ສະຫະປະຊາຊາດຮັບຮອງເອົາສົນທິສັນຍາເພື່ອອະນາຄົດຂອງມວນມະນຸດ

06:52 | 26/09/2024

ຍສໝ - ວັນ​ທີ 22 ກັນຍາ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບເຂດສັບປະດາ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຊູດ​ທີ 79 ຢູ່​ ນິວຢອກ (ອາ​ເມ​ລິ​ກາ), ດ້ວຍ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ, ບັນດາ​ສະມາຊິກ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງເອົາ “ສົນທິສັນຍາ​ເພື່ອ​ອະນາຄົດ” ​ເພື່ອ​ແນ​ໃສ່​ແກ້​ໄຂບັນດາການ​ຂັດ​ແຍ້ງ​ກັນ, ໄພ​ຂົ່ມ​ຂູ່​ດ້ານ​ສິ່ງ​ແວດ​ລ້ອມ, ກໍ່ຄື​ສິ່ງ​ທ້າ​ທາຍ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່ມວນ​ມະ​ນຸດ​ພວມ​ປະ​ເຊີນ​ໜ້າ.

ຫວຽດນາມ-ສະຫະປະຊາຊາດ: ເປີດກວ້າງການຮ່ວມມື, ເພື່ອອະນາຄົດອັນດີງາມກວ່າເກົ່າ ຫວຽດນາມ-ສະຫະປະຊາຊາດ: ເປີດກວ້າງການຮ່ວມມື, ເພື່ອອະນາຄົດອັນດີງາມກວ່າເກົ່າ
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79  ແລະ ຢ້ຽມຢາມທາງລັດຖະກິດກູບາ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ຢ້ຽມຢາມທາງລັດຖະກິດກູບາ

ອົງການ​ຫຼາຍ​ຝ່າຍ​ນີ້​ຕີ​ລາຄາ​ວ່າ ​ນີ້​ແມ່ນ​ແຜນການ​ພັດທະນາ​ໃນ​ອະນາຄົດທີ່ມີລັກສະນະບຸກທະລຸ. ສົນທິສັນຍາ​ດັ່ງກ່າວ​ໄດ້​ກຳນົດ 56 ການ​ກະທຳ, ​ໃນ​ນັ້ນ​ມີ​ຄຳ​ໝັ້ນ​ສັນຍາ​ກ່ຽວກັບລັດທິ​ຫຼາຍ​ຝ່າຍ, ຮັກສາ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ການ​ຮັກສາ​ສັນຕິພາບ. ​ເນື້ອ​ໃນ​ຂອງ​ສົນ​ທິ​ສັນ​ຍາ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ເຊື່ອ​ໝັ້ນໃນ “​ເສັ້ນ​ທາງ​ນຳ​ໄປ​ສູ່​ອະ​ນາ​ຄົດ​ອັນ​ສົດ​ໃສ​ຂອງ​ມວນມະ​ນຸດ​ທັງ​ໝົດ”.

ໍກ່າວ​ຄຳ​ປາໄສໃ​ນພີ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Antonio Guterres ​ໄດ້​ກ່າວແຈ້ງບົດບາດ​ຂອງ​ສົນທິສັນຍາ​ທີ່ຫາກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​, ຖື​ວ່າ ບັນດາ​ສັນຍາ​ທີ່​ສຳຄັນ​ຂອງ​ອົງການ​ແມ່ນ​ບາດກ້າວ​ຫັນປ່ຽນ​ມຸ່ງ​ໄປ​ສູ່​ລັດທິ​ຫຼາຍ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນກວ່າ, ຮອບດ້ານ​ກວ່າ ​ແລະ ມີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ກວ່າ​ອີກ.

ໍທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ Kishida ​ໄດ້​​ກ່າວແຈ້ງວ່າ: ບັນດາ​ປະ​ເທດ​ສ່ວນ​ຫຼາຍ​ສະໜັບສະໜູນ​ການ​ຜັນ​ຂະຫຍາຍ​ຈຳນວນ​ສະມາຊິກຖາວອນ ແລະ ບໍ່ຖາວອນຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ; ຮຽກຮ້ອງ​ໃຫ້​ປະຕິບັດ​ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​​ຮອດ​ປີ 2025 ໂດຍ​ໄວ, ເຊິ່ງກົງກັບ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ ​ກ່າວ​ວ່າ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ​ທີ່ເສລີພາບ ​ແລະ ​ເປີດ​ກວ້າງ​ບົນ​ພື້ນ​ຖານ​ກົດ​ໝາຍ ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ເທດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ ​ວັດທະນາຖາວອນ.

ແທັງຮັ່ງ

ທ່ານອາດຈະມັກ

302 Found

Found

The document has moved here.