ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ

07:10 | 05/09/2024

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.

ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ) ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)
ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ຕອນບ່າຍວັນທີ 3 ກັນຍາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ ແລະສົນທະນາທາງໄກກັບທ່ານ Kishida Fumio ປະທານພັກ ປະຊາທິປະໄຕ ເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ.

ນໍາວົງເງິນການຄ້າຂຶ້ນເຖິງ 150 ຕື້ USD

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສົນທະນາທາງໂທລະສັບກັບທ່ານ ປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol. ພາບ: xaydungchinhsach.chinhphu.vn

ທີ່ການສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ການນໍາສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ດໍາເນີນການສົນທະນາທາງໂທລະສັບ ເພື່ອພ້ອມກັນແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.

ການນໍາສອງທ່ານເຫັນດີເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກຜ່ານການຮັກສາການພົບປະ, ແລກປ່ຽນຂັ້ນສູງລະຫວ່າງພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນສອງປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ດຸນດ່ຽງ, ຍືນຍົງ. ສອງຝ່າຍເຫັນດີຈະພ້ອມກັນມານະພະຍາຍາມ ຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 150 ຕື້ໂດລາສະຫະລັດ ໃນປີ 2030. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າຮ່ວມບັນດາໂຄງການຮ່ວມມືໃຫຍ່ຂອງຫວຽດນາມ. ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ ສ.ເກົາຫຼີ ຈະເພີ່ມທະວີການນໍາເຂົ້າຜະລິດຕະພັນກະເສດຂອງຫວຽດນາມ. ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານແຮງງານ, ວັດທະນະທໍາ, ການທ່ອງທ່ຽວ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ; ເອົາໃຈໃສ່, ໜູນຊ່ວຍປະຊາຊົນສອງປະເທດ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ແຕ່ລະປະເທດ.

ສອງຝ່າຍ ເຫັນດີເພີ່ມທະວີການຮ່ວມມືໃນບັນດາບັນຫາພາກພື້ນ ແລະສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍເອົາ ໃຈໃສ່ ແລະພ້ອມແລ້ວທີ່ຈະຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການສັນຕິພາບ ໃນແຫຼມເກົາຫຼີ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີຕໍ່ຄວາມຈໍາເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ, ເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍ ວ່າດ້ວຍທະເລ ປີ 1982.

ທ່ານປະທານາທິບໍດີ Yoon Suk Yeol ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມາຢ້ຽມຢາມ ສ.ເກົາຫຼີ ໃນໂອກາດທີ່ເໝາະສົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຂອບໃຈ ແລະຍິນດີຕອບຮັບ.

ຍີ່ປຸຸນຈະສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ຫວຽດນາມ

ໃນຕອນບ່າຍຂອງວັນດຽວກັນ, ທີ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົນທະນາທາງໄກກັບທ່ານ Kishida Fumio ປະທານພັກ ປະຊາທິປະໄຕ ເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົນທະນາທາງໄກກັບທ່ານ Kishida Fumio ປະທານພັກ ປະຊາທິປະໄຕ ເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ. ພາບ: TTXVN

ທ່ານນາຍົກລັດຖະມົນຕີ Kishida Fumio ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ ແລະເຮັດໃຫ້ການພົວພັນ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງຂຶ້ນຕື່ມ; ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງຍີ່ປຸ່ນ ຢູ່ພາກພື້ນ ແລະໃນໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືສໍາຄັນໃນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາຂອງຫວຽດນາມ.

ການນໍາສອງທ່ານ ສະແດງຄວາມປິຕິຊົມຊື່ຕໍ່ການພັດທະນາຢ່າງແຂງແຮງ, ວ່ອງໄວ ແລະຮອບດ້ານໃນການພົວພັນສອງຝ່າຍ, ໂດຍສະເພາະແມ່ນເລື່ອງສອງປະເທດ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ຢູ່ອາຊີ ແລະໃນໂລກ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການນໍາສອງທ່ານ ເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍຫຼາຍຮູບການທີ່ມີໄຫວພິບ, ເສີມຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລື, ການຮ່ວມມືສອງຝ່າຍ. ສອງຝ່າຍເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ ແມ່ນເສົາຄໍ້າຂອງການພົວພັນສອງປະເທດ, ລົງເລິກເຊື່ອມຕໍ່ສອງພື້ນຖານເສດຖະກິດ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ
ບັນຍາກາດທີ່ການສົນທະນາທາງໄກ. ພາບ: TTXVN

ທ່ານນາຍົກລັດຖະມົນຕີ Kishida Fumio ເນັ້ນໜັກວ່າ ຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ຜ່ານການຊ່ວຍເຫຼືອ ODA, ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ບໍາລຸງສ້າງຊັບພະ ຍາກອນທີ່ມີຄຸນນະພາບສູງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຂງແຮງ, ຍົກສູງຄຸນນະພາບພື້ນຖານໂຄງລ່າງ, ຊົມເຊີຍບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດ ຍີ່ປຸ່ນ ເຂົ້າຮ່ວມການລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ.

ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມທິດແທດຈິງ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ເຮັດໃຫ້ການເຊື່ອມຕໍ່ຊັບພະຍາກອນມະນຸດ, ພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເລິກເຊິ່ງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີລັດຖະບານ ຍີ່ປຸ່ນ ສືບຕໍ່ເອົາໃຈໃສ່, ມີນະໂຍບາຍສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ຍີ່ປຸ່ນ.

ສອງຝ່າຍ ຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມືປັບປຸງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ

ຍສໝ - ວັນ​ທີ 10 ມິຖຸນາ, ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້ດຳເນີນພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ສູນ​ອະນຸລັກ​ຮັກສາ​ຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມ​ວັດທະນະທຳ ​ແລະ ສິລະ​ປະ​ ສ.​ເກົາຫຼີ.

ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.​ເກົາຫຼີ ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 31/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Han Duck-soo.

ແສງເດືອນ

ເຫດການ
302 Found

Found

The document has moved here.