ອິນເດຍ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ

07:46 | 05/01/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ T.S Tirumurti, ຫົວໜ້າ​ຄະນະ​ຜູ້​ແທນ​ຖາວອນ​ຂອງ​ອິນ​ເດຍ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້​ການຕີລາຄາທີ່​ດີ​ຫຼາຍ​ຢ່າງ ​ແລະ ຊົມ​ເຊີຍ​ບົດບາດ​ຂອງ​ຫວຽດນາມ ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ 2 ປີຜ່ານມາ.

ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ
ອິນເດຍ  ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ ອິນເດຍ ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ

ທ່ານ​ເອກ​ອັກຄະ​ລັດຖະທູດ T.S Tirumurti ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ມີ​ບົດບາດ​ຢ່າງ​ຕັ້ງໜ້າ​ ໃນ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ, ໂດຍບໍ່​ມີ​ຄວາມ​ສົງ​ໄສຫຍັງ​ຕໍ່​ເລື່ອງ​ນັ້ນ. ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຝ່າຍ​ໃນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ໃນ​ປີຜ່ານມາ. ຫວຽດນາມ ​ໃນ​ຖານະ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ ເປັນເວລາ 2 ​ເດືອນ ​ໄດ້ປະສົບ​ຜົນສຳ​ເລັດຫຼາຍຢ່າງ, ​ແມ່ນ​ໜຶ່ງ​ໃນ​ສອງ​ເຫດການ​ທີ່ຈະ​ດຳ​ເນີນ​ໃນ​ປີ​ນີ້ ​ແລະ ພວກ​ຂ້າພະ​ເຈົ້າ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ ເພື່ອ​ເປັນກະພາບກ່ຽວກັບຫຼາຍເນື້ອ​ໃນ​ເອ​ກະ​ສານ​ທີ່​ສໍາ​ຄັນ​ ເຊັ່ນ: ມະຕິ ຫຼື ຖະ​ແຫຼ​ງການ​ຂອງ​ປະທານ. ການ​ນຳ​ຂອງ​ສອງ​ປະ​ເທດ ກໍມີ​ການພົວພັນທີ່​ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ ເມື່ອປຶກສາຫາລືເຖິງ​ບັນ​ດາ​ບັນ​ຫາ​ໃນ​ວາ​ລະ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ.

ອິນເດຍ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ
ອິນເດຍ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ. (ພາບ: baoquocte)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Tirumurti ​ແລ້ວ, ບັນດາ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ຢູ່​ສະພາ​ຄວາມ​ໝັ້ນຄົງ​ ຄື: ຊຸກຍູ້​ບັນດາ​ມະຕິ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ພື້ນຖານ​ໂຄງ​ລ່າງ ​ໃນ​ການ​ປະ​ທະ​ກັນ ກໍ່​ຄື​ບັນດາ​ບັນຫາ​ລະ​ເບີດທີ່ຍັງ​ບໍ່​ທັນ​ແຕກ.

ກ່ຽວ​ກັບສິ່ງ​ທ້າ​ທາຍ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ໃນ​ປີ​ຈະ​ມາ​ເຖິງ, ທ່ານ​ເອກ​ອັກຄະ​ລັດຖະທູດ Tirumurti ​ໃຫ້​ຮູ້​ວ່າ: ຍາກ​ທີ່​ຈະ​ຄາດ​ຄະ​ເນ, ​ແຕ່​ບາງ​ບັນຫາ​ໃນ​ປະຈຸ​ບັນ ​ເກືອບຄືວ່າຍັງ​ບໍ່​ປ່ຽນ​ແປງ​ເຊັ່ນ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຄວາມ​ຂັດ​ແຍ່ງ​ໃນ​ໂລກ ຫຼື ​ບັນຫາ​ກໍ່​ການ​ຮ້າຍ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Tirumurti ​ແລ້ວ, ທຸກ​ປະ​ເທດ​ ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ບົນ​ຈິດ​ໃຈ​ຮ່ວມ​ມື ​ແລະ ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.