ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ

00:00 | 28/08/2024

ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ
ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ

ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປີ 2024 ໄດ້ດຳເນີນໄປແຕ່ແຕ່ວັນທີ 21-24 ສິງຫາ ຢູ່ປະເທດລາວ ດ້ວຍຄວາມໝາຍເລິກເຊິ່ງ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ. ພ້ອມກັນນັ້ນ, ຍັງເປັນການຢັ້ງຢືນວ່າ ຖັນແຖວນາຍທະຫານຊາຍແດນໜຸ່ມຂອງສອງປະເທດແມ່ນກຳລັງນໍາໜ້າ, ປະຈັນບານໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນຫັນແຜນນະໂຍບາຍຂອງພັກ, ລັດ, ກອງທັບ ແລະທະຫານຊາຍແດນສອງປະເທດໃຫ້ປະກົດຜົນເປັນຈິງ.

ປະຕິບັດວຽກງານການສົມທົບກັນເປັນຢ່າງດີ

ທີ່ລາຍການ, ນາຍທະຫານຊາຍແດນໜຸ່ມສອງປະເທດ ໄດ້ພ້ອມກັນດໍາເນີນຫຼາຍການເຄື່ອນໄຫວແທດຈິງ. ພິເສດ, ຈຸດພົ້ນເດັ່ນໃນບັນດາກິດຈະການເຄື່ອນໄຫວຂອງລາຍການ ແມ່ນກອງປະຊຸມໂອ້ລົມສົນທະນາແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ທີ່ດຳເນີນຢູ່ແຂວງ ສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງຫວຽດນາມ ແລະ ພັນໂທ ສັກສິດ ພິຈິດ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງລາວ.

ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ  ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ສວນຕົ້ນໄມ້ມິດຕະພາບໃນຂອບເຂດກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານແຂວງສະຫວັນນະເຂດ. ພາບ: ວັນເຈືອງ

ບັນດາຄຳເຫັນປະກອບທີ່ກອງປະຊຸມໂອ້ລົມສົນທະນາ ມີຄວາມລະອຽດ, ເຂົ້າສູ່ແຕ່ລະເນື້ອໃນຂົງເຂດວຽກງານຂອງສອງກຳລັງ; ພ້ອມທັງຢືນຢັນວ່າ, ໃນໄລຍະຜ່ານມາ, ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ - ລາວ ໄດ້ເສີມຂະຫຍາຍບົດບາດປະຈັນບານ, ປະດິດຄິດສ້າງ, ມານະພະຍາຍາມເຮັດວຽກ, ໝູນໃຊ້ຄວາມຮູ້ຂອງຕົນເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະແກ້ໄຂບັນດາເຫດການ, ກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ ເພື່ອແນໃສ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.

ຮ້ອຍເອກ ຂັນທະວີພອນ ພົມຫຼວງສີ, ຮອງຫົວໜ້າພະແນກຊາຍແດນ, ກອງບັນຊາການທະຫານແຂວງສະຫວັນນະເຂດ ແບ່ງປັນວ່າ: “ທາງກົມກອງມີໜ້າທີ່ປົກປັກຮັກສາເສັ້ນຊາຍແດນຍາວ 148,8 ກິໂລແມັດ, ດ້ວຍ 44 ຫຼັກໝາຍຊາຍແດນ, ຕັ້ງຢູ່ໃນບໍລິເວນໂດຍມີ 17 ບ້ານຊາຍແດນຂຶ້ນກັບເມືອງເຊໂປນ ແລະ ເມືອງນອງ (ແຂວງສະຫວັນນະເຂດ) ເຊິ່ງຕິດຈອດກັບແຂວງກວາງບິ່ງ ແລະ ແຂວງກວາງຈິ (ຫວຽດນາມ). ແຕ່ປີ 2023-2024, ກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງຝ່າຍໄດ້ສົມທົບກັນດໍາເນີນການລາດຕະເວນຮ່ວມກັນໄດ້ 15 ຄັ້ງ; ຈັດຕັ້ງການແຮກສ່ຽວລະຫວ່າງກົມກອງປ້ອງກັນຊາຍແດນຂອງລາວ ກັບບັນດາຄ້າຍທະຫານຊາຍແດນຂອງຫວຽດນາມ; ສົມທົບກັນຕໍ່ສູ້, ປາບປາມອາດຊະຍາກຳຢາເສບຕິດ...

ຮ້ອຍເອກ ຂັນທະວີພອນ ພົມຫຼວງສີ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງນາຍທະຫານຊາຍແດນໜຸ່ມຂອງສອງປະເທດນັບມື້ນັບເຂົ້າສູ່ລວງເລິກນັ້ນ, ຄວນຕັ້ງໜ້າຈັດຂະບວນການຕ່າງໆ, ແລກປ່ຽນບົດຮຽນປະສົບການ, ຂໍ້ມູນຂ່າວສານເຊິ່ງກັນ ແລະກັນຢ່າງເປັນປະຈໍາ; ໂຄສະນາໃຫ້ປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຊາຍແດນປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງແຕ່ລະປະເທດໃຫ້ເປັນຢ່າງດີ.

ສ່ວນທ່ານພັນໂທ ໂຮ່ດຶກກຸ໊ຍ ທີ່ມາຈາກຫ້ອງການເມືອງ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ແບ່ງປັນຄວາມພາກພູມໃຈເມື່ອໄດ້ສືບທອດນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ແລະສອງຊາດ ເຊິ່ງລຸ້ນຕ່າງໆ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ເພື່ອກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ລຸ້ນໜຸ່ມລະຫວ່າງສອງປະເທດໄດ້ຜັນຂະຫຍາຍປະຕິບັດຫຼາຍໂຄງການ, ຫຼາຍຮູບແບບ ແລະການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ມຸ່ງໄປເຖິງປະຊາຊົນ ແລະພໍ່ແມ່ປະຊາຊົນບັນດາເຜົ່າທີ່ຢູ່ເຂດຊາຍແດນ. ນັ້ນແມ່ນການຈັດພິທີລົງນາມແຮກສ່ຽວລະຫວ່າງກຸ່ມບ້ານ ທີ່ຢູ່ສອງຟາກຊາຍແດນ, ໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ” ໄດ້ຢືນຢັນອາລົມຈິດຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ ແລະລຸ້ນໜຸ່ມຂອງສອງປະເທດ.

ເສີມຂະຫຍາຍບົດບາດປະຈັນບານຂອງນາຍທະຫານຊາຍແດນໜຸ່ມສອງປະເທດ

ເມື່ອເບິ່ງຄືນຂັ້ນຕອນພະຍາຍາມສົມທົບກັນປະຕິບັດໜ້າທີ່ຂອງກຳລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດຫວຽດນາມ - ລາວ ເຊິ່ງຫຼັກແຫຼ່ງແມ່ນໄວໜຸ່ມຂອງສອງກຳລັງ, ສາມາດຢັ້ງຢືນວ່າ ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ແມ່ນຂີດໝາຍສຳຄັນໃນວຽກງານການທູດດ້ານປ້ອງກັນຊາຍແດນ.

ທ່ານພັນເອກພິເສດ ຫງວຽນແທັງຫາຍ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຂອງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນາຍທະຫານຊາຍແດນໜຸ່ມຂອງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ຄວາມຕັດສິນໃຈໃນການຮັກສາ, ປັບປຸງ ແລະ ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ສອງຊາດເວົ້າລວມ ແລະ ລະຫວ່າງທະຫານຊາຍແດນຫວຽດນາມກັບກົມປ້ອງກັນຊາຍແດນລາວ ເວົ້າສະເພາະ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາສອງປະເທດໃຫ້ມີສັນຕິພາບ ແລະ ພັດທະນາຢ່າງວັດທະນາຖາວອນ.

ທ່ານພັນໂທ ສັກສິດ ພິຈິດ ໃຫ້ຮູ້ວ່າ, ນາຍທະຫານຊາຍແດນໜຸ່ມທັງສອງຝ່າຍ ຄວນສຸມໃສ່ຮັກສາການປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືປ້ອງກັນຊາຍແດນລະຫວ່າງກະຊວງປ້ອງກັນປະເທດລາວ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ລົງນາມໃນວັນທີ 6 ມິຖຸນາ 2024 ຢ່າງເຂັ້ມງວດ; ເພີ່ມທະວີການສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຈັດຕັ້ງການລາດຕະເວນສອງຝ່າຍຢູ່ຂັ້ນກອງຮ້ອຍຊາຍແດນຂອງລາວ ກັບຄ້າຍທະຫານຊາຍແດນຂອງຫວຽດນາມ; ສືບຕໍ່ເສີມຂະຫຍາຍບົດບາດຂອງໄວໜຸ່ມ, ຖັນແຖວນາຍທະຫານໃນບັນດາກົມກອງປ້ອງກັນຊາຍແດນຂອງສອງປະເທດ, ຜັນຂະຫຍາຍໜ້າທີ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ສະພາບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ເພີ່ມທະວີການເຄື່ອນໄຫວສົມທົບກັນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທີ່ຢູ່ສອງຟາກຊາຍແດນ ຍົກສູງຄວາມຮູ້ໃນການປະຕິບັດກົດຫມາຍ; ປະຕິບັດຕາມເອກະສານນິຕິກຳກ່ຽວກັບຊາຍແດນ ແລະ ຂໍ້ຕົກລົງທີ່ກ່ຽວຂ້ອງ ເຊິ່ງການນຳສອງຝ່າຍໄດ້ລົງນາມ.

ທ່ານພັນໂທ ສັກສິດ ພິຈິດ ຫວັງວ່າ ທະຫານຊາຍແດນຫວຽດນາມ ຈະສືບຕໍ່ໜູນຊ່ວຍທະຫານຊາຍແດນລາວ ໃນການບໍາລຸງສ້າງ, ຝຶກອົບຮົມດ້ານວິຊາການ, ແລກປ່ຽນບົດຮຽນປະສົບການໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ເພື່ອເພີ່ມທະວີຄວາມສາມາດປະຕິບັດວຽກງານປ້ອງກັນຊາຍແດນສອງຝ່າຍ; ສືບຕໍ່ຈັດຕັ້ງການພົບປະ, ແລກປ່ຽນບົດຮຽນລະຫວ່າງບັນດາກົມກອງກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ.

ນອກຈາກນັ້ນ, ໃນຊຸມວັນບຸນເຕັດ, ປີໃໝ່, ວັນມູນເຊື້ອ, ສອງຝ່າຍສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ອວຍພອນ, ຈັດການພົບປະແລກປ່ຽນດ້ານວັດທະນະທຳ, ສິລະປະ, ຈັດການແຂ່ງຂັນກິລາມິດຕະພາບ; ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວແຮກສ່ຽວລະຫວ່າງເຂດຊຸມຊົນ ທີ່ຢູ່ສອງຟາກຊາຍແດນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

ຍສໝ - ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃໝ່ ເພື່ອປະຊາຊົນ​ສອງປະເທດ ຫວຽດນາມ-ສະຫະພັນ​ລັດ​ເຊຍ ​ສະໜິດ​ຕິດພັນກັນກ່ວາອີກ. ສະນັ້ນ ການຊຸກຍູ້ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ປະກອບສ່ວນ “ຮັກສາ​” ​ການ​ພົວພັນ​ມິດຕະພາບ ຫວຽດນາມ-ສະຫະພັນລັດ​ເຊຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ດັ້ງ​ມິງ​ຄ່ອຍ ໃຫ້​ຮູ້​ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ​ ​ທາງລັດຖະກິດຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ...

ແສງເດືອນ

ເຫດການ
302 Found

Found

The document has moved here.