ສືບ​ຕໍ່ເຮັດໃຫ້ເລິກເຊິ່ງ ແລະນຳ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ນັບ​ມື້​ນັບພັດທະນາຢ່າງໝັ້ນຄົງ, ແທດຈິງ

08:55 | 27/09/2024

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຊຸດ​ທີ 79 ແລະ ເຮັດວຽກຢູ່ New York, ອາເມລິກາ, ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ກ່າວຄຳປາໄສນະໂຍບາຍຢູ່ມະຫາວິທະຍາໄລ Columbia.

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3
ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ເຕື້ອງເຖິງ​ບາງບັນຫາ​ບົນ​ເສັ້ນທາງ​ກ້າວ​ໄປ​ເຖິງ​ຍຸກ​ແຫ່ງ​ຄວາມ​ກ້າວໜ້າ​ຂອງ​​ຊາດ, ກ່ຽວ​ກັບ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ວິ​ໄສ​ທັດເພື່ອກໍ່​ສ້າງ​​ອະນາຄົດ​ອັນ​ດີງາມໃຫ້ແກ່ມວນມະນຸດ​​ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ຢ່າງ​ໃຫຍ່​ຫຼວງ, ທັງ​ມີລັກສະນະຮອບ​ວຽນ, ໂຄງປະກອບ, ທັງມີບັນດາບຸກທະລຸທີ່ບໍ່ເຄີຍມີມາກ່ອນພາຍໃຕ້ການກະທົບຂອງການປະຕິວັດວິທະຍາສາດ-ເຕັກໂນໂລຢີ, ໂດຍສະເພາະແມ່ນປັນຍາປະດິດ ແລະ ເຕັກໂນໂລຢີດິ​ຈິ​ຕອນ​.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບສູງສຸດຕໍ່ກັບປະຊາຄົມສາກົນ. ຜ່ານ​ຂອບ​ເຂດ​ສອງຝ່າຍ, ການ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ພາກ​ພື້ນ ​ແລະ ທົ່ວໂລກ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັບມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ອາວຸດ​ທຳລາຍ​ລ້າງ... ເມື່ອເຕື້ອງເຖິງບັນຫາສາມັກຄີ ແລະ ມຸ່ງໄປເຖິງອານາຄົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນ​ວ່າ ​ໃນ​ສະພາບ​ທີ່​ໂລກ​ພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ທີ່ມີລັກສະນະຍຸກສະໄໝ, ມວນມະນຸດ​ຕ້ອງ​ມີວິໄສທັດໄກ ແລະ ຄວາມ​ສາມັກຄີ​ກ່ວາ​ເວລາໃດໝົດ. ບໍ່​ມີ​ປະ​ເທດດຽວ​ໃດ, ເຖິງມີ​ຄວາມ​ເຂັ້ມ​ແຂງ​ພຽງ​ໃດ​ກໍ​ຕາມ, ກໍ່ບໍ່ສາມາດ​ແກ້​ໄຂ​ບັນຫາລວມຂອງຍຸກສະໄໝພຽງ​ຜູ້ດຽວໄດ້ ແລະ ນັ້ນ​ແມ່ນ​ວິທີ​ການເຂົ້າເຖິງ ແລະ ກຳນົດ​ທິດເຊິ່ງກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຍົກອອກ​ຢ່າງ​ຈະ​ແຈ້ງ.

ສືບ​ຕໍ່ເຮັດໃຫ້ເລິກເຊິ່ງ ແລະນຳ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ນັບ​ມື້​ນັບພັດທະນາຢ່າງໝັ້ນຄົງ, ແທດຈິງ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ​ພັນ​ລະ​ຍາ ພ້ອມກັນກັບບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 1 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ. (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫວັງວ່າ ເພື່ອນມິດ, ຄູ່ຮ່ວມມື, ບັນດາວົງການຢູ່ ອາເມລິກາ ຈະສືບຕໍ່ສະໜັບສະໜູນຢ່າງເຂັ້ມແຂງໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ, ສືບຕໍ່ເລຶ່ອງລາວຢ່າງສຳເລັດຜົນ, ສົ່ງແຮງບັນດານໃຈໃຫ້ຄົນລຸ້ນຫຼັງ ແລະ ຜົນສຳເລັດນັ້ນບໍ່ພຽງແຕ່ຮັບໃຊ້ໃຫ້ແກ່​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດເປັນຢ່າງດີເທົ່ານັ້ນ, ຫາກຍັງ​ປະ​ກອບ​ສ່ວນນັບມື້ນັບ​​ແທດຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ສັນ​ຕິ​ພາບ, ເອ​ກະ​ລາດ​ຊົນ​ຊາດ, ປະ​ຊາ​ທິ​ປະ​ໄຕ, ຄວາມກ້າວໜ້າ​ຂອງ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ບັນດາຊາດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນປີ 2025, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ສະເໜີໃຫ້ 2 ຝ່າຍຕ້ອງສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ໃນປີ 2023 ຢ່າງມີປະສິດທິຜົນ; ພິເສດແມ່ນ​ເພີ່ມ​ທະວີ​ການ​ພົບປະ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ນຳການ​ຮ່ວມ​ມື​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລຢີ​ສູງ (ເຄິ່ງຊັກນຳໄຟຟ້າ, ປັນຍາ​ປະດິດ - AI), ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ກາຍເປັນ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ; ສືບ​ຕໍ່​ໃຫ້​ບຸລິມະສິດ​ໃຫ້​ການ​ຮ່ວມ​ມືແກ້ໄຂ​ຜົນ​ສະທ້ອນ​ຈາກ​ສົງຄາມ ປະກອບສ່ວນ​ສ້າງສາ ​ແລະ ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ຝ່າຍ; ​ເພີ່ມ​ທະວີ​​ການໂອ້ລົມ​ເຈລະຈາ​ບົນຈິດ​ໃຈສັດຊື່, ສ້າງສັນ, ແບ່ງປັນ​ຜົນ​ປະ​ໂຫຍ​ດ ແລະ ຄວາມ​ສົນ​ໃຈ​ອັນ​ຊອບ​ທຳຂອງ​ກັນ; ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ, ປະກອບສ່ວນຫຼາຍກ່ວາໃຫ້ແກ່​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານນາງ Rossana Cambron, ​ປະທານຮ່ວມ​ພັກ​ກອມ​ມູນິດ​ ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ ໄດ້ສົ່ງແຮງໃຈກ່ຽວ​ກັບ​ປະ​ເທດ​ ຫວຽດນາມ​ ທີ່​ທັນ​ສະ​ໄໝ, ວັດທະນາຖາວອນດ້ວຍ​ພື້ນຖານ​ເສດຖະກິດທ້ອງຕະຫຼາດກຳນົດທິດສັງຄົມ​ນິຍົມ, ຖື​ວ່າ ນີ້ແມ່ນຮູບແບບ​ໃນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​ນຳທິດສະດີກ່ຽວກັບສັງຄົມນິຍົມເຂົ້າສູ່ການປະຕິບັດຕົວຈິງ; ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ພັກຂອງສອງປະເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢືນຢັນ​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມືຂອງບັນດາບັນດາຄູ່ຮ່ວມມື ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ຄື ເຄິ່ງຊັກນຳໄຟຟ້າ ​ແລະ AI ​ແມ່ນ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃນ​ຍຸກສະໄໝ​ໃໝ່, ພິ​ເສດ​ແມ່ນ​ພາຍຫຼັງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍົກ​ລະດັບ​ການ​ພົວພັນຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ 2 ​ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມື​ບຸກທະລຸແມ່ນ ນະ​ວັດຕະກຳ ​ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດຈະເປີດກາລະໂອກາດຫຼາຍຢ່າງໃຫ້ບັນດາວິສາຫະກິດຂອງສອງຝ່າຍໄດ້ພ້ອມກັນເສີມຂະຫຍາຍ, ຂຸດຄົ້ນບັນດາທ່າໄດ້ປຽບຂອງແຕ່ລະຝ່າຍ...

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ...

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.