ການ​ຢ້ຽມຢາມ​ພາກ​ພື້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ປະ​ເທດ​ອາ​ຟຼິກາ ​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ ​ແລະ ສືບ​ຕໍ່​ສະ​ໜັບສະ​ໜູນ​ບົດບາດ​ນຳ​ໜ້າ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ ສະພາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ ຂອງສະຫະພັນອາ​ຟຼິກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.