ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຮຸງກາລີ: ການເດີນທາງຜ່ານ​ຫຼາຍ​ລຸ້ນຄົນ

22:41 | 21/08/2024

ຍສໝ - ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງກາລີ ​ໄດ້​ແບ່ງປັນ​ບັນດາ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້​ກ່ຽວ​ກັບ ​ຮົຮຸງກາລີ ແລະ ຍົກອອກບັນດາຂໍ້ສະ​ເໜີ​ທີ່ສຸດຈິດສຸດໃຈ ເພື່ອຮັກສາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ນັບແຕ່​ອາຫານ, ວັດທະນະທຳຕະຫຼອດ​ເຖິງ​ດົນຕີ... ບັນດາ​ເລື່ອງລາວ​ຂອງ​ເຂົາ​ເຈົ້າ​ໄດ້​ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮຸງກາລີ​ ຜ່ານ​ຫຼາຍ​ລຸ້ນຄົນ.

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ
ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ

ທ່ານ ຫວູຈ້ອງ​ທີ, ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ຮຸງກາລີ:

ດົນຕີເຊື່ອມຕໍ່ພື້ນຖານສອງພື້ນຖານວັດທະນະທໍາ

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮົງກາລີ: ການເດີນທາງໃນ​ຫຼາຍ​ລຸ້ນຄົນ.

ທ່ານ ຫວູຈ້ອງ​ທີ ​ໄດ້​ແນະ​ນຳ​ປຶ້ມ ຄັດເລືອກບັນດາບົດເພງສອງພາສາ ຮຸງກາລີ - ຫວຽດນາມ ແລະ ຫວຽດນາມ - ຮຸງກາລີ ໂດຍທ່ານແປເອງ. (ພາບ: Dinh Hoa)

ໃນ​ປີ 1969, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ທີ່ລ້ຳຄ່າ​ໄປ​ ຮຸງກາລີ- ປະ​ເທດ​ທີ່​ມີບັນດາທຳນອງເພງພື້ນ​ເມືອງ​ທີ່ເປັນເອກະລັກພິເສດ ເຊິ່ງຂ້າ​ພະ​ເຈົ້າ​ຮັກ. ໃນເວລາທີ່ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລສັງລວມ Budapest ນັບແຕ່​ປີ 1970 – 1976, ຂ້າ​ພະ​ເຈົ້າ​ໄດ້​ປ່ຽນຫຼາຍ​ເພງ​ຂອງປະ​ເທດ​ນີ້​ເປັນ​ພາ​ສາ​ຫວຽດ​ ແລະ​ ກົງ​ກັນ​ຂ້າມ.

ຄວາມ​ຊົງ​ຈຳ​ທີ່​ໜ້າ​ຈົດ​ຈຳ​ແມ່ນ​ເມື່ອ​ປີ 1974, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຍິງ​ຊາວ ຮຸງກາລີ​ ​ຄົນ​ໜຶ່ງ​ທີ່ຮັກ​ ຫວຽດ​ນາມ​ ຫຼາຍ. ນາງມີຄວາມກະຕືລືລົ້ນໃນພາສາຫວຽດນາມ ແລະ ມັກຈະຂໍໃຫ້ຂ້າ​ພະ​ເຈົ້າຮ້ອງເພງ ຫວຽດນາມ ໃຫ້ລາວຟັງ. ຂ້າ​ພະ​ເຈົ້າ​ໄດ້​ຂັບ​ຮ້ອງ, ແປ ແລະ​ ປ່ຽນບົດ​ເພງ​ ຮຸງກາລີ​ ​ທີ່​ມີ​ຊື່​ສຽງ​ຈຳ​ນວນ​ໜຶ່ງ​ເປັນພາສາຫວຽດນາມ ແລະ ບົດ​ເພງ ຫວຽດ​ນາມ ​ເປັນ​ພາສາ​ຮຸງກາລີ ຊັ່ນ: “ໝູ່​ບ້ານ​ຂອງ​ຂ້າ​ພະ​ເຈົ້າ”, “ຄອງ​ນ້ຳ​ຂຽວໆ”,“ເປັດ​ໂຕໜຶ່ງ”… ບັນດາການລົງຕົວຈິງນີ້ ​ໄດ້ກະຕຸ້ນ​ໃຫ້​ຂ້າ​ພະ​ເຈົ້າຮຽບຮຽງ​ປຶ້ມທີ່ເຕົ້າໂຮມບັນດາບົດເພງ ຮຸງກາລີ ດ້ວຍພາສາຫວຽດ​ນາມ​ ແລະ ​ກົງ​ກັນ​ຂ້າມ​. ນັ້ນແມ່ນໝາກຜົນມາຈາກ 5 ທົດສະວັດຂອງການສະສົມ ແລະ ຄວາມມັກດົນຕີລະຫວ່າງສອງພື້ນຖານວັດທະນະທໍາ. ປຶ້ມດັ່ງກ່າວ ໄດ້ເປີດຕົວໃນປີ 2022.

ປະຈຸບັນຂ້າພະເຈົ້າກໍາລັງສອນພາສາຮຸງກາລີ ໃຫ້ບັນດານັກສຶກສາໄດ້ຮັບທຶນການສຶກສາ ຮຸງກາລີ, ແຮງງານສົ່ງອອກ ແລະ ເດັກນ້ອຍ, ດ້ວຍຄວາມຫວັງທີ່ເຂົາເຈົ້າຈະສືບຕໍ່ຮັກສາການພົວພັນກັບ ຮຸງກາລີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະພາບ​ຕົວ​ຈິງ​ແມ່ນ​ຊາວ​ໜຸ່ມ ​ຫວຽດນາມ ໃນປະຈຸປັນ​ ເບິ່ງ​ຄື​ວ່າຍັງ​ບໍ່ທັນໄດ້​ຕິດ​ພັນ​ກັບ ​ຮຸງກາລີ ຫຼາຍ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຮຽນ​ພາສານີ້.

ທ່ານນາງ ຫງວຽນທິຫງອກມິງ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ຮຸງກາລີ:

ສົ່ງຕໍ່ຄວາມຮັກ ຮຸງກາລີຫ້ລູກຫຼານ

ຂ້າ​ພະ​ເຈົ້າ​ມີ​ຄວາມ​ຊົງ​ຈໍາ​ທີ່ສວຍ​ງາມຫຼາຍໃນຊຸມປີທີ່​ຮຽນ​ຢູ່ ຮຸງກາລີເປັນເວລາ 10 ປີ 1970. ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮູ້​ດ້ານ​ອາ​ຊີບ​, ຂ້າ​ພະ​ເຈົ້າ​ຍັງມີຄວາມຮັກ​ແພງ​ທີ່ເລິກເຊິ່ງສຳລັບປະເທດນີ້. ສະນັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້​ສົ່ງ​ຕໍ່​ຄວາມ​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ​ທີ່​ມີ​ຕໍ່​ ຮຸງກາລີ ມາ​ໃຫ້​ລູກຫຼານນັບ​ແຕ່ເຂົາຍັງນ້ອຍ.

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮົງກາລີ: ການເດີນທາງໃນ​ຫຼາຍ​ລຸ້ນຄົນ.

ທ່ານນາງ ຫງວຽນທິຫງອກມິງ ທີ່ການພົບປະມິດຕະພາບ ຫວຽດນາມ - ຮຸງກາລີ ປີ 2024. (ພາບ: Dinh Hoa)

ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ລູກ​ຊາຍ​ ແລະ ລູກ​ເຂີຍ ກໍ່ເຄີຍຮ່ຳຮຽນຢູ່ ຮຸງກາລີ. ລູກ​ຊາຍ​ ແລະ ລູກ​ເຂີຍທັງສອງ ໄດ້ພົບກັນຢູ່ບ່ອນນັ້ນ ແລະ ຫລັງຈາກກັບຄືນປະເທດ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ່​ຄື​ອີກ​ຫຼາຍ​ຄອບຄົວ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ລຸ້ນໜຸ່ມ​ໃນ​ປະຈຸ​ບັນ​ຍັງບໍ່ທັນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຮຸງກາລີ ຫຼາຍປານໃດ. ສີ່ງນີ້ສ່ວນຫນຶ່ງແມ່ນຍ້ອນບັນດາການເຄື່ອນໄຫວຂອງສະມາຄົມໃນປະຈຸບັນ ຕົ້ນຕໍແມ່ນມີແຕ່ບັນດາສະມາຊິກຜູ້ສູງອາຍຸ, ເຮັດໃຫ້ຊາວຫນຸ່ມມີຄວາມຮູ້ສຶກບໍ່ຄຸ້ນເຄີຍ.

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ສະ​ມາ​ຄົມ​ສາ​ມາດ​ຈັດ​ຕັ້ງ​ການເຄື່ອນໄຫວຫຼາຍຢ່າງທີ່​ເໝາະ​ສົມ, ເປັນໜ້າສົນໃຈກ່ວາເພື່ອດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ລຸ້ນ​ໜຸ່ມ. ພວກ​ເຮົາ​ຕ້ອງ​ສ້າງບັນດາພື້ນທີ່ແລກປ່ຽນ, ພົບ​ປະ​​ທີ່​ຜູ້​ເຖົ້າ ແລະ ຊາວ​ໜຸ່ມ​ສາມາດ​ເຂົ້າ​ຮ່ວມ. ນີ້​ແມ່ນ​ໂອກາດ​ເພື່ອ​ສົ່ງຕໍ່ຄວາມຮັກຮຸງກາລີ ແລະ ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບສອງປະເທດໃນ​ຫຼາຍ​ລຸ້ນຄົນ.

ທ່ານ ໄທແຢງເຫົ້າ, ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ຮຸງກາລີ:

ຄິດຮອດລົດຊາດຂອງເຂົ້າປຽກປາ ຮຸງກາລີ

ເວລາຮ່ຳຮຽນຢູ່ ຮຸງກາລີ ສ້າງໃຫ້ຂ້າພະເຈົ້າຫຼາຍຄວາມຊົງຈໍາອັນເລິກເຊິ່ງ, ພິເສດແມ່ນພື້ນຖານທີ່ອຸດົມສົມບູນຂອງປະເທດນີ້.

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮົງກາລີ: ການເດີນທາງໃນ​ຫຼາຍ​ລຸ້ນຄົນ.

ທ່ານ ໄທແຢງເຫົ້າ ທີ່ການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ຮຸງກາລີ ປີ 2024. (ພາບ: Dinh Hoa)

ຫນຶ່ງໃນບັນດາອາຫານທີ່ຂ້າພະເຈົ້າບໍ່ອາດລືມໄດ້ແມ່ນເຂົ້າປຽກປາ ຮຸງກາລີ. ໂດຍເນື້ອແທ້ແລ້ວ, ນີ້ແມ່ນແກງປາເຜັດ, ມັກຈະປຸງແຕ່ງດ້ວຍປານ້ໍາຈືດເຊັ່ນ ປາໄນ, ພ້ອມກັບເຄື່ອງເທດທົ່ວໄປເຊັ່ນ: ໝາກເຜັດ paprika, ຫົວຜັກບົ່ວໃຫຍ່. ໃນມື້ລະດູໜາວທີ່ໜາວເຢັນ, ການກິນເຂົ້າປຽກປາຮ້ອນໆໜຶ່ງຖ້ວຍ ຈະເຮັດໃຫ້ມີຄວາມຮູ້ສຶກອົບອຸ່ນຫຼາຍ.

ຄວາມຊົງຈຳກ່ຽວກັບອາຫານ ແລະ ຊີວິດຢູ່ ຮຸງກາລີຍາມໃດກໍ່ເຮັດໃຫ້ຂ້າພະເຈົ້າຕື່ນເຕັ້ນ. ເມື່ອໃດທີ່ຄິດຮອດປະເທດນີ້, ຂ້າພະເຈົ້າມັກຈະຊອກຫາອາຫານທີ່ຄ້າຍຄືກັນເພື່ອສ້າງລົດຊາດທີ່ຄຸ້ນເຄີຍ. ນັ້ນແມ່ນວິທີທີ່ພະເຈົ້າຮັກສາສ່ວນຫນຶ່ງຂອງ ຮຸງກາລີ ຢູ່ໃນຫົວໃຈຂອງຂ້າພະເຈົ້າ.

ທ່ານ ຫວູຮວ່າຍ​ເຈືອງ, ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ຮຸງກາລີ:

ດຶງ​ດູດ​ລຸ້ນ​ໜຸ່ມ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ມິດ​ຕະ​ພາບ

ປະຈຸ​ບັນ, ສະມາຊິກ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງກາລີ ສ່ວນຫຼາຍ​ແມ່ນ​ອາຍຸ​ສູງ, ​ໃນ​ຂະນະ​ທີ່​ການ​ດຶງ​ດູດ​ລຸ້ນໜຸ່ມ​ເຂົ້າ​ຮ່ວມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະມາຄົມ​ຍັງ​ມານະ​ພະຍາຍາມ​ຈັດ​ຕັ້ງ​ບັນດາ​ເຫດການປະຈຳໄລຍະ​ຄື: ການ​ພົບ​ປະ, ​ແລກປ່ຽນ​ວັດທະນະທຳ ​ແລະ ພັດທະນາ​ໜ້າ​ເວັບ Facebook ສະມາຄົມ​ມິດຕະພາບ ຫວຽດນາມ - ຮຸງກາລີ ເພື່ອ​ຮັກສາ​ການ​ເຊື່ອມຕໍ່. ເຖິງວ່າສ່ວນຫຼາຍແມ່ນຜູ້ສູງອາຍຸ, ແຕ່ບັນດາການເຄື່ອນໄຫວອອນໄລໄດ້ຊ່ວຍໃຫ້ສະມາຄົມເຂົ້າເຖິງຜູ້ທີ່ສົນໃຈຫຼາຍຂຶ້ນ, ລວມທັງໄວຫນຸ່ມ.

ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ - ຮົງກາລີ: ການເດີນທາງໃນ​ຫຼາຍ​ລຸ້ນຄົນ.​​​​​​​

ບັນດາອະດີດ​ນັກ​ສຶກສາ​ ຫວຽດນາມ ທີ່ເຄີຍ​ໄປ​ຮຽນ​ຢູ່​ ຮຸງກາລີ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ໃນ​ວັນ​ພົບ​ປະ. (ພາບ: Dinh Hoa)

ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນີ້, ສະມາຄົມ​ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ​ກວ່າ​ອີກ​ໃນ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ​ກັບ​ຄວາມ​ສົນ​ໃຈ ​ແລະ ທ່າ​ອ່ຽງຂອງ​ໄວ​ໜຸ່ມ, ​ເຊັ່ນ: ການ​ແຂ່ງຂັນ​ກ່ຽວກັບວັດທະນະທຳ​ ຮຸງກາລີ ຫຼື ການ​ແລກປ່ຽນ​ທາງ​ອອນ​ລາຍ​ກັບ​ນັກ​ສຶກສາ ​ຫວຽດນາມ ທີ່ພວມໄປ​ຮຽນ​ຢູ່ ​ຮຸງກາລີ. ການສ້າງ​ພື້ນທີ່​ແລກປ່ຽນ​ທີ່​ຫຼາກ​ຫຼາຍ, ທັງ​ຜູ້​ເຖົ້າ​ ແລະ ລຸ້ນໜຸ່ມ​ ສາມາດ​ພົບ​ປະ​ ແລະ ແບ່ງປັນ, ຈະ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

ຍສໝ - ຕອນ​ຄ່ຳ​ວັນ​ທີ 24 ພຶດສະພາ 2024, ຢູ່​ເຮືອນຮັບແຂກຂອງລັດຖະບານ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ ​ອາ​ຟຣິກາ ​ໂດຍບັນດາສະຖານທູດ ອາ​ຟຣິກາ ປະຈຳ ​ຮ່າ​ໂນ້ຍ ຈັດ​ຕັ້ງ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ປຶກສາ​ຫາລື​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ກັບຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ ​ເນ​ປານ ​ໂດຍ​ທ່ານ Rabindra Adhikari, ປະທານ​ສະພາ​ ເປັນຜູ້ນຳ​ໜ້າຄະນະ ​ໃນ​ວັນ​ທີ 20 ພຶດສະພາ ທີ່ຮ່າໂນ້ຍ.

ມີງດຶກ

ເຫດການ
302 Found

Found

The document has moved here.