ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ໂມຊຳບິກ ເລິກເຊິ່ງກວ່າອີກ

22:53 | 09/09/2024

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທ່ານ Filipe Jacinto Nyusi ປະທານາທິບໍດີໂມຊຳບິກ ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 8-10 ກັນຍາ.

ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ
ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ Filipe Jacinto Nyusi ປະທານາທິບໍດີໂມຊຳບິກ ພ້ອມດ້ວຍພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 8-10 ກັນຍາ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Filipe Jacinto Nyusi ນັບແຕ່ຂຶ້ນກຳອຳນາດ ແລະແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດ ຂອງປະທານາທິບໍດີໂມຊຳບິກ ພາຍຫຼັງກວ່າ 17 ປີ.

ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການທີ່ສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025, ການຢ້ຽມຢາມຂອງທ່ານ Filipe Jacinto Nyusi ແມ່ນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນການພັດທະນາອັນດີງາມຂອງການພົວພັນສອງຝ່າຍໃນໄລຍະມໍ່ໆມານີ້.

ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ໂມຊຳບິກ ເລິກເຊິ່ງກວ່າອີກ
ທ່ານ ເລແຄ໊ງຫາຍ ຫົວໜ້າຫ້ອງວ່າການປະທານປະເທດ ຕ້ອນຮັບທ່ານ Filipe Jacinto Nyusi ປະທານາທິບໍດີໂມຊຳບິກ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນບ່າຍວັນທີ 8 ກັນຍາ 2024. ພາບ: TTXVN

ເລື່ອງສອງປະເທດສ້າງຕັ້ງການພົວພັນທາງການທູດກົງກັບວັນທີ່ປະເທດ ໂມຊຳບິກ ປະກາດເອກະລາດ (ວັນທີ 25 ມິຖຸນາ 1975) ໄດ້ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະໂມຊຳບິກ ໂດຍແມ່ນເລີ່ມຈາກການສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ. ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນໃນປະຫວັດສາດ, ຍາມໃດກໍ່ສາມັກຄີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ປົດປ່ອຍຊາດ ແລະໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ປະຊາຊົນໂມຊຳບິກ ຫຼາຍລຸ້ນຄົນມີຄວາມເຄົາລົບ ແລະ ມີອາລົມຈິດຄວາມຮັກແພງພິເສດຕໍ່ປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ.

ສາຍພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມຊຳບິກ ໄດ້ຮັບການສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໂດຍການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດ. ພັກກອມມູນິດຫວຽດນາມ ແລະພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO) ກໍາອໍານາດ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ສ້າງພື້ນຖານການເມືອງອັນໜັກແໜ້ນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ; ພ້ອມທັງສວມບົດບາດກໍານົດທິດໃນການພັດທະນາການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງປະເທດ ແມ່ນຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ໂມຊໍາບິກ. ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດທິດຕາເວັນອອກຂອງໂມຊໍາບິກ. ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດຢູ່ອາຟະລິກາ, ໃນນັ້ນມີ ໂມຊໍາບິກ.

ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັ້ນ, ໃນໄລຍະເກືອບ 50 ປີຜ່ານມາ, ເຖິງວ່າຫ່າງໄກກັນທາງດ້ານພູມສາດກໍ່ຕາມ, ແຕ່ສາຍພົວພັນຮ່ວມມືລະຫວ່າງສອງປະເທດບັນລຸໄດ້ຜົນງານພົ້ນເດັ່ນ ໃນຫຼາຍຂົງເຂດ. ສອງປະເທດໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ, ການພົບປະສອງຝ່າຍ, ການໂອ້ລົມທາງໂທລະສັບ ໄດ້ດຳເນີນໄປຢ່າງເປັນປະຈຳ ແລະສະໝາໍ່ສະເໝີ. ການຢ້ຽມຢາມຄັ້ງນີ້ຂອງທ່ານ Filipe Jacinto Nyusi ແມ່ນການສືບຕໍ່ການຢ້ຽມຢາມຫວຽດນາມ ຂອງທ່ານ Esperanca Bias ປະທານສະພາແຫ່ງຊາດ ໂມຊໍາບິກ ໃນເດືອນມິຖຸນາ 2022 ແລະ ການຢ້ຽມຢາມ ໂມຊໍາບິກ ຂອງທ່ານນາງ ຫວໍທິແອັ໊ງຊວນ ຮອງປະທານປະເທດຫວຽດນາມ ໃນເດືອນກັນຍາ 2023, ໝັ້ນໝາຍວ່າຈະເປີດ ຂອບເຂດການຮ່ວມມືໃໝ່, ພ້ອມທັງສ້າງທ່າເພື່ອໃຫ້ຂອບເຂດການຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດບັນລຸປະສິດທິຜົນ ແລະ ເຂັ້ມແຂງກວ່າອີກ.

ສາມາດເຫັນໄດ້ວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ. ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ປະສົບຜົນສຳເລັດໃນການລົງທຶນຢູ່ໂມຊຳບິກ, ດ້ວຍບໍລິສັດຮ່ວມທຸລະກິດໂທລະຄົມມະນາຄົມ Movitel ຖືວ່າແມ່ນສັນຍາລັກແຫ່ງຜົນສຳເລັດຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ສອງປະເທດ ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືຫຼາຍສະບັບ ໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ສິນໃນນ້ໍາ, ວິທະຍາສາດ-ເຕັກໂນໂລຢີ, ໂທລະຄົມມະນາຄົມ, ສາທາລະນະສຸກ, ການສຶກສາ - ກໍ່ສ້າງ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ຜ່ານນັ້ນສ້າງເງື່ອນໄຂເພື່ອໃຫ້ບັນດາກະຊວງ ແລະ ຂະແໜງການເປີດກວ້າງການຮ່ວມມື.

ຫວຽດນາມ ແລະ ໂມຊຳບິກ ໄດ້ແບ່ງປັນວິໄສທັດ ແລະຄວາມເຂົ້າໃຈກ່ຽວກັບທິດທາງໃນອະນາຄົດ ກໍ່ຄືແບ່ງປັນຜົນປະໂຫຍດລວມຫຼາຍຢ່າງ ມີທ່າແຮງສາມາດເພີ່ມເຕີມໃຫ້ກັນໃນວິວັດການພັດທະນາປະເທດຊາດ. ໃນສະພາບການທີ່ພາກພື້ນ ແລະໂລກມີການຜັນແປຫຼາຍຢ່າງ, ດ້ວຍທ່າອ່ຽງໃໝ່ທີ່ພົ້ນເດັ່ນຂຶ້ນນັ້ນໄດ້ສ້າງເປັນສິ່ງທ້າທາຍຫຼາຍຢ່າງໃຫ້ແຕ່ລະປະເທດ, ອາລົມຈິດທີ່ຈິງໃຈ ແລະຄວາມປາດຖະໜາຢາກຮ່ວມມືເພື່ອຜົນປະໂຫຍດລວມ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງແຕ່ລະພາກພື້ນ ແລະໂລກຍາມໃດກໍ່ແມ່ນພື້ນຖານເພື່ອໃຫ້ສາຍພົວພັນ ຫວຽດນາມ - ໂມຊຳບິກ ມີບາດກ້າວພັດທະນາໃໝ່ໃນອະນາຄົດ. ການຢ້ຽມຢາມຫວຽດນາມ ຂອງທ່ານ Filipe Jacinto Nyusi ເປັນການຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ໂມຊຳບິກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ການຢ້ຽມຢາມຂອງທ່ານ Filipe Jacinto Nyusi ຈະສ້າງກຳລັງໜູນ ຢ່າງແຂງແຮງເພື່ອໃຫ້ສອງປະເທດສືບຕໍ່ເປີດກ້ວາງຄວາມສາມາດບົ່ມຊ້ອນການຮ່ວມມື, ຮັດແໜ້ນ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືລະຫວ່າງ ຫວຽດນາມ - ໂມຊຳບິກ ເລິກເຊິ່ງຂຶ້ນຕື່ມ.

ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ

ໂດຍຮັບຄໍາເຊີນຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ, ທ່ານ ຫງວຽນຊວນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ...

ໂມຊຳບິກ ໄດ້ສະແດງຄວາມຍ້ອງຍໍຫວຽດນາມ ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ໂມຊຳບິກ ໄດ້ສະແດງຄວາມຍ້ອງຍໍຫວຽດນາມ ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດໂມຊຳບິກ, ໄດ້ສະແດງຄວາມຫວັງວ່າ ຫວຽດນາມຈະສືບຕໍ່ແບ່ງປັນປະສົບການທີ່ໄດ້ມາຈາກຜົນສຳເລັດຂອງຕົນ ເພື່ອຊ່ວຍໃຫ້ ໂມຊຳບິກ ໄດ້ເຄື່ອນໄຫວໄດ້ໄວກ່ວາເກົ່າໃນວິວັດການເຊື່ອມໂຍງ.

ແສງເດືອນ

ເຫດການ
302 Found

Found

The document has moved here.