ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ

11:15 | 30/12/2021

ຍ​ສ​ໝ - ກຳ​ປູ​ເຈຍ ມອບຜ້າ​ອັດ​ປາກ​ດັງທາງ​ການ​ແພດ​ຕ້າ​ເຊື້ອ 400 ກັບ, ຖົງ​ມື​ອະ​ນາ​ໄມ 500 ກັບ, ຊຸດ​ເຄື່ອງ​ນຸ່ງກັນ​ໂຄວິດ - 19 2000 ຊ​ຸດ, ນຳ້ຢາ​ລ້າງ​ມື​ຂ້າ​ເຊື້ອ 400 ຕຸກ ແລະ ໝີ່​ສຳ​ເລັດ​ຮູບ 500 ແກັດ ​ໃຫ້​ແຂວງ​ໄຕ​ນິງ.

ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ - ລາ​ຊະອາ​ນາ​ຈັກ​ກຳ​ປູ​ເຈຍ ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ - ລາ​ຊະອາ​ນາ​ຈັກ​ກຳ​ປູ​ເຈຍ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ພິ​ທີ​ມອບ​ຮັບ (ພາບ: TTXVN)

ຫວ່າງແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ມົກ​ບາຍ (ເມືອງ ເບັ້ນ​ເກົ່າ, ແຂວງ​ໄຕ​ນິງ), ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ສູນ​ກາງ​​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ສະ​ມາ​ຄົມ, ປະ​ທານ​ສະ​ຫະ​ສະ​ມາ​ຄົມຊາວ​ໜຸ່ມ ຫວຽດ​ນາມ ແຂວງ ໄຕ​ນິງ, ທ່ານນາງ ຫງວຽນ​ທິ​ຈຸກ​ມາຍ ຮອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ໄຕ​ນິງ ໄດ້​ຮັບ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ກຳ​ມະ​ການ​ສູນ​ກາງ​ສະ​ຫະ​ສະ​ມາ​ຄົມ​ຊາວ​ໜຸ່ມ​ກຳ​ປູ​ເຈຍ, ທ່ານ Hun Many ຜູ້​ຕາງ​ໜ້າ ທ່ານ ​ Polyva ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ໜຸ່ມ ກຳ​ປູ​ເຈຍ

ວັດ​ຖຸ​ອຸ​ປະ​ກອນ​ທີ່ໄດ້​ຮັບ​ລວມ​ມີ: ຜ້າ​ອັດ​ປາກ​ດັງທາງ​ການ​ແພດ​ຕ້າ​ເຊື້ອ 400 ກັບ, ຖົງ​ມື​ອະ​ນາ​ໄມ 500 ກັບ, ຊຸດ​ເຄື່ອງ​ນຸ່ງກັນ​ໂຄວິດ - 19 2000 ຊ​ຸດ, ນຳ້ຢາ​ລ້າງ​ມື​ຂ້າ​ເຊື້ອ 400 ຕຸກ ແລະ ໝີ່​ສຳ​ເລັດ​ຮູບ 500 ແກັດ. ທ່ານ​ນາງ ຫງວຽ​ນ​ທິ​ຈຸກ​ມາຍ ໃຫ້​ຮູ້​ວ່າ ​ໂດຍ​ຕອບໜອງ​ລາຍ​ການ “ມອບ​ຖົງ​ໜູນ​ຊ່ວຍ​ ລ້ານ​ຖົງ” ໂດຍ​ສູງ​ການ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ແລະ ສູນ​ກາງ​ສະ​ພັນຊາວ​ໜຸ່ມ ຫວຽດ​ນາມ ປຸກ​ລະ​ດົມ, ສູນ​ກາງ​ສະ​ມາ​ຄົມ​ຊາວ​ໜຸ່ມ ກຳ​ປູ​ເຈຍ ໄດ້​ມອບ​ສະ​ບຽງ​ອາ​ຫານ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ປະ​ຊາ​ຊົນ, ຊາວ​ໜຸ່ມ, ເຍົາ​ວະ​ຊົນ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໃນ​ວຽກ​ງານ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ.

ທີ່​ການ​ຮັບ​ເອົາສະ​ບຽງ​ອາ​ຫານ ແລະ ວັດ​ຖຸ​ອຸ​ປະ​ກອນ​ກາ​ນ​ແພດ​ຈາກ​ຝ່າຍ ກຳ​ປູ​ເຈຍ, ທ່ານ​ນາງ ຫງວຽນ​ທິ​ຈຸກ​ມາຍ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໄປ​ຍ​ັງ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ໜຸ່ມ ກຳ​ປູ​ເຈຍ ກັບ​ບັນ​ດາ​ຂອງ​ຂັວນ​ທີ່​ມີ​ຄວາມ​ໝາຍຢ່າງ​ແທດ​ຈິງ ແລະ ທັນ​ການ ຕໍ່ສູນ​ກາງ​ສະຫະ​ພັນ​ຊາວ​ໜຸ່ມ ​ຫວຽດ​ນາມ ໃນ​ວຽກ​ງານປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປັດ​ຈຸ​ບັນ. ທ່ານ​ນາງ ຫງວຽນ​ທິ​ຈຸກ​ມາຍ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ສອງ​ຝ່າຍ​ຈະສືບ​ຕໍ່​ພ້ອມ​ກັນ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄວາມ​ສາມັກ​ຄີ ເພື່ອ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ຄວາມ​ສະ​ໜິດ​ຕິດ​ພັນລະ​ຫວ່າງ ປະ​ຊາ​ຊົນ ແລະ ຊາວ​ໜຸ່ມ​ສອງ​ປະ​ເທດ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົວພັ​ນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ສະ​ຫະພັນຊາວ​ໜຸ່ມ ຫວຽດ​ນາມ ແຂວງ​ໄຕ​ນິງ ແລະ ສະ​ມາ​ຄົມ​ຊາວ​ໜຸ່ມ​ກຳ​ປູ​ເຈຍ ຢູ່ບ​ັນ​ດາ​ແຂວງ​ ​ເຂດຊາຍ​ແດນ ຕິດ​ກັບໄຕ​ນິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.