ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ

00:00 | 31/08/2024

ຍສໝ - ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ

ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ຄັ້ງທີ 3, ປີ 2024 ແມ່ນໂອກາດເພື່ອໃຫ້ນາຍທະຫານຊາຍແດນໜຸ່ມສອງປະເທດແລກປ່ຽນບົດຮຽນໃນຂົງເຂດວຽກງານ, ຜ່ານນັ້ນ, ປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືແທດຈິງ, ສະໜິດຕິດພັນລະຫວ່າງກໍາລັງຄຸ້ມຄ້ອງ, ປົກປັກຮັກສາຊາຍແດນຂອງສອງຝ່າຍ, ປະກອບສ່ວນກໍ່ສ້າງຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ເນື່ອງໃນໂອກາດນີ້, ນັກຂ່າວຫວຽດນາມ ໄດ້ຄັດສະເໜີບາງຄວາມຄິດຄວາມເຫັນຂອງນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ.

ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ

ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ. ພາບ: bienphong.com.vn

ທ່ານພັນຕີ ວັນສະຫຼອງ ກົມມະເມືອງ ຮອງຫົວໜ້າຄະນະຊາຍແດນ, ກອງບັນຊາການທະຫານແຂວງອັດຕະປື, ລາວ:

ການປະຕິບັດງານຕົວຈິງໃນໄລຍະຜ່ານມາໄດ້ຢັ້ງຢືນວ່າ ການພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງປະເທດລາວ-ຫວຽດນາມ ເວົ້າລວມ, ກໍາລັງປົກປັກຮັກສາຊາຍແດນແຂວງອັດຕະປື, ລາວ ແລະກໍາລັງປົກປັກຮັກສາຊາຍແດນແຂວງກອນຕູມ (ຫວຽດນາມ) ເວົ້າສະເພາະໄດ້ພັດທະນາ ແລະເຂົ້າສູ່ລວງເລິກ. ຕາມນັ້ນແລ້ວ, ເພື່ອເພີ່ມທະວີການຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດນັ້ນ, ນາຍທະຫານຊາຍແດນໜຸ່ມແຕ່ລະຄົນຕ້ອງກໍາແໜ້ນກົດໝາຍ ແລະບັນດາເອກະສານກົດໝາຍທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປະຕິບັດເນື້ອໃນໃນບົດບັນທຶກຊ່ວຍຈໍາລະຫວ່າງກອງບັນຊາການທະຫານແຂວງອັດຕະປື (ລາວ) ແລະກອງບັນຊາການທະຫານແຂວງກອນຕູມ (ຫວຽດນາມ) ຢ່າງເຂັ້ມງວດເພື່ອເປັນພື້ນຖານໃຫ້ວຽກງານຈັດຕັ້ງບັນດາການເຄື່ອນໄຫວດ້ານວິຊາສະເພາະແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນແຫ່ງຊາດ, ພ້ອມທັງ, ເປັນເສນາທິການໃຫ້ຜູ້ບັນຊາການທຸກຂັ້ນໃນການຈັດຕັ້ງການພົບປະແລກປ່ຽນ, ການພົບປະ, ການແລກປ່ຽນບົດຮຽນ, ການພົບປະແລກປ່ຽນວັດທະນະທໍາ, ກິລາໃນໂອກາດວັນບຸນ, ບຸນເຕັດ ແລະບັນດາມື້ສໍາຄັນຂອງພັກ, ລັດ, ກອງທັບ ແລະຂອງກໍາລັງ; ເປັນເສນາທິການໃຫ້ອໍານາດການປົກຄອງຢູ່ເຂດຊາຍແດນສຶກສາມະຫາຊົນສອງຟາກຊາຍແດນ ເພື່ອຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ, ເລລ່ຽມຂອງເປົ້າໝາຍບໍ່ດີ ແລະຕື່ນຕົວການປະຕິບັດກົດໝາຍ, ລະບຽບການ, ກົດລະບຽບຊາຍແດນຢ່າງເຂັ້ມງວດ.

ພັນຕີ ຫງວຽນດຶດຕຸ່ງ ຜູ້ຊ່ວຍວຽກງານມະຫາຊົນ, ຫ້ອງການການເມືອງ, ທະຫານຊາຍແດນແຂວງແທ໊ງຮວ໋າ:

ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ. ພວກຂ້າພະເຈົ້າເຫັນວ່າ, ນັ້ນແມ່ນຄວາມສະໜິດຕິດພັນ, ການໜູນຊ່ວຍອັນລ້ໍາຄ່າຂອງຫວຽດນາມ ທີ່ສະຫງວນໃຫ້ລາວ. ສືບຕໍ່ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງຝ່າຍ, ລາຍການພົບປະແລກປ່ຽນຄັ້ງນີ້ ຢັ້ງຢືນອີກເທື່ອໜຶ່ງການພົວພັນສາມັກຄີແບບພິເສດ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະຕິບັດສຳເລັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງກໍາລັງທີ່ກ່ຽວຂ້ອງສອງຟາກຊາຍແດນ. ຜ່ານລາຍການພົບປະແລກປ່ຽນ, ຂ້າພະເຈົ້າເອງກໍ່ໄດ້ມີເພື່ອນ, ສະຫາຍ, ເພື່ອນຮ່ວມກົມກອງຕື່ມອີກ ແລະໄດ້ຮໍ່າຮຽນວິທີສົມທົບກັນລະຫວ່າງສອງຝ່າຍໃນການປະຕິບັດໜ້າທີ່. ເພື່ອເຮັດໄດ້ຄືຈັ່ງຊັ້ນ, ຂ້າພະເຈົ້າກໍານົດວ່າຈະມີສະຕິ ຮັບຜິດຊອບສູງ, ມີຄວາມສາມັກຄີ, ສົມທົບກັນຮ່ວມມືຢ່າງແໜ້ນແຟ້ນ ເພື່ອປະຕິບັດສຳເລັດທຸກໜ້າທີ່, ປະກອບສ່ວນພັດທະນາສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ” ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ຮ້ອຍເອກ ຈັນທີບ ສຸທໍາມະວົງ ຮອງຫົວໜ້າພະແນກເຄມີ, ຫ້ອງເສນາທິການ, ກອງບັນຊາການທະຫານແຂວງສະຫວັນນະເຂດ (ລາວ):

ຂ້າພະເຈົ້າຮູ້ສຶກໂຊກດີ ແລະເປັນກຽດເມື່ອໄດ້ເຂົ້າຮ່ວມລາຍການ. ນີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າພົບປະ, ພົບປະແລກປ່ຽນກັບນາຍທະຫານຊາຍແດນໜຸ່ມຫວຽດນາມ ຫຼາຍຄົນທີ່ມີໜ້າທີ່ວຽກງານຄ້າຍຄືກັນ. ຜ່ານການ ແລກປ່່ຽນ, ແບ່ງປັນຂອງບັນດາສະຫາຍນາຍທະຫານຊາຍແດນໜຸ່ມຫວຽດນາມ, ຂ້າພະເຈົ້າໄດ້ມີບົດຮຽນອັນລໍ້າຄ່າ ແລະໄດ້ຮັບອາລົມຈິດທີ່ຈິງໃຈຈາກພວກເພື່ອນ. ຂ້າພະເຈົ້າຫວັງວ່າ, ກອງບັນຊາການທະຫານຊາຍແດນ ແລະກົມທະຫານຊາຍແດນລາວ ຈະມີບັນດາລາຍການພົບປະແລກປ່ຽນຄືດັ່ງກ່າວເພື່ອໃຫ້ພວກຂ້າພະເຈົ້າມີຫຼາຍ ກາລະໂອກາດແລກປ່ຽນບົດຮຽນກໍ່ຄືເພີ່ມທະວີນໍ້າໃຈສາມັກຄີ, ສະໜິດຕິດພັນນຳກັນ. ເພື່ອສືບຕໍ່ປະຕິບັດວຽກງານສົມທົບກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນເປັນຢ່າງດີ, ກ່ອນອື່ນໝົດ, ຂ້າພະເຈົ້າຈະເຝິກຝົນ, ຫຼ່ໍຫຼອມຄວາມຮູ້ດ້ານວິຊາສະເພາະ, ຍົກສູງຄູນທາດການເມືອງ, ຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມຮັບຜິດຊອບຂອງນາຍທະຫານຊາຍແດນໜຸ່ມເປັນປະຈໍາເພື່ອບັນລຸໄດ້ປະສິດທິຜົນສູງສຸດ. ຂ້າພະເຈົ້າກໍ່ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ ແລະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານກັບພວກເພື່ອນນາຍທະຫານຊາຍແດນໜຸ່ມຫວຽດນາມ ເປັນປະຈໍາ.

ຮ້ອຍເອກ ຫງວຽນນາມເກື່ອງ ຜູ້ຊ່ວຍວຽກງານການຕ່າງປະເທດ, ຫ້ອງການເສນາທິການ, ທະຫານຊາຍແດນແຂວງເທື່ອທຽນເຫວ້:

ແຂວງເທື່ອທຽນເຫວ້ ມີເສັ້ນຊາຍແດນຕິດກັບເພື່ອນລາວ. ໃນການປະບັດງານ, ພວກຂ້າພະເຈົ້າໄດ້ມີການສົມທົບກັນກັບກໍາລັງປົກປັກຮັກສາຊາຍແດນລາວເພື່ອຈັດຕັ້ງການລາດຕະເວນສອງຝ່າຍເປັນຫຼາຍຄັ້ງ. ຍ້ອນເຫດນັ້ນ, ລາຍການຄັ້ງນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າພົບປະບັນດາເພື່ອນລາວ. ລາຍການໄດ້ສ້າງໂອກາດໃຫ້ນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ພົບປະແລກປ່ຽນຮໍ່າຮຽນ, ປະກອບສ່ວນສ້າງຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາ. ພາຍຫຼັງລາຍການຖັນແຖວນາຍທະຫານຊາຍແດນໜຸ່ມສອງຝ່າຍຕ້ອງສືບຕໍ່ເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ; ຮ່ວມມືຊຸກຍູ້ວຽກງານໂຄສະນາ, ສຶກສາ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ນາຍທະຫານ ຊາຍແດນໜຸ່ມສອງປະເທດຕ້ອງໜູນໃຊ້ບັນດາຜົນງານດ້ານເຕັກໂນໂລຢີເພື່ອມີຫຼາຍເງື່ອນໄຂ, ໂອກາດຮ່ວມມື, ແລກປ່ຽນວິຊາສະເພາະ. ນອກນັ້ນ, ແມ່ນເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງບັນດາການເຄື່ອນໄຫວເຊື່ອມຕໍ່, ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນສອງຟາກຊາຍແດນພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈເທື່ອລະກ້າວໃຫ້ປະຊາຊົນ...

ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19

ຍສໝ - ເພື່ອ​ເປັນ​ການ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງ​ລາວ ຈາກ​ການ​ສືບຕໍ່​ປະຕິບັດ​ມາດ​ຕະການ ໃນ​ການ​ປ້ອງກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ ຂອງ COVID-19 ໃນ​ໄລຍະ​ແຕ່​ວັນ​ທີ 4-17 ພຶດ ສະພາ 2020 ຕາມ​ການ​ແຈ້ງ​ການ​ຂອງ​ຫ້ອງ​ການ​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 524/ຫສນຍ, ລົງ​ວັນ​ທີ 1 ພຶດສະພາ 2020. ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ...

ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ (ສະບັບ​ປັບປຸງ) ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ (ສະບັບ​ປັບປຸງ)

ການ​ດຳເນີນ​ກອງ​ປະຊຸມ ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 22 ພະຈິກ 2019 ທີ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕ່າງໆ​ເຂົ້າ​ຮ່ວມ.

ແສງເດືອນ

ເຫດການ
302 Found

Found

The document has moved here.