ຫວຽດນາມ ສາມາດຍົກສູງຖານະບົດບາດ, ຄວາມໄວ້ວາງໃຈເມື່ອເປັນເຈົ້າພາບຈັດຕັ້ງ ເວທີປາໄສວິທະຍາສາດໂລກ ຄັ້ງທີ 6

14:46 | 06/09/2024

ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024
ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ຕາມ​ທີ່ ທ່ານນາງ ​ສາດສະດາຈານ ນາງ ຫງວຽນ​ທິກິມ​ແທງ ແລ້ວ, ​ລັດຖະບານຫຼາຍປະເທດໃນທົ່ວ​ໂລກ​ມັກ​ລົງທຶນ​ເຂົ້າ​ໃນ​​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິທະຍາສາດ​ເພື່ອ​ປະກອບຍົກສູງຄວາມໄວ້ວາງໃຈ​ຂອງ​ຊາດ, ຊຸກຍູ້​ການ​ເຕີບໂຕດ້ານ​ເສດຖະກິດ ​ແລະ ​ເພີ່ມ​ທະວີ​ທ່າໄດ້ປຽບແກ່ງແຍ່ງ​ທຽບ​ໃສ່ກັບ​ບັນດາ​ປະ​ເທດອື່ນ.

ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພັດທະນາ​ວິທະຍາສາດ​ພາຍ​ໃນ​ປະ​ເທດ, ມີ​ລະບົບ​ວິທະຍາສາດ​ສ້າງ​ຄວາມ​ເສລີ​ທາງ​ດ້ານ​ວິຊາ​ການໜຶ່ງ. ຈາກນັ້ນ​ ກໍ່ປະກອບສ່ວນ​ດຶງ​ດູດ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ຄຸນ​ນະພາ​ບການ​ຄົ້ນ​ຄ້ວາ ​ແລະ ​ງົບປະມານການໃຊ້ຈ່າຍວິທະຍາສາດ ຈາກບັນດາແຫຼ່ງທຶນ​​ຕ່າງປະ​ເທດ.

ນອກຈາກ​ນັ້ນ, ຫວຽດນາມ​ຍັງສາມາດ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິທະຍາສາດ​ໂລກ ​ຄັ້ງ​ທີ 6 (WSF) ​ໃນ​ປີ 2026.

ເວທີ​ປາ​ໄສ​ວິ​ທະ​ຍາ​ສາດ​ໂລກ ​ຕາມ​ປົກ​ກະ​ຕິ​ຈະ​ດຶງ​ດູດຜູ້ຕາງໜ້າ ​ປະ​ມານ 1,500-2,000 ຄົນ ທີ່ເປັນຕົວແທນ​ໃຫ້ກັບ​ຫຼາຍ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຈາກ 100 ປະ​ເທດ​ ໃນ​ທົ່ວ​ໂລກ. ໃນນັ້ນ, ລວມມີທັງຫົວຫນ້າບັນດາອົງການວິທະຍາສາດສາກົນ (ພາກພື້ນ, ທົ່ວໂລກ), ບຸກຄົນທີ່ສະຫນັບສະຫນູນການທູດວິທະຍາສາດ, ຫົວຫນ້າອົງການຈັດຕັ້ງອຸປະຖໍາການຄົ້ນຄວ້າ ແລະ ປະຕິບັດການຄົ້ນຄວ້າແຫ່ງຊາດ ລວມມີບັນດາສະຖາບັນວິທະຍາສາດ, ສະຫະສະມາຄົມ, ຫ້ອງທົດລອງແຫ່ງຊາດ, ສະພາການຄົ້ນຄວ້າ, ນັກວິທະຍາສາດທີ່ມີຊື່ສຽງ, ນັກສື່ສານວິທະຍາສາດ, ນັກວິທະຍາສາດຫນຸ່ມ.

Giáo sư Nguyễn Thị Kim Thanh.  ສາດສະດາຈານ ຫງວຽນຖິກິມແທງ.

ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ.

​ເວທີ​ປາ​ໄສ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ວາງແຜນກໍານົດ​ນະ​ໂຍບາຍ​ວິທະຍາສາດ, ລວມມີບັນດາ​ລັດຖະມົນຕີກ່ຽວກັບວິທະຍາສາດ, ຫົວໜ້າ​ຄະນະ​ກຳມາທິການ​ວິທະຍາສາດສະພາແຫ່ງຊາດ, ທີ່​ປຶກສາ​ວິທະຍາສາດ ​ແລະ ສໍານັກງານ​ວິທະຍາສາດ​ລັດຖະບານ. ຄຽງຂ້າງກັນນັ້ນ ກໍ່ຍັງມີບັນດາການນໍາຂອງວາລະສານວິທະຍາສາດ, ການສື່ສານວິທະຍາສາດ, ພ້ອມທັງບັນດາບໍລິສັດທົ່ວໂລກເຂົ້າຮ່ວມຄົ້ນຄວ້າ ແລະ ການພັດທະນາ (R&D) ແລະ ບັນດາຜູ້ຕາງຫນ້າຂອງສັງຄົມພົນລະເຮືອນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ການເປັນຕົວແທນຂອງວິທະຍາສາດທົ່ວໂລກ ຢູ່ໃນລະດັບການຈັດຕັ້ງແມ່ນມີຄວາມໂດດເດັ່ນທີ່ສຸດ.

ຕາມ​ທ່ານນາງ ​ສາດສະດາຈານ ຫງວຽນ​ທິກິມ​ແທງ ແລ້ວ, ນີ້​ແມ່ນ​ໂອກາດ​ທີ່​ຫາ​ຍາກ​ສໍາລັບ ຫວຽດນາມ ເພື່ອ “ຍົກຖານະບົດບາດ, ຄວາມໄວ້ວາງໃຈ” ປັບປຸງ​ພາບ​ພົດ​ຂອງ​​ຊາດ​ຜ່ານ WSF, ຈາກນັ້ນ ກໍ່ດຶງ​ດູດບັນດາແຫຼ່ງ​ການ​ລົງທຶນ​ໃໝ່​ຈາກ​ພາຍ​ນອກ. ຫວຽດນາມ ຈັດຕັ້ງ WSF ກໍ່ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດ ຄື: ນໍາການພົວພັນມິດຕະພາບ, ການຮ່ວມມືນັບມື້ນັບພັດທະນາ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື, ວັດທະນາຖາວອນຢູ່ພາກພື້ນ, ເສີມຂະຫຍາຍບົດບາດຂອງສະມາຊິກທີ່ມີຄວາມຕັ້ງໜ້າ ແລະ ມີ​ຄວາມ​ຮັບຜິດຊອບ ​ໃນ​ປະຊາ​ຄົມ​ໂລກ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.