ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

14:19 | 29/08/2024

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ
ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ທ່ານ​ເອກ​ອັກຄະ​ລັດຖະທູດ ການາດາ Shawn Steil ກ່າວຄຳປາໄສວ່າ ໃນ​ໄລຍະ​ຜ່ານມາ, ສະຖານທູດ​ ກາ​ນາ​ດາ ປະຈຳ ຫວຽດນາມ ​ໄດ້​ຈັດຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດປະສົບ​ຜົນສຳ​ເລັດ ເຊັ່ນ ການຈັດ​ຕັ້ງ​ງານ​ດົນຕີ, ​ເຊີນ​ນັກ​ສິລະ​ປະ ​ກາ​ນາ​ດາ ​ໄປ​ສະ​ແດງ​ຢູ່ ຫວຽດນາມ. .. ວັນທີ 2 ພະຈິກ 2023, ສະຖານທູດ ແລະ VUFO ໄດ້ສົມທົບກັນຈັດຕັ້ງການພົບປະມິດຕະພາບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ທ່ານ ຟ່ານແອງເຊີນ, ປະທານ VUFO (ຂວາ) ໄດ້ຕ້ອນຮັບທ່ານ Shawn Steil, ເອກອັກຄະລັດຖະທູດ ການາດາ ປະຈໍາ ຫວຽດນາມ, ວັນທີ 27 ສິງຫາ ຢູ່ຮ່າໂນ້ຍ. (ພາບ: Dinh Hoa)

ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ VUFO ​ໃນ​ການ​ເຊື່ອມ​ຕໍ່​ບັນດາ​ຄູ່​ຮ່ວມ​ມືຂຶ້ນກັບ​ຫຼາຍ​ພາກ​ພື້ນ, ຂົງ​ເຂດ. ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ກໍ່ໄດ້ສະແດງຄວາມ​ຂອບ​ໃຈ VUFO ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ ​ໄດ້​ສົມທົບ​ກັບ​ສະຖານທູດ​ໃນ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ.

ທ່ານ ຟ່ານ​ແອງ​ເຊີນ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ຂອງ​ບັນດາການ​ເຄື່ອນ​ໄຫວ​ໂດຍ​ສະ​ຖານ​ທູດ​ຈັດ​ຕັ້ງ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະທານ VUFO ຂອບ​ໃຈ​ລັດຖະບານ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ກາ​ນາ​ດາ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ ຫວຽດນາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມມືກັບ​ສະຖານທູດ​ ກາ​ນາ​ດາ ເພື່ອເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດບົນ​ຊ່ອງ​ທາງ​ປະຊາຊົນ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ; ການແບ່ງປັນຂໍ້ມູນ; ເຊື່ອມຕໍ່ວິສາຫະກິດ, ນັກສິລະປິນ, ມະຫາວິທະຍາໄລ ...

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ບຳລຸງສ້າງ​ນັກ​ສຶກສາ, ພະນັກງານ ​ແລະ ນັກຮຽນ​ລາວ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ນັກ​ສຶກສາ​ລາວ ​ທີ່​ສຶກສາຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ອຸປະຖຳທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ເຊິ່ງໄດ້​ຊ່ວຍ​ລາວ ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.