ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ

19:42 | 22/08/2024

ຍສໝ - ວັນ​ທີ 22 ສິງຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ອວງຈູ່ລືວ, ປະ​ທານ​ຄະ​ນະ​ສັນ​ຕິ​ພາບ ​ຫວຽດ​ນາມ ໄດ້​ມີ​ການພົບປະກັບ​ທ່ານ ສົມ​ມາດ ພົນ​ເສ​ນາ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ຄະ​ນະ​ກຳ​ມະ​ການສັນ​ຕິ​ພາບ​ ແລະສາມັກຄີຂອງລາວ ເນື່ອງໃນໂອກາດທີ່ຄະນະປະຕິບັດງານລາວ ໄປຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ
ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ທີ່​ກອງປະຊຸມພົບປະ, 2 ຝ່າຍ​ໄດ້​ແຈ້ງກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ; ແບ່ງປັນການຕີລາຄາກ່ຽວ​ກັບບັນດາການຜັນປ່ຽນຂອງສາກົນ ແລະ ພາກພື້ນ; ພ້ອມ​ກັນ​ນັ້ນ, ກໍ່ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ.

ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ

ຄະ​ນະ​​​ສັນ​ຕິ​ພາບ ​ຫວຽດ​ນາມ ແລະ​ ຄະ​ນະ​​​ສັນ​ຕິ​ພາບ ​ແລະ​ ສາ​ມັກ​ຄີຂອງ​ລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ. (ພາບ: Dinh Hoa)

ກ່າວ​ຄຳ​ປາໄສທີ່​ກອງປະຊຸມພົບປະ, ທ່ານ ອວງຈູ​ລືວ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຄະນະສັນຕິພາບ ​ແລະ ​ສາມັກຄີຂອງລາວ ​ແລະ ສ່ວນຕົວຂອງທ່ານ ສົມ​ມາດ ພົນ​ເສນາ ​ໄດ້​ສົ່ງ​ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ເຖິງ​ຄະນະ​​ສັນຕິພາບ ຫວຽດນາມ, ​ແບ່ງເບົາຄວາມ​ສູນເສຍ, ຄວາມ​ເຈັບ​ປວດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ສິ່ງນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມຮັກແພງທີ່ດູດດື່ມ, ເປັນອ້າຍນ້ອງສະເໝີຕົ້ນສະເໝີປາຍ​ລະຫວ່າງ​ສອງ​ຄະນະ​ ​ແລະ ສອງ​ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ - ລາວ.

ທ່ານ ອວງຈູລືວ ​ໄດ້ສະແດງຄວາມ​ຊົມເຊີຍ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ລາວ ທີ່ໄດ້ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມເຕີບໂຕດ້ານ​ເສດຖະກິດ ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ພິເສດ, ໃນສະພາບການພາກພື້ນ ແລະ ສາກົນ ພວມປະເຊີນໜ້າກັບບັນດາການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້, ລາວ ໄດ້ດຳລົງບົດບາດເປັນປະທານອາຊຽນ 2024 ເປັນຢ່າງດີ, ຊ່ວຍຍົກສູງບົດບາດ ແລະ ທີ່ຕັ້ງຂອງປະເທດຊາດບົນເວທີສາກົນ.

ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ

ທ່ານ ອວງຈູ​ລືວ, ປະ​ທານ​ຄະ​ນະ​ສັນ​ຕິ​ພາບ ​ຫວຽດ​ນາມ ກ່າວຄຳປາໄສທີ່ກອງປະຊຸມພົບປະ. (ພາບ: Dinh Hoa)

ທ່ານ ອວງຈູ​ລືວ ​ໄດ້ຢືນຢັນ​ວ່າ ຄະນະ​ສັນຕິພາບ​ ຫວຽດນາມ ຍາມ​ໃດ​ກໍ່ຖືເປັນສຳຄັນ ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ຄະນະ​​ສັນຕິພາບ ​ແລະ ສາມັກຄີຂອງລາວ. 2 ຄະນະ ໄດ້​ມີການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ ຫວຽດນາມ - ລາວ. 2 ຝ່າຍ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນໜູນວຽນ​ໃນ​ແຕ່ລະ​ປີ, ແລກປ່ຽນ​ຂໍ້​ມູນຢ່າງເປັນ​ປະຈຳ, ແບ່ງປັນ​ປະສົບ​ການ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ມິດຕະພາບ ແລະ ການຮ່ວມມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ນັບ​ມື້​ນັບນຳມາເຊິ່ງປະສິດທິຜົນ.

ພິ​ເສດ​ແມ່ນ​ປີ 2022, ເນື່ອງໃນໂອກາດໄປຢ້ຽມຢາມ, ເຮັດ​ວຽກ​ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ), ຄະນະ​​ສັນຕິພາບ ຫວຽດນາມ ​ໄດ້​ສົມທົບ​ກັບຄະນະ​​ສັນຕິພາບ ​ແລະ ສາມັກຄີຂອງລາວ ຈັດ​ຕັ້ງ​ການສຳມະນາກ່ຽວ​ກັບ​ການ​ທູດ​ປະຊາຊົນ. ນີ້​ແມ່ນ​ບາດກ້າວ​ປ່ຽນແປງໃໝ່ ແລະ ບຸກທະລຸ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ຄະນະ, ປະກອບສ່ວນ​ຊຸກຍູ້, ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ດ້ານ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ 2 ຄະນະ​. ທ່ານ ອວງຈູ່ລືວ ​ໄດ້ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຄະນະ​ສືບ​ຕໍ່ເຊື່ອມຊຶມກ່ຽວກັບການພົວພັນ​ມິດຕະພາບ​ ຫວຽດນາມ - ລາວ ຢ່າງເລິກເຊິ່ງ, ຖື​ວ່າ​ແມ່ນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າ​ທີ່​ຕ້ອງ​ໄດ້​ຮັບ​ການ​ຫຼໍ່ລ້ຽງ. ພ້ອມ​ກັນ​ນັ້ນ, ກໍ່ປະຕິບັດ​ບັນດາ​ນະ​ໂຍບາຍ, ທິດ​ທາງຢ່າງສະເໝີຕົ້ນສະເໝີປາຍ, ເປັນເອກະພາບ​ທີ່​ສອງ​ພັກ, ສອງລັດ​ວາງ​ອອກ​ ເພື່ອປັບປຸງ, ເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ.

2 ຝ່າຍຈະຊຸກຍູ້ ແລະ ປ່ຽນໃໝ່ບັນດາການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າ ຕາມທິດທີ່ຫຼາກຫຼາຍ, ແທດຈິງ ແລະ ມີປະສິດທິຜົນກວ່າ, ໂດຍຜ່ານການຈັດຕັ້ງກອງປະຊຸມເຈລະຈາ, ສຳມະນາແບບເຊິ່ງໜ້າ ແລະ ອອນໄລ, ພ້ອມທັງມີບັນດາໂຄງການແລກປ່ຽນພະນັກງານ-ນັກສຶກສາ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສັນຕິພາບ, ຄວາມສາມັກຄີ, ການຮ່ວມມື ແລະ ບັນດາຄວາມສົນໃຈລວມ. ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ; ຮັກສາກົນໄກແລກປ່ຽນຂໍ້ມູນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຂອງສອງປະເທດ, ພາກພື້ນ ແລະ ສາກົນຢ່າງເປັນປົກກະຕິ ກໍ່ຄືການເຄື່ອນໄຫວຂອງແຕ່ລະຝ່າຍ ເພື່ອໜຸມຊ່ວຍການເຄື່ອນໄຫວເຊິ່ງກັນ ແລະ ກັນຢ່າງທັນການ.

ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ

ທ່ານ ສົມ​ມາດ ພົນ​ເສ​ນາ, ປະ​ທານ​ຄະນະ​​ສັນຕິພາບ ​ແລະ ສາມັກຄີຂອງລາວ ກ່າວຄຳປາໄສທີ່ກອງປະຊຸມພົບປະ. (ພາບ: Dinh Hoa)

ໂດຍ​ເຫັນ​ດີ​ເປັນເອກະພາບກັບບັນດາຂໍ້​ສະ​ເໜີ​ຂອງ​ທ່ານ ອວງຈູ​ລືວ, ທ່ານ ສົມ​ມາດ ພົນ​ເສ​ນາ ຢືນຢັນ​ວ່າ ຄະນະ​​ສັນຕິພາບ ​ແລະ ສາມັກຄີຂອງລາວ ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ສັນຕິພາບ ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ສັນຕິພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື, ສືບ​ຕໍ່ເສີມຂະຫຍາຍການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມມືຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ສົມມາດ ພົນເສນາ ໄດ້​ເຊື້ອ​ເຊີນ​ທ່ານ ອວງຈູ່ລືວ ໄປ​ຢ້ຽມຢາມ​ ລາວ ​ໃນ​ປີ 2025.

ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ
​ທ່ານ ສົມ​ມາດ ພົນ​ເສ​ນາ ພ້ອມກັນກັບຄະນະປະຕິບັດງານ ເຂົ້າໄວ້ອາໄລຢູ່ສຸສານລຸງໂຮ່. (ພາບ: Dinh Hoa)
ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ຍສໝ - ວັນ​ທີ 11 ພຶດສະພາ, ຢູ່​ແຂວງ ​ລາວ​ກາຍ, ​ໂຮງຮຽນ​ມັດທະຍົມ​ຕອນປາຍ​ລົງເລິກວິຊາສະເພາະ ລາວ​ກາຍ​ ໄດ້​ຈັດຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ສາກົນກ່ຽວກັບດ້ານສິລະປະ, ກິລາ​ ກັບ​ໂຮງຮຽນ​ມັດທະຍົມຊັ້ນສູງ ​ແລະ ໂຮງຮຽນ​ມັດທະຍົມຊັ້ນສູງອາຊີວະສຶກສາ (​ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ຍສໝ​ - ນີ້​ແມ່ນ​ຄຳປາໄສຂອງ​ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ​ທີ່ການ​ຮັບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ” ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ວັນ​ທີ 23 ເມສາຢູ່ ຮ່າ​ໂນ້ຍ. ຫຼຽນກາລະນຶກ ​ແມ່ນ​ລາງວັນ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ແລະ ຍີ່ປຸ່ນ.

ເຫດການ
302 Found

Found

The document has moved here.