ໄທງວຽນ: ນັກສຶກສາລາວ ເກືອບ 5.000 ຄົນລົງຕົວຈິງຢູ່ເຮືອນປະຊາຊົນ

08:45 | 27/09/2024

ຍສໝ - ໃນວັນທີ 24 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງການສະຫຼຸບລາຍການ Homestay ສົກຮຽນ 2023 - 2024.

ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ
ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ

ຕາມ​ການ​ລາຍ​ງານ​ໃນ​ພິທີ​, ຢູ່​ແຂວງ ​ໄທ​ງວຽນ, ປະຈຸ​ບັນ​ມີ​ນັກ​ສຶກສາ​ລາວ 1.000 ຄົນທີ່ພວມ​ຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່ 8 ມະຫາວິທະຍາ​ໄລ, ວິທະຍາ​ໄລ, ​ໂຮງຮຽນ​ວັດທະນະທຳ. ລາຍການ Homestay ເປັນກິດຈະກໍາທີ່ນໍາເອົານັກສຶກສາລາວ ໄປສໍາຜັດຕົວຈິງໃນ homestay. ປີ 2024 ​ແມ່ນ​ປີ​ທີ 8 ທີ່​ລາຍການດັ່ງກ່າວ​ໄດ້​ປະຕິບັດ​ສຳລັບ​ນັກ​ສຶກສາ​ລາວ​ ທີ່​ຮຽນ​ຢູ່ແຂວງ ​ໄທ​ງວຽນ.

​ໃນ​ສົກ​ຮຽນ 2023 – 2024, ຄະນະ​ຊີ້​ນຳ​ລາຍການ​ໄດ້​ຈັດ​ຕັ້ງ 11 ກິດຈະກຳ​ກ່ຽວ​ກັບ Homestay ​ໃຫ້​ນັກ​ສຶກສາ​ລາວ 4.700 ​ກວ່າ​ຄົນ ​ແລະ ຊາວຫວຽດນາມ ເກືອບ 2 ພັນ​ຄົນ​ເຂົ້າ​ຮ່ວມ. ການປະຕິບັດລາຍການໄດ້ນຳມາເຊິ່ງໝາກຜົນສະເພາະຄື: ຍົກລະດັບຄວາມສາມາດດ້ານພາສາຫວຽດ ແລະ ທັກສະການສື່ສານຂອງນັກສຶກສາລາວ, ຊ່ວຍໃຫ້ເຂົາເຈົ້າເຊື່ອມຕົວເຂົ້າກັບວັດທະນະທຳ, ຊຸກຍູ້ຂະບວນການຮຽນຢູ່ແຂວງ ໄທງວຽນ. ຍົກລະດັບຄວາມ​ເຂົ້າ​ໃຈ​ວັດທະນະທຳ​ຫວຽດນາມ ​ຂອງ​ນັກ​ສຶກສາ​ລາວ; ​ເຊື່ອມ​ໂຍງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ເວົ້າລວມ ​ແລະ ​ແຂວງ ​ໄທ​ງວຽນ ​ ​ກັບ​ປະຊາຊົນ​ລາວ ເວົ້າ​ສະ​ເພາະ​..

ໄທງວຽນ: ນັກສຶກສາລາວ ເກືອບ 5.000 ຄົນລົງຕົວຈິງຢູ່ເຮືອນປະຊາຊົນ

ການ​ນຳ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ການ​ນຳ​ມະຫາວິທະຍາ​ໄລ ​ໄທ​ງວຽນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ກົມກອງລສມໝູ່​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ລາຍການ Homestay ​ໃນ​ສົກ​ຮຽນ 2023 - 2024. ຮູບພາບ: Thainguyen.gov.vn

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ ​ຫງວຽນ​ໝິ​ລິງ ຮອງ​ຫົວໜ້າ​ພະແນກການ​ຕ່າງປະ​ເທດ, ຮອງ​ປະທານຜູ້ປະຈຳການສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ໄທງວຽນ​ ​ໄດ້​ຕີ​ລາຄາ​ລາຍການ Homestay ​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ.ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທີ່​ແທດຈິງຫຼາຍ​ຢ່າງ​ທີ່​ຕ້ອງ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເຜິຍແຜ່ຢ່າງເລິກເຊິ່ງກວ້າງຂວາງ​ໃນ​ວົງ​ຄະນະ​ຍາດ​ນັກສຶກສາລາວ​ທີ່​ກຳລັງຮ່ຳຮຽນ​ຢູ່ ​ໄທຫງວຽນ ​ເວົ້າ​ສະເພາະ ​ແລະ ຫວຽດນາມ ເວົ້າລວມ. ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ເຂົາ​ເຂົ້າ​ໃຈ​ວັດທະນະທຳ​ຫວຽດນາມ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ຄວາມສາມາດກ່ຽວກັບ​ດ້ານ​ພາສາ​ຫວຽດ, ປະກອບສ່ວນ​​ຍູ້​ແຮງ​ວຽກ​ງານ​ໃນ​ການ​ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 13 ກົມກອງລວມໝູ່ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ໂຄງການ Homestay ​ໃນ​ສົກ​ຮຽນ 2023 - 2024.

​ໃນ​ໄລຍະ​ຜ່ານ​ມາ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ຍາມ​ໃດ​ກໍ່​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ສະມາຄົມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ສຶກສາ - ບຳລຸງ​ສ້າງ, ສິລະ​ປະ, ກິລາ ​ແລະ ການທ່ອງທ່ຽວ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.