ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ

23:17 | 02/09/2024

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ນາງ Pauline Tamesis ຜູ້ປະສານງານຂອງອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ. ຈຸດສຸມຂອງການແລກປ່ຽນແມ່ນ​ການ​ປຶກ​ສາ​ຫາ​ລື​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE
VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ
Ông Phan Anh Sơn, Chủ tịch Liên hiệp các tổ chức hữu nghị Việt Nam (trái) tiếp bà Pauline Tamesis, Điều phối viên thường trú của Liên Hợp Quốc tại Việt Nam. (Ảnh: Đinh Hòa) ທ່ານ ຟານແອັງເຊີນ ປະທານ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ເບື້ອງຊ້າຍມື) ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Pauline Tamesis, ຜູ້ປະສານງານປະຈຳ ສະຫະປະຊາຊາດ ຢູ່ ຫວຽດນາມ. (ພາບ: ດິ່ງຮົວ)

ທ່ານ ຟານແອັງເຊີນ ປະທານ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ເບື້ອງຊ້າຍ) ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Pauline Tamesis, ຜູ້ປະສານງານ ສະຫະປະຊາຊາດ ປະຈຳ ຫວຽດນາມ. (ພາບ: ດິ່ງຮົວ)

ທ່ານ ຟານ​ແອັງ​ເຊີນ ໄດ້ແນະນໍາໂດຍສັງເຂບກ່ຽວ​ກັບ​​ບົດບາດ, ໜ້າ​ທີ່ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມືຂອງ VUFO ​ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ. ທ່ານໄດ້​ກ່າວ​ວ່າ: ປີ 2025 ​ແມ່ນ​ປີ​ທີ່ສຳຄັນ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ (ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ປີ 2026). ນີ້​ກໍ​ແມ່ນ​​ຈຸດເວລາໃນການຕີລາຄາລະຫວ່າງກາງສະໄໝ​ການຜັນຂະຫຍາຍຂອບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື ​ພັດທະນາ​ແບບ​ຍືນ​ຍົງ​ ໄລຍະ 2022-2026 ລະຫວ່າງ ​ລັດຖະບານ​ ຫວຽດນາມ ​ແລະ ບັນດາ​ອົງການປະຈໍາ ​ແລະ ອົງການ​ບໍ່​ປະຈຳ​ ສະຫະ​ປະຊາ​ຊາດ​ຢູ່ ​ຫວຽດນາມ. ​ປະທານ VUFO ຫວັງຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ ລະຫວ່າງ VUFO ແລະ​ ບັນດາ​ອົງການ​ສະຫະ​ປະຊາ​ຊາດ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ ທ່ານ ​ນາງ Pauline Tamesis ແລ້ວ, ຫ້ອງ​ການຜູ້ປະສານງານ ​ສະຫະ​ປະຊາ​ຊາດ ​ປະຈຳ​ ຫວຽດນາມ ມີ​ໜ້າ​ທີ່​ຮັບປະກັນ​ບັນດາ​ອົງການ ​ສະຫະ​ປະຊາ​ຊາດ ​ປະຈຳ​ ຫວຽດນາມ ດຳ​ເນີນ​ງານ​ຢ່າງ​ເປັນ​ເອກະ​ພາບ, ພ້ອມກັນ​ໜູນ​ຊ່ວຍ ຫວຽດນາມ ເພື່ອບັນລຸ​ເປົ້າໝາຍການ​ພັດທະນາຕ່າງໆທີ່​ລັດຖະບານໄດ້ວາງອອກ. ທ່ານ​ ນາງ Pauline Tamesis ຕີ​ລາຄາ​ສູງ​ບົດບາດ​ຂອງ VUFO ​ແລະ ລະບົບ​ບັນດາ​ສະມາຊິກ, ຄູ່​ຮ່ວມ​ມື​ໃນ​ການ​ໃຫ້​ຄຳ​ປຶກສາ ແລະ ຮັບຟັງຄວາມຄິດເຫັນ, ຕອບສະໜອງ​ຂໍ້​ມູນ​ຂ່າວສານ, ຕຳ​ນິຕິ​ຊົມ, ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ​ສະຫະ​ປະຊາ​ຊາດ​ ປະຈຳ ຫວຽດນາມ.

2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຍາດ​ແຍ່ງ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ຍສໝ - ວຽກ​ງານ​ຂົນຂວາຍການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ດຳເນີນໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າຢ່າງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ

ຍສໝ - ການຮ່ວມມືລະຫວ່າງສາມປະເທດແມ່ນເລີ່ມມາຈາກແຫຼ່ງທີ່ໝັ້ນແກ່ນຈາກຫຼັກການຮ່ວມມືພ້ອມກັນມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.