ແມ່ຍິງຫວຽດນາມຢູ່ຕ່າງປະເທດແມ່ນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ

09:00 | 21/08/2024

ຍສໝ - ນີ້​ແມ່ນການປະກອບຄໍາເຫັນທີ່​ການເຮັດວຽກ ແນ່ໃສ່ການກວດກາຄືນ, ຕີ​ລາຄາວຽກປະສານ​ສົມທົບ ​ລະຫວ່າງ ​ຄະນະ​ກຳມະການ​ແຫ່ງ​ລັດ ​ກ່ຽວ​ກັບ​ຄົນຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ສູນກາງສະຫະພັນ​ແມ່ຍິງ ຫວຽດນາມ ​ໃນການຜັນຂະຫຍາຍບົດສະຫຼຸບ ສະບັບ​ເລກທີ 12-KL/TW ລົງ​ວັນ​ທີ 12 ສິງຫາ 2021 ຂອງ​ກົມ​ການ​ເມືອງ ກ່ຽວກັບວຽກງານສໍາລັບຄົນ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ຢ່າງມີປະສິດທິຜົນ​.

UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ
CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ທ່ານ​ນາງ ເລ​ຖິທູ​ຮັ່ງ ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ ກ່ຽວກັບຄົນຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ​ແລະ ທ່ານນາງ ເຈີ່ນ​ລານ​ເຟືອງ ຮອງ​ປະທານ​ສະຫະພັນ​ແມ່ຍິງ ​ຫວຽດນາມ ​ ​ເປັນ​ປະທານ​ຮ່ວມທີ່ການເຮັດວຽກ.

Các đại biểu chụp ảnh lưu niệm sau buổi làm việc. (Ảnh: Hà Nội Mới)  ບັນດາ​ຜູ້​ແທນ​ຖ່າຍຮູບ​ທີ່​ລະນຶກ​ພາຍຫຼັງ​ການ​ສໍາເລັດກອງປະຊຸມ. (ພາບ: ຮ່າໂນ້ຍ ໃໝ່)

ບັນດາ​ຜູ້​ແທນ​ຖ່າຍຮູບ​ທີ່​ລະນຶກ​ພາຍຫຼັງ​ການການເຮັດວຽກ. (ພາບ: ຮ່າໂນ້ຍ ໃໝ່)

ຕາມ​ການ​ຕີ​ລາຄາ​ທີ່ການເຮັດວຽກ, ປະຊາ​ຄົມ​ຄົນ​ ຫວຽດນາມ ​ຢູ່​ຕ່າງປະ​ເທດ ​ເວົ້າ​ລວມ ​ແລະ ​ແມ່ຍິງ ​ເວົ້າ​ສະ​ເພາະ​ ນັບ​ມື້​ນັບ​ພັດທະນາເຕີບໃຫ່ຍເຂັ້ມແຂງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການເພີ່ມທະວີ ​ແລະ ເສີມຂະຫຍາຍ​ກຳລັງມະຫາສາມັກຄີຂອງຊາດ, ເປັນຂົວຕໍ່​ການ​ພົວພັນ ​ລະຫວ່າງ ​ຫວຽດນາມ ກັບ​ບັນດາ​ປະ​ເທດ.

ຕາມ​ການ​ຄາດ​ຄະ​ເນ, ປະຈຸ​ບັນ ມີ​ແມ່ຍິງ ຫວຽດນາມ ຫຼາຍກວ່າປະມານ 2,5 ລ້ານ​ຄົນ​ ທີ່ກໍາລັງ​ດຳລົງ​ຊີວິດ, ​ເຮັດ​ວຽກ, ຮ່ຳຮຽນ​ຢູ່ 130 ກວ່າ​ປະ​ເທດ ​ແລະ ​ເຂດດິນແດນ​ໃນ​ທົ່ວ​ໂລກ, ​ໃນ​ຈຳນວນຄົນ​ ຫວຽດນາມ ທັງໝົດທີ່ອາ​ໄສ​ຢູ່​ຕ່າງປະ​ເທດ​ ປະມານ 6 ລ້ານ​ຄົນ.

​ແມ່ຍິງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນບັນດາ​ການເຄື່ອນໄຫວ​ໜູນ​ຊ່ວຍ, ​ຊ່ວຍເຫຼືອ​ປະຊາ​ຄົມ​ຄົນ​ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ເຈົ້າພາບ, ອະນຸລັກ​ຮັກສາ ​ແລະ ເຜີຍແຜ່​ເອກະລັກ​ວັດທະນະທຳ​ຂອງ​ຊາດ, ພາສາ​ຫວຽດນາມ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຈິດອາສາ, ບໍລິຈາກ​ເພື່ອ​ສະໜັບສະໜູນ​ປະຊາ​ຄົມ, ປະຊາຊົນ​ປະ​ເທດ​ເຈົ້າພາບ, ປະຊາຊົນ​ໃນ​ປະ​ເທດ​ ທີ່ພົບ​ຄວາມ​ຫຍຸ້ງຍາກ, ​ໄພ​ທຳ​ມະ​ຊາດ ແລະ ອັກຄີໄພ...

ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແມ່ຍິງ​ ຫວຽດນາມ ທີ່ຢູ່​ຕ່າງປະ​ເທດ​ ຍັງ​ພົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການດໍາລົງຊີວິດ​ຂອງ​ປະ​ເທດ​ເຈົ້າພາບ ຍ້ອນ​ຄວາມ​ແຕກ​ຕ່າງ​ດ້ານ​ວັດທະນະທຳ ​ແລະ ພາສາ; ສິ່ງ​ທ້າ​ທາຍ​ຂອງ​ການ​ເຊື່ອມ​ໂຍງ​ດ້ານ​ວັດທະນະທຳ, ​ໃນ​ນັ້ນ​ມີ​ການ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ ​ແລະ ພາສາ​ຫວຽດນາມ.

ຄະ​ນະ​ກຳ​ມະ​ການແຫ່ງ​ລັດ​ ກ່ຽວ​ກັບ​ຄົນ ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ ແລະ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ ຫວຽດ​ນາມ ໄດ້ຕັ້ງໜ້າປະສານ​ສົມທົບກັນຈັດ​ຕັ້ງ​​ການເຄື່ອນ​ໄຫວສຳລັບ​ແມ່​ຍິງ ​​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນຫາທີ່ກ່ຽວຂ້ອງເຖິງ​ແມ່ຍິງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດຕັ້ງສະມາຄົມຄະນະແມ່ຍິງ ຫວຽດນາມ ຢູ່​ຕ່າງປະ​ເທດ; ແນະນຳໃຫ້ເອື້ອຍນ້ອງແມ່ຍິງ ເປັນຕົວແທນເຂົ້າຮ່ວມບັນດາກິດຈະກຳພາຍໃນປະເທດ;...

ແມ່ຍິງຫວຽດນາມຢູ່ຕ່າງປະເທດແມ່ນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ

ລາຍການ​ຮ້ອງ​ເພງ “ໜຶ່ງ​ຮອບ​ຫວຽດ​ນາມ” ສະ​ແດງ​ໂດຍ​ແມ່​ຍິງ​ຫວຽດ​ນາມ ໃນ​ໂຄງ​ການ “ວັດ​ທະ​ນະ​ທຳ​ຫວຽດ​ນາມ Cultural Show London 2024” ຢູ່ ລອນ​ດອນ, ປະ​ເທດ​ອັງ​ກິດ. (ພາບ: ສໍານັກຂ່າວຫວຽດນາມ)

ສະຫຼຸບທີ່ການເຮັດວຽກ, ການນຳ 2 ຝ່າຍ ໄດ້ສະເໜີບາງທິດທາງເພື່ອແນໃສ່ຍົກສູງປະສິດທິຜົນໃນການເຮັດວຽກກັບແມ່ຍິງ ຫວຽດນາມ ຢູ່ຕ່າງປະເທດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ໃນນັ້ນ ມີການຄົ້ນຄວ້າ, ການສະເໜີເພີ່ມທະວີການມີໜ້າຂອງແມ່ຍິງ ໃນບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຢູ່ພາຍໃນປະເທດ.

ຄຽງ​ຂ້າງ​ກັນນັ້ນ, ຕ້ອງ​ໄດ້ໜູນ​ຊ່ວຍ, ​ເຊື່ອມ​ໂຍງ​ບັນດາສະມາຄົມຄະນະ​ແມ່ຍິງ ຫວຽດນາມ ຢູ່​ຕ່າງປະ​ເທດ; ຈັດ​ຕັ້ງ​ບັນດາ​ໂຄງການ, ​ເຄື່ອນ​ໄຫວ​ສະເພາະ​ແມ່ຍິງ ​ແລະ ​ເດັກນ້ອຍ​ບັນດາ​ຄອບຄົວ​ທີ່​ມີ​ຫຼາຍ​ວັດທະນະທຳ; ​ເພີ່ມ​ທະວີ​ວຽກ​ງານຂ່າວສານ ​ແລະ ​ໂຄສະນາເຜີຍແຜ່​ກ່ຽວ​ກັບການແຜນນະໂຍບາຍ, ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ບັນດາຂະບວນການ, ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ ຫວຽດນາມ ໄປເຖິງບັນດາ​ສະມາຄົມຄະນະ​ແມ່ຍິງ ຫວຽດນາມ ຢູ່​ຕ່າງປະ​ເທດ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.