ນໍາການພົວພັນຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ

22:36 | 10/09/2024

ຍສໝ - ສອງຊາດຫວຽດນາມ ແລະລາວ ພວກເຮົາມີມູນເຊື້ອສະໜິດຕິດພັນມາແຕ່ດົນນານ, ເຊິ່ງໄດ້ກຳເນີດ ແລະຫຼໍ່ຫຼອມຜ່ານປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ຫຼາຍພັນປີ.

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ

ໂດຍຮັບຄຳເຊີນຂອງສະຫາຍ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 10 ຫາວັນທີ 13 ກັນຍາ.

ການຢ້ຽມຢາມຂອງສະຫາຍ ທອງລຸນ ສີສຸລິດ ແລະພັນລະຍາ ແມ່ນເຫດການການເມືອງສຳຄັນ, ແມ່ນຂີດໝາຍໃຫຍ່ໃນການພົວພັນຫວຽດນາມ-ລາວ, ພິສູດໃຫ້ເຫັນນ້ຳໃຈແບບພິເສດ, ເລິກເຊິ່ງ, ແທດຈິງ, ມີຊີວິດຊີວາລະຫວ່າງສອງພັກ, ສອງລັດ. ການຢ້ຽມຢາມທີ່ນຳມາເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ນ້ຳໃຈອັນອົບອຸ່ນ, ຖານສະຫາຍອ້າຍນ້ອງອັນສະໜິດສະໜົມ.

ສອງຊາດຫວຽດນາມ ແລະລາວ ພວກເຮົາມີມູນເຊື້ອສະໜິດຕິດພັນມາແຕ່ດົນນານ, ເຊິ່ງໄດ້ກຳເນີດ ແລະຫຼໍ່ຫຼອມຜ່ານປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ຫຼາຍພັນປີ. ພິເສດ, ນັບແຕ່ເມື່ອມີການກຳເນີດ ແລະການນຳພາສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ການພົວພັນດັ່ງກ່າວນັບມື້ນັບໄດ້ຮັບການພັດທະນາ ແລະຍົກສູງຂຶ້ນ.

ນໍາການພົວພັນຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ພາບ: TTXVN

ໃນປະຫວັດສາດແຫ່ງການພົວພັນສາກົນແຕ່ກ່ອນມາຮອດປະຈຸບັນ, ການພົວພັນຫວຽດນາມ-ລາວ ແມ່ນແບບຢ່າງ, ທີ່ຫາຍາກກ່ຽວກັບນ້ຳໃຈສາມັກຄີບໍລິສຸດຜຸດຜ່ອງ. ສອງຊາດອ້າຍນ້ອງພວກເຮົາຍາມໃດກໍ່ແບ່ງທຸກແບ່ງສຸກ, “ເຂົ້າເມັດຫັກພັກເສັ້ນດຽວກໍ່ແບ່ງປັນກັນ”, ຖືກັນແມ່ນເລືອດເນື້ອດ່ຽວກັນ, ສະໜິດສະໜົມ, ສະເໝີຕົ້ນສະເໝີປາຍ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກ, ອັນຕະລາຍຄືແນວໃດ ກໍ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການພົວພັນຫວຽດນາມ-ລາວ, ໄດ້ສ້າງຂຶ້ນດ້ວຍເລືອດເນື້ອເຫື່ອແຮງ, ຂອງປະຊາຊົນສອງປະເທດຮຸ່ນຕ່າງໆ ເພື່ອເອກະລາດ, ເສລີພາບ, ຄວາມຜາສຸກ, ເປັນກົດເກນພາວະວິໄສ, ແມ່ນປັດໄຈທີ່ມີຄວາມໝາຍເປັນຕາຍ, ສ້າງກຳລັງແຮງອັນໃຫຍ່ຫຼວງນຳມາເຊິ່ງໄຊຊະນະອັນຍິ່ງໃຫຍ່ຂອງຫວຽດນາມ ແລະລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດກ່ອນໜ້ານີ້ ແລະກິດຈະການປ່ຽນແປງໃໝ່, ສ້າງສາປະເທດ, ພ້ອມກັນກ້າວຂຶ້ນລັດທິສັງຄົມນິຍົມໃນປະຈຸບັນ.

ພວກເຮົາພາກພູມໃຈເຫັນວ່າ ໃນຊຸມປີມໍ່ໆມານີ້, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ນັບທັງຜົນກະທົບທີ່ຍັງບໍ່ທັນມີມາກ່ອນຂອງພະຍາດໂຄວິດ-19, ການພົວພັນ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍ່ຕັ້ງ, ການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງ, ສືບຕໍ່ພັດທະນາຢ່າງໝັ້ນຄົງ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ການພົວພັນດ້ານການເມືອງ ໄດ້ຮັບການປັບປຸງ ແລະຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ກາຍເປັນການພົວພັນມິດຕະພາບອັນຍິ່ງໃຫຍ່, ນັບມື້ນັບໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ສືບຕໍ່ຮັກສາບົດບາດຫຼັກແຫຼ່ງແກ່ນສານ, ກຳນົດທິດສັງລວມຂອງການພົວພັນສອງຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດສືບຕໍ່ແມ່ນບັນດາເສົາຄ້ຳສຳຄັນໃນການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ໃນຂະນະທີ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ດ້ວຍການປ່ຽນແປງຢ່າງຕັ້ງໜ້າ, ການຮ່ວມມືໃນຂົງເຂດຕ່າງໆສືບຕໍ່ໄດ້ຮັບການເສີມຂະຫຍາຍນັບມືື້ນັບມີປະສິດທິຜົນສູງ. ນ້ຳໃຈສາມັກຄີພ້ອມດ້ວຍຜົນງານສຳຄັນທີ່ບັນລຸໄດ້ໃນການພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ກິດຈະການປ່ຽນແປງໃໝ່, ພັດທະນາເສດຖະກິດ-ສັງຄົມ, ສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ, ປັບປຸງທ່າແຮງ ແລະກຳລັງແຮງຂອງແຕ່ລະປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຫວນຄືນໄລຍະທາງປະຫວັດສາດທີ່ຜ່ານມາ, ພວກເຮົາເອກອ້າງທະນົງໃຈຕໍ່ການພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງທີ່ສຸດ, ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ຫວຽດນາມ-ລາວ, ແມ່ນສັນຍາລັກຂອງນ້ຳໃຈສາມັກຄີສາກົນ. ບັນດາບົດຮຽນປະຫວັດສາດຂອງນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ ແມ່ນເຂັມທິດໃນວິວັດທະນາການພັດທະນາຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ນີ້ແມ່ນພື້ນຖານໝັ້ນແກ່ນ ເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ແລະພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ອວຍພອນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນ່າງ ຄຳ​ປາວ ເອີນ​ທະ​ວັນ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະ​ຊາ​ຊົນ ລາວ. ການພົບປະ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ...

ແສງເດືອນ

ເຫດການ
302 Found

Found

The document has moved here.