ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ

21:46 | 26/08/2024

ຍສໝ - ໃນໄລຍະປະຫວັດສາດ, ຫວຽດນາມ-ລາວ ເວົ້າລວມ, ແຂວງແທງຮວ໊າ - ຫົວພັນ ເວົ້າສະເພາະ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ສ້າງສາ ແລະປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ. ພ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຮຸງກາລີ: ການເດີນທາງຜ່ານ​ຫຼາຍ​ລຸ້ນຄົນ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຮຸງກາລີ: ການເດີນທາງຜ່ານ​ຫຼາຍ​ລຸ້ນຄົນ
ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ

ສອງຊາດຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງ ແລະໄດ້ຝຶກຝົນຫຼໍ່ຫຼອມໃນມູນເຊື້ອປະຫວັດສາດນັບພັນປີແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ. ໂດຍເສີມຂະຫຍາຍມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ອໍານາດການປົກຄອງ ແລະປະຊາຊົນສອງແຂວງ ແທງຮວ໊າ - ຫົວພັນ ຍາມໃດກໍ່ເພີ່ມພູນຄູນສ້າງ, ຮັກສາສາຍພົວພັນອັນສັດຊື່ບໍລິສຸດຜຸດຜ່ອງ ເພຶ່ອໃຫ້ນ້ຳໃຈຖານສະຫາຍ, ອ້າຍນ້ອງ ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ເສີມຂະຫຍາຍມູນເຊື້ອນັບພັນປີ

ໃນໄລຍະປະຫວັດສາດ, ຫວຽດນາມ-ລາວ ເວົ້າລວມ, ແຂວງແທງຮວ໊າ - ຫົວພັນ ເວົ້າສະເພາະ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ສ້າງສາ ແລະປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ. ພະຍານຫຼັກຖານຈະແຈ້ງທີ່ສຸດແມ່ນໃນຕົ້ນສະຕະວັດທີ XV, ເມື່ອການລຸກຮືຂຶ້ນ ລາມເຊີນ ຕົກຢູ່ໃນສະພາບຫຍຸ້ງຍາກ, ເລເລີ້ຍ ແລະກອງທະຫານລາມເຊີນ ໄດ້ອີງໃສ່ສາຍພູຫຼວງທີ່ໃຫຍ່ໂຕ, ເຊິ່ງແມ່ນບ່ອນທີ່ມີທີ່ຕັ້ງທໍາມະຊາດສະດວກ ແລະຕິດຈອດກັບຊາຍແດນຫວຽດນາມ - ລາວ ເພື່ອກໍ່ສ້າງຖານທັບ; ກອງທະຫານລາມເຊີນ ຍັງໄດ້ອີງໃສ່ສາຍພົວພັນອັນສະໜິດສະໜົມ, ບ້ານໃກ້ເຮືອນຄຽງລະຫວ່າງສອງປະເທດ ເພື່ອໃຫ້ມີການຊ່ວຍເຫຼືອຂອງປະເທດເພື່ອນໃນພາລະກິດຕໍ່ຕ້ານ...

ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ
ພາບປະກອບ: truyenhinhthanhhoa.vn

ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ, ບັນດາອົງການສູນກາງຂອງປະເທດເພື່ອນ (ລັດຖະບານຕໍ່ຕ້ານລາວ, ແນວລາວອິດສະລະ, ສູນກາງພັກປະຊາຊົນປະຕິວັດລາວ) ໄດ້ຕັ້ງຖານທັບຢູ່ໃນແຂວງແທງຮວ໊າ, ຫຼືຕັ້ງສຳນັກງານຢູ່ເຂດຊາຍແດນຂອງແທງຮວ໊າ - ຫົວພັນ ເພື່ອນໍາພາຂະບວນການປະຕິວັດລາວ. ພາຍໃຕ້ການຊີ້ນຳຂອງສູນກາງພັກ, ແຂວງແທງຮວ໊າ ໄດ້ສົມທົບກັບກໍາລັງຕ່າງໆ ເພື່ອຊ່ວຍເຫຼືອປະເທດເພື່ອນກໍ່ສ້າງ, ປົກປັກຮັກສາ ແລະເປີດກວ້າງຖານທີ່ໝັ້ນຢູ່ພາກເໜືອລາວ; ກໍ່ສ້າງ, ປົກປັກຮັກສາ ແລະພັດທະນາສະຖານທີ່ຕໍ່ຕ້ານຂອງປະເທດເພື່ອນຢູ່ແຂວງຫົວພັນ ຢ່າງຮອບດ້ານ...

ມາຮອດປະຈຸບັນ, ສາຍພົວພັນລະຫວ່າງສອງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະທົດສອບຜ່ານການເວລາທີ່ຫຍຸ້ງຍາກ ແລະການເສຍສະຫຼະ ເພື່ອຕ້ານສັດຕູໂຕດຽວກັນເພື່ອປົດປ່ອຍປະເທດຊາດ ແລະ ຮ່ວມມືກັນຢ່າງຮອບດ້ານໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ - ບໍາລຸງສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ...

ປະກອບສ່ວນເຮັດໃຫ້ນໍ້າໃຈມິດຕະພາບເກີດດອກອອກຜົນ

ໜຶ່ງໃນບັນດາຜົນງານອັນສຳຄັນທີ່ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງໃຫ້ນັບມື້ນັບແໜ້ນແຟ້ນນັ້ນແມ່ນວຽກງານການທູດປະຊາຊົນໄດ້ກາຍເປັນ “ຈຸດພົ້ນເດັ່ນ” ທີ່ໜ້າປະທັບໃຈໃນໝາກຜົນ ແລະຜົນງານລວມຂອງສອງແຂວງ ແທງຮວ໊າ - ຫົວພັນ. ຢືນຢັນຄວາມຖືກຕ້ອງ, ແມ່ນຄວາມຕ້ອງການທີ່ເໝາະສົມກັບຄວາມມຸ່ງມາດປາຖະໜາຂອງພັກ ແລະປະຊາຊົນ, ໄດ້ສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຢູ່ສອງຟາກຊາຍແດນ.

ເພື່ອຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະຍືນຍົງ, ແຂວງແທງຮວ໊າ - ຫົວພັນ ໄດ້ຊີ້ນຳບັນດາຫົວໜ່ວຍ, ທ້ອງຖິ່ນ ແລະຕາແສງຕິດກັບຊາຍແດນຜັນຂະຫຍາຍຮູບແບບແຮກສ່ຽວເຂດຊຸມຊົນ ຢູ່ສອງຟາກຊາຍແດນ. ນັບແຕ່ປີ 2014 ມາຮອດປະຈຸບັນ, ທະຫານຊາຍແດນຂອງສອງແຂວງ ໄດ້ສົມທົບກັບບັນດາເມືອງຕິດກັບຊາຍແດນຈັດຕັ້ງການແຮກສ່ຽວລະຫວ່າງ 17 ຄູ່ບ້ານ-ບ້ານ ຢູ່ລຽບຕາມເສັ້ນຊາຍແດນແຂວງ ແທງຮວ໊າ - ຫົວພັນ. ຜ່ານການເຄື່ອນໄຫວແຮກສ່ຽວ, ປະຊາຊົນສອງຟາກຊາຍແດນ ໄດ້ຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງຊາດ, ພ້ອມກັນແບ່ງປັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ - ສັງຄົມ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດວຽກງານການທູດປະຊາຊົນໃຫ້ມີປະສິດທິຜົນ.

ຜ່ານລາຍການແຮກສ່ຽວກຸ່ມບ້ານ, ອົງຄະນະພັກ ແລະອຳນາດການປົກຄອງບັນດາເມືອງຂອງແຂວງແທງຮວ໊າ (ຫວຽດນາມ) ໄດ້ໜູນຊ່ວຍບັນດາເມືອງຂອງຝ່າຍເພື່ອນດ້ວຍມູນຄ່ານັບສິບຕື້ດົ່ງ; ປະຊາຊົນບັນດາຕາແສງ, ບ້ານແຮກສ່ຽວຂອງຝ່າຍຫວຽດນາມ ກໍ່ໄດ້ໜູນຊ່ວຍຝ່າຍເພື່ອນກໍ່ສ້າງຫໍວັດທະນະທຳບ້ານ, ຫ້ອງຮຽນດ້ວຍເງິນຈໍານວນເກືອບ 4 ຕື້ດົ່ງ, ໜູນຊ່ວຍສ້າງຮູບແບບເສດຖະກິດ, ອຸປະກອນການແພດ, ຍົກລະດັບເສັ້ນທາງຄົມມະນາຄົມຊົນນະບົດ; ທະຫານຊາຍແດນແຂວງແທງຮວ໊າ ກໍ່ໄດ້ໜູນຊ່ວຍນັກຮຽນລາວ 11 ຄົນ ຕາມລາຍການ “ຊ່ວຍນ້ອງໄປໂຮງຮຽນ”... ດ້ວຍການແບ່ງປັນ, ຊ່ວຍເຫຼືອຂອງປະຊາຊົນຢູ່ເຂດຊາຍແດນ, ໄລຍະ 2016-2020, ທາງແຂວງແທງຮວ໊າ ໄດ້ໜູນຊ່ວຍແຂວງຫົວພັນ ກໍ່ສ້າງກິດຈະກໍາຕ່າງໆດ້ວຍເງິນຈໍານວນເກືອບ 300 ຕື້ດົ່ງ.

ເພື່ອຫັນຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມໃນໄລຍະ 2021-2025 ເປັນລະອຽດ, ທາງແຂວງແທງຮວ໊າ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍແຂວງຫົວພັນ ດ້ວຍເງິນຈໍານວນປະມານ 318 ຕື້ດົ່ງ ເຂົ້າໃນການລົງທຶນພື້ນຖານໂຄງລ່າງ, ບຳລຸງກໍ່ສ້າງນັກສຶກສາສາກົນ, ກວດ ແລະປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະປະຊາຊົນແຂວງຫົວພັນ ທີ່ຢູ່ແຂວງແທງຮວ໊າ. ບັນດາໂຄງການຮ່ວມມືຮອບດ້ານ ແລະການໜູນຊ່ວຍຂອງແຂວງ ແທງຮວ໊າ ໄດ້ປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະສອງແຂວງ ແທງຮວ໊າ - ຫົວພັນ ໃຫ້ນັບມື້ນັບພັດທະນາ.

ສະຫາຍນາງ ຟ້າມທິແທັງຖຸຍ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງແທງຮວ໊າ ໄດ້ຢືນຢັນວ່າ: ແທງຮວ໊າ - ຫົວພັນ ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ສາຍພົວພັນຖານອ້າຍນ້ອງລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ ແລະປັບປຸງດ້ວຍປະຫວັດສາດທີ່ອຸດົມສົມບູນຂອງປະເທດຊາດ. ພິເສດ, ໃນຫຼາຍທົດສະວັດທີ່ຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນທີ່ສັດຊື່ບໍລິສຸດໄດ້ຮັບການທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໂດຍການນຳ ແລະປະຊາຊົນແຂວງ ແທງຮວ໊າ - ຫົວພັນ ລຸ້ນຕ່າງໆ.

ຜ່ານແຕ່ລະໄລຍະແຫ່ງການປະຕິວັດ, ການພັດທະນາຂອງສອງແຂວງ ແທງຮວ໊າ - ຫົວພັນ ລ້ວນແຕ່ມີຂີດໝາຍຈາກນໍ້າໃຈສາມັກຄີທີ່ສັດຊື່ບໍລິສຸດ, ການຊ່ວຍເຫຼືອອັນຜຸດຜ່ອງ, ນໍ້າໃຈຮັກແພງອັນເລິກເຊິ່ງລະຫວ່າງສອງແຂວງ. ແຂວງແທງຮວ໊າ - ຫົວພັນ ສືບຕໍ່ມີການຮ່ວມມືຢ່າງເລິກເຊິ່ງ ແລະແທດຈິງກວ່າອີກ, ເປີດໂສມໜ້າໃໝ່ໃຫ້ແກ່ສາຍພົວພັນມິດຕະພາບ ອັນຍາວນານລະຫວ່າງສອງຊາດ. ນີ້ແມ່ນຄວາມມຸ່ງມາດປາດຖະໜາຂອງການນຳ ແລະປະຊາຊົນທຸກຊັ້ນຄົນຢູ່ສອງແຂວງ ແທງຮວ໊າ - ຫົວພັນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ) ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ)

ຍສໝ - ສະຫະພັນແມ່ຍິງແຂວງກອນຕູມ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແມ່ຍິງແຂວງອັດຕະປື ແລະ ແຂວງເຊກອງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).

ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ

ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ ການພົວພັນ ຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະອັນດີງາມທີ່ສຸດ.

ແສງເດືອນ

ເຫດການ
302 Found

Found

The document has moved here.