ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ
ຍສໝ - ສອງຊາດຫວຽດນາມ ແລະລາວ ພວກເຮົາມີມູນເຊື້ອສະໜິດຕິດພັນມາແຕ່ດົນນານ, ເຊິ່ງໄດ້ກຳເນີດ ແລະຫຼໍ່ຫຼອມຜ່ານປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ຫຼາຍພັນປີ.
ຍສໝ - ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທ່ານ Filipe Jacinto Nyusi ປະທານາທິບໍດີໂມຊຳບິກ ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 8-10 ກັນຍາ.
ຍສໝ - Maysa - ອະດີດນັກສຶກສາຕ່າງປະເທດມະຫາວິທະຍາໄລອຸດສາຫະກຳ ກວາງນິງ, ມີຜູ້ຕິດຕາມຫຼາຍລ້ານຄົນໃນເຄືອຂ່າຍສັງຄົມ ຍ້ອນບັນດາຄລິບເຜີຍແຜ່ວັດທະນະທຳ ຫວຽດນາມ ມາຍັງປະເທດລາວ ຂອງຕົນ.
ຍສໝ - ໂດຍຮັບຄໍາເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 10 ຫາວັນທີ 13 ກັນຍາ 2024.
ຍສໝ - ວັນທີ 4 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງບິ່ງ ໄດ້ຈັດຕັ້ງກອງປະຊຸມສົນທະນາເພື່ອສະເຫຼີມສະຫຼອງ 62 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2024) ແລະ ຄົບຮອບ 47 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977-18 ກໍລະກົດ 2024).
ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການສູນກາງພັກ, ຮອງປະທານຮັບຜິດຊອບສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຫາກໍ່ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ທີ່ໄດ້ຈັດຕັ້ງຢູ່ແຂວງ ລາວກາຍ ແຕ່ວັນທີ 27-30 ສິງຫາ 2024.
ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.
ຍສໝ - ໃນການໄປຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ອາເມລິກາ ໃນທ້າຍເດືອນສິງຫາ 2024, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ, ປະທານຄະນະກຳມະການ ໄດ້ຮັບຖະແຫຼງການຈາກເຈົ້າຄອງນະຄອນຊານຟານຊິດສໂກ ລົງນາມ ດ້ວຍເນື້ອໃນປະກາດເອົາວັນທີ 2 ກັນຍາ ປີ 2024 ເປັນວັນມໍລະດົກມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນ ແລະ ຂອບເຂດຂອງ ຊານຟານຊິດສໂກ ປີ 2024.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ນາງ Pauline Tamesis ຜູ້ປະສານງານຂອງອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ. ຈຸດສຸມຂອງການແລກປ່ຽນແມ່ນການປຶກສາຫາລືທິດທາງການຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະຈະມາເຖິງ.
ຍສໝ - ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟ່ານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Shawn Steil, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ, ໃນຕອນເຊົ້າວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ.
ຍສໝ - ທ່ານພົນໂທ ຈິ້ງວັນກວຽດ ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຕໍ່ການປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະສອງກອງທັບ; ພ້ອມທັງຫວັງວ່າ ດ້ວຍບົດຮຽນ, ອາລົມຈິດອັນດີງາມທີ່ມີຕໍ່ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.
ຍສໝ - ການຢ້ຽມຢາມແນໃສ່ຜັນຂະຫຍາຍແຜນການຮ່ວມມື ປີ 2024 ລະຫວ່າງສອງກະຊວງປ້ອງກັນປະເທດ; ເພີ່ມທະວີການແລກປ່ຽນ ແລະການພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ.
ຍສໝ - ໃນໄລຍະປະຫວັດສາດ, ຫວຽດນາມ-ລາວ ເວົ້າລວມ, ແຂວງແທງຮວ໊າ - ຫົວພັນ ເວົ້າສະເພາະ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ສ້າງສາ ແລະປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ. ພ
ຍສໝ - ຜ່ານການແຮກສ່ຽວກຸ່ມຊຸມຊົນ, ເສັ້ນຊາຍແດນລະຫວ່າງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ.
ຍສໝ - ອາດຢັ້ງຢືນໄດ້ວ່າ ຮູບແບບແຮກສ່ຽວນີ້ໄດ້ ແລະພວມສ້າງຄວາມສະໜິດຕິດພັນ, ນຳມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມສຸກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນັ້ນກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ຍສໝ - ວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ອວງຈູ່ລືວ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມີການພົບປະກັບທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ແລະສາມັກຄີຂອງລາວ ເນື່ອງໃນໂອກາດທີ່ຄະນະປະຕິບັດງານລາວ ໄປຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຈີນລົງຢ່າງຈົບງາມ ທ່ານ ເລຮວ່າຍຈູງໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.
ຍສໝ - ວັນທີ 17 ສິງຫາ, ຢູ່ນະຄອນຫຼວງ Moskva (ສະຫະພັນ ລັດເຊຍ), ໄດ້ເປີດງານມະຫະກໍາກິລາວິສາຫະກິດສາກົນ ຄັ້ງທຳອິດສໍາລັບ ປະຊາຄົມຄົນຕ່າງປະເທດຢູ່ ລັດເຊຍ.
ຍສໝ - ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ຮຸງກາລີ ໄດ້ແບ່ງປັນບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້ກ່ຽວກັບ ຮົຮຸງກາລີ ແລະ ຍົກອອກບັນດາຂໍ້ສະເໜີທີ່ສຸດຈິດສຸດໃຈ ເພື່ອຮັກສາການພົວພັນອັນດີງາມລະຫວ່າງ 2 ປະເທດ. ນັບແຕ່ອາຫານ, ວັດທະນະທຳຕະຫຼອດເຖິງດົນຕີ... ບັນດາເລື່ອງລາວຂອງເຂົາເຈົ້າໄດ້ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮຸງກາລີ ຜ່ານຫຼາຍລຸ້ນຄົນ.
ຍສໝ - ຕາມທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ
ຍສໝ - ນີ້ແມ່ນການປະກອບຄໍາເຫັນທີ່ການເຮັດວຽກ ແນ່ໃສ່ການກວດກາຄືນ, ຕີລາຄາວຽກປະສານສົມທົບ ລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ສູນກາງສະຫະພັນແມ່ຍິງ ຫວຽດນາມ ໃນການຜັນຂະຫຍາຍບົດສະຫຼຸບ ສະບັບເລກທີ 12-KL/TW ລົງວັນທີ 12 ສິງຫາ 2021 ຂອງກົມການເມືອງ ກ່ຽວກັບວຽກງານສໍາລັບຄົນຫວຽດນາມ ຢູ່ຕ່າງປະເທດ ຢ່າງມີປະສິດທິຜົນ.
ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງບິ່ງເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແຂວງບິ່ງເຢືອງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ອາຍຸການ 2024 – 2029. ທ່ານ ນາງ ຫວູຖິເວີນເຮືອງ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມໃນອາຍຸການນີ້.
ຍສໝ - ວັນທີ 14 ສິງຫາ, ຄະນະປະຕິບັດງານຂອງສະມາຄົມນັກຂ່າວໄທ ນຳໂດຍ ທ່ານ ນາງ Norrinee Ruangnoo ປະທານສະມາຄົມ ເປັນຫົວໜ້າຄະນະ ແລະ ຄະນະປະຕິບັດງານຂອງສະມາຄົມນັກຂ່າວຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາສໍານັກງານສື່ມວນຊົນຂອງແຂວງວິ້ງຟຸກ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຄັ້ງທຳອິດກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຖານະທີ່ເປັນຜູ້ນຳພັກ, ລັດ ຫວຽດນາມ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງສອງພັກ, ສອງລັດຕໍ່ການພົວພັນ ຫວຽດນາມ-ຈີນ...
ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງ ກວາງຈີ້, ທ່ານ ໂຮ່ດ້າຍນາມ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກວາງຈີ້ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ຄະນະຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ໂດຍທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງຄະນະຕິດຕໍ່ ເປັນຫົວໜ້າຄະນະ. ການພົບປະເຮັດວຽກ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບວຽກງານການທູດປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ ຂຶ້ນກັບບໍລິເວນແຂວງ ກວາງຈີ້.