ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ

22:40 | 11/09/2024

ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ
ປະທານສະພາແຫ່ງຊາດຫວຽດນາມ ອວຍພອນປະທານສະພາແຫ່ງຊາດທານຊາເນຍ ປະທານສະພາແຫ່ງຊາດຫວຽດນາມ ອວຍພອນປະທານສະພາແຫ່ງຊາດທານຊາເນຍ

ໂດຍສືບຕໍ່ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ກັນຍາ, ຢູ່ວັງ Kremlin, ນະຄອນຫຼວງ ມົດສະກູ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ; ທ່ານຢືນຢັນວ່າ ຈະສະໜັບສະໜູນ 2 ອົງການນິຕິບັນຍັດຂອງ 2 ປະເທດຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ພາບ: TTXVN

ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຕ້ອນຮັບປະທານພັກກອມມູນິດສະຫະພັນ ລັດເຊຍ ແລະ ປະທານພັກ “ປະເທດ ລັດເຊຍ ຍຸຕິທຳ - ບັນດາຜູ້ຮັກຫອມຊາດ - ເພື່ອຄວາມເປັນຈິງ”; ຕ້ອນຮັບຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າ ລັດເຊຍ ເຄີຍສູ້ຮົບຢູ່ ຫວຽດນາມ; ຕ້ອນຮັບກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງຂອງ ລັດເຊຍ.

ກ່ອນໜ້ານັ້ນ, ວັນທີ 9 ກັນຍາ, ຢູ່ສໍານັກງານຂອງສະພາຕໍ່າ ສະຫະພັນລັດເຊຍ, ທ່ານ Vyacheslav Victorovich Volodin ປະທານສະພາຕໍ່າ ສະຫະພັນລັດເຊຍ ໄດ້ເປັນປະທານພິທີຕ້ອນຮັບ ແລະມີການພົບປະສອງຝ່າຍກັບທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ.

ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ
ທ່ານ Vyacheslav Victorovich Volodin ປະທານສະພາຕໍ່າ ສະຫະພັນລັດເຊຍ ຕ້ອນຮັບທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ. ພາບ: TTXVN

ທີ່ການພົບປະສອງຝ່າຍ, ການນໍາສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົວພັນຂອງແຕ່ລະປະເທດ ແລະສະພາແຫ່ງຊາດສອງປະເທດ. ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ມາດຕະການຕ່າງໆເພື່ອແນໃສ່ຍູ້ແຮງ ແລະເປີດກວ້າງການຮ່ວມມືໃຫ້ເໝາະສົມກັບມູນເຊື້ອ ແລະສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ; ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 75 ປີ ໃນປີ 2025.

ສອງຝ່າຍເຫັນດີເປັນເອກະສັນນໍາກັນວ່າ, ໃນການພົວພັນຮ່ວມມືສອງຝ່າຍ, ການຮ່ວມມືລະຫວ່າງລັດຖະສະພາແມ່ນເສົາຄ້ຳສຳຄັນທີ່ສຸດ, ເຊິ່ງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາອັນດີງາມ; ສອງຝ່າຍໄດ້ປຶກສາຫາລື, ສົມທົບກັນເປັນປະຈໍາ, ຕັ້ງໜ້າສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍໃນພາກພື້ນ ແລະສາກົນ. ການນໍາສອງທ່ານເຫັນດີເປັນເອກະພາບທີ່ຖືວ່າ, ປະຈຸບັນ, ກົນໄກຮ່ວມມືຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ-ສະພາຕໍ່າສະຫະພັນລັດເຊຍ ແມ່ນກົນໄກຮ່ວມມືທຳອິດ ແລະສູງສຸດຂອງສະພາແຫ່ງຊາດຫວຽດນາມ ກັບອົງການນິຕິບັນຍັດຂອງປະເທດອື່ນ. ສອງຝ່າຍໄດ້ຈັດຕັ້ງວາລະປະຊຸມ 2 ຄັ້ງ ປະສົບຜົນສໍາເລັດ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະພ້ອມກັນເປັນປະທານວາລະປະຊຸມ ຄັ້ງທີ 3 ເພື່ອແນໃສ່ກວດກາຄືນ, ໜູນຊ່ວຍ ແລະແກ້ໄຂສິ່ງກີດຂວາງເພື່ອຊຸກຍູ້ການພົວພັນຮ່ວມມືນີ້ໃຫ້ພັດທະນາແຂງແຮງກວ່າ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃນສະພາບການໃໝ່.

ໄປຄຽງຄູ່ກັບກົນໄກຮ່ວມມືລະຫວ່າງລັດຖະສະພາທີ່ມີຢູ່ແລ້ວລະຫວ່າງຫວຽດນາມ-ສະຫະພັນລັດເຊຍ, ທ່ານ Vyacheslav Victorovich Volodin ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຄົ້ນຄວ້າ, ເປີດກວ້າງ ແລະສ້າງຕັ້ງກົນໄກຮ່ວມມືໃໝ່, ປະກອບສ່ວນເຂົ້າໃນການປັບປຸງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ເລິກເຊິ່ງກ່ວາອີກ.

ສ່ວນທ່ານ ເຈິ່ນແທັງເໝິນ ສະເໜີວ່າສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກລັດຖະສະພາຍິງ ແລະບັນດາສະມາຊິກສະພາແຫ່ງຊາດຂອງສອງປະເທດ; ເພີ່ມທະວີການແລກປ່ຽນ ແລະແບ່ງປັນບົດຮຽນດ້ານນິຕິບັນຍັດ, ອັບເດັດຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວລັດຖະສະພາຂອງແຕ່ລະປະເທດ...

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ກັນຍາ, ຢູ່ມົດສະກູ ໄດ້ດໍາເນີນວາລະປະຊຸມ ຄັ້ງທີ 3 ຂອງຄະນະກໍາມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຕໍ່າສະຫະພັນລັດເຊຍ.

ກ່າວຄຳເຫັນໄຂວາລະປະຊຸມ, ທ່ານ Vyacheslav Victorovich Volodin ໃຫ້ຮູ້ວ່າ: ວາລະປະຊຸມຄັ້ງນີ້ ເພື່ອແນໃສ່ປຶກສາຫາລືມາດຕະການຕ່າງໆເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບດ້ານເສດຖະກິດ, ສອງປະເທດສູ້ຊົນບັນລຸວົງເງິນການຄ້າ 15 ຕື້ USD ໃນປີ 2030. ສະນັ້ນ, ວາລະປະຊຸມຄັ້ງນີ້, ພ້ອມກັບວາລະປະຊຸມຄັ້ງທີ 4 ຂອງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາ ເຊິ່ງຈະຈັດຕັ້ງຢູ່ຫວຽດນາມ ແມ່ນສຸມໃສ່ ແກ້ໄຂຫຼາຍບັນຫາ, ຄື: ເພີ່ມທະວີວົງເງິນການຄ້າ, ການຮ່ວມມືດ້ານການເງິນ, ສາທາລະນະສຸກ, ກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ; ການທ່ອງທ່ຽວ.

ສ່ວນທ່ານ ເຈີ່ນແທັງເໝິນ ຖືວ່າ ວາລະປະຊຸມຄັ້ງທີ 3 ຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ - ສະພາຕໍ່າ ສະຫະພັນລັດເຊຍ ແມ່ນສຳຄັນທີ່ສຸດເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກໃນໄລຍະຈະມາເຖິງ. ທ່ານ ເຈີ່ນແທັງເໝິນ ເນັ້ນໜັກວ່າ: “ຄຽງຄູ່ກັບຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ສອງຝ່າຍຈະແລກປ່ຽນ, ປຶກສາຫາລືບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ຄື: ການສົ່ງອອກຜະລິດຕະພັນກະເສດ, ການຂົນສົ່ງທາງອາກາດ, ເສດຖະກິດດີຈີຕອນ, ການຄຸ້ມຄອງດ້ານໄຊເບີ, ຊັບສິນທາງປັນຍາ, ການປົກປ້ອງຂໍ້ມູນຜູ້ຊົມໃຊ້, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນບໍລິຫານສາທາລະນະເປັນດີຈີຕອນ, ການສື່ສານຫຼາຍປະເພດ, ກິລາປັນຍາ, ການສຶກສາດີຈີຕອນ, ພະລັງງານສະອາດ, ນິວເຄຼຍ ເພື່ອຈຸດປະສົງສັນຕິພາບ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.

ແສງເດືອນ

ເຫດການ
302 Found

Found

The document has moved here.