ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

14:49 | 06/09/2024

ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການ​ສູນ​ກາງ​ພັກ, ຮອງ​ປະທານຮັບຜິດຊອບສະ​ພາ​ທິດ​ສະ​ດີ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຫາກໍ່ເຂົ້າ​ຮ່ວມ​ໂຄງ​ການ “ພົບ​ປະ​ໄທ” ຄັ້ງ​ທີ 2 ທີ່ໄດ້ຈັດຕັ້ງຢູ່​ແຂວງ ລາວ​ກາຍ ແຕ່​ວັນ​ທີ 27-30 ສິງຫາ 2024.

ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ
ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

ລາຍການ​ດັ່ງກ່າວ​ ໂດຍຄະນະ​ກຳມະການ​ປະຊາຊົນ​ແຂວງ​ ລາວ​ກາຍ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຖານທູດ​ໄທ ປະຈຳ ຫວຽດນາມ ສົມທົບ​ກັນເພື່ອ​ຈັດ​ຕັ້ງ. ມີ​ຜູ້​ແທນ​ປະມານ 400 ຄົນ​ມາ​ຈາກ​ບັນດາ​ອົງການ​ລັດຖະບານ, ສະຫະພັນ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI), 14 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ສະມາຄົມ​ວິ​ສາ​ຫະກິດ​ເຂດ​ພູດອຍພາກ​ເໜືອ, ພ້ອມກັນກັບຫຼາຍວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຈາກ ​ໄທ ແລະ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມລາຍການ.

ບັນດາ​ການ​ເຄື່ອນ​ໄຫວ​ໃນ​ລາຍການ​ແມ່ນ​ບາດກ້າວ​ຫັນຍຸດ​ທະ​ສາດ "ສາມ​ເຊື່ອມ​ຕໍ່" ທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ຮັບຮອງ​ເອົາເປັນລະອຽດ. ຍຸດທະສາດນີ້ປະກອບມີ: ການເຊື່ອມຕໍ່ບັນດາລະບົບສະໜອງຂອງບັນດາຂະແໜງການອຸດສາຫະກໍາສະຫນັບສະຫນູນເຊິ່ງກັນ ແລະ ກັນ; ​ເຊື່ອມ​ຕໍ່ພື້ນຖານ​ເສດຖະກິດ​ຮາກ​ຖານ, ພິ​ເສດ​ແມ່ນ​ກຸ່ມ​ວິ​ສາ​ຫະກິດ​ຂະໜາດກາງ ​ແລະ ນ້ອຍກັບ​ທ້ອງ​ຖິ່ນ; ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງບັນດານະໂຍບາຍ​ເສດ​ຖະ​ກິດ​ຊີ​ວະ​ພາບ - ເສດ​ຖະ​ກິດ​ໝູນວຽນ - ​ເສດ​ຖະ​ກິດສີ​ຂຽວ​ຂອງ ​ໄທ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາສີ​ຂຽວ​ຂອງ ​ຫວຽດ​ນາມ.

ເຫດການ​ນີ້ ​ໄດ້​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໄທ ໄດ້​ພົບ​ປະ, ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດຮ່ວມມືລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ທີ່​ມີຄວາມສາມາດບົ່ມຊ້ອນ​ຂອງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ຂົວ​ເຊື່ອມຕໍ່ທາງດ້ານ​ວັດທະນະທຳ, ປະກອບສ່ວນ​ເພີ່ມ​ທະວີ​ການພົບປະແລກປ່ຽນ​ວັດທະນະທຳ, ສັງຄົມ ​ແລະ ເຊື່ອມຕໍ່ລະຫວ່າງ​ປະຊາຊົນ​ ຫວຽດນາມ - ​ໄທ.

ທ່ານ​ນາງ Urawadee Sriphihiromya, ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ ​ໄດ້ສະແດງຄວາມຂອບ​ໃຈ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ທີ່ຍາມໃດກໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນບັນດາການເຄື່ອນໄຫວ​ຂອງ​ສະຖານທູດ​ໃນ​ໄລຍະ​ຜ່ານ​ມາ. ການ​ໜູນ​ຊ່ວຍ​ນີ້ ​ໄດ້​ປະກອບສ່ວນ​ຢ່າງແທດຈິງ ເພື່ອປັບປຸງ ແລະ ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດເພີ່ມທະວີລະຫວ່າງ ຫວຽດນາມ ​- ​ໄທ.

ທ່ານ​ ຫງວຽນ​ວັນ​ແທງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ໄດ້ຕີ​ລາຄາ​ສູງ​ການຈັດ​ຕັ້ງລາຍການ “ພົບ​ປະ​ໄທ” ປີ 2024 ຢູ່​ແຂວງ ລາວ​ກາຍ. ທ່ານ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາທີ່ນັບມື້ນັບແໜ້ນແຟ້ນ, ແທດຈິງ, ມີປະສິດທິຜົນຂອງການພົວພັນຮ່ວມມືສອງຝ່າຍ ຫວຽດນາມ-ໄທ ໃນໄລຍະມໍ່ໆມານີ້.

ທ່ານ​ຍັງ​ໄດ້​ປະກາດ​ບາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັບ​ແຕ່​ປະຈຸ​ບັນ​ຮອດ​ທ້າຍ​ປີ 2024, ​ໃນ​ນັ້ນ​ມີ​ການ​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ ໄທ - ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ຮ່ວມ​ມື​ປະຈຳ​ປີ ​ຄັ້ງ​ທີ 13 ຢູ່​ແຂວງ​ ຊົນບູຣີ, ໄທ ​ແຕ່​ວັນ​ທີ 12-14 ກັນຍາ 2024.

ຂ້າງລຸ່ມນີ້ແມ່ນຮູບພາບຈຳນວນໜຶ່ງຂອງການເຄື່ອນໄຫວທີ່ລາຍການ:

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ພິທີ​​ເປີດ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ ​ໄທ - ຫວຽດນາມ

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ທ່ານ ຫງວຽນ​ວັນ​ແທງ, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ (ທີສອງ​ຈາກ​ຊ້າຍ) ​ພ້ອມກັນກັບ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ Urawadee Sriphihiromya (ທີ​ສອງ​ຈາກ​ຂວາ) ​ແລະ ທ່ານ ຫວູຊວນ​ເກື່ອງ, ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນແຂວງ ລາວກາຍ (ທີ 3 ຈາກຊ້າຍ) ຢ້ຽມຢາມຮ້ານວາງສະແດງຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງແຂວງ ລາວກາຍ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ທ່ານ ຫງວຽນ​ວັນ​ແທງ, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ແລະ ທ່ານນາງ Urawadee Sriphihiromya, ເອກອັກຄະລັດຖະທູດ ໄທ ປະຈໍາ ຫວຽດນາມ ໄດ້ຖ່າຍຮູບກັບຜູ້ຕາງໜ້າການນຳຂອງວິສາຫະກິດ ຫວຽດນາມ ແລະ ໄທຈຳນວນໜຶ່ງ.

ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ

ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ

ຍສໝ - ໃນການເຂົ້າ​ຮ່ວມ​ຫຼັກສູດຮຽນ, ພະນັກງານ, ລັດຖະກອນ​ແຂວງ ຮ່າ​ຕິ້ງ ຈະໄດ້ຮັບການຮ່ຽນຮູ້ກ່ຽວກັບ​ພາສາ, ຮີດຄອງ​ປະ​ເພນີ, ພັດທະນາ​ເສດຖະກິດ, ວັດທະນະທຳ - ສັງຄົມ​ຂອງ​ລາວ.

ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ໄທ ​ເປັນ​ປະ​ເທດ​ສົ່ງ​ອອກ​ໝາກ​ທຸລຽນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກາຍ​ເປັນ​ທ້ອງຕະຫຼາດ​ນຳ​ເຂົ້າ​ໝາກທຸລຽນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ ຫວຽດ​ນາມ ​ໃນ 4 ເດືອນ​ຕົ້ນ​ ປີ 2024.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.