ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ

06:49 | 29/08/2024

ຍສໝ - ທ່ານພົນໂທ ຈິ້ງວັນກວຽດ ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຕໍ່ການປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະສອງກອງທັບ; ພ້ອມທັງຫວັງວ່າ ດ້ວຍບົດຮຽນ, ອາລົມຈິດອັນດີງາມທີ່ມີຕໍ່ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ
ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ສິງຫາ, ທ່ານພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມຖາມຂ່າວທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດລາວ.

ທ່ານພົນໂທ ຈິ້ງວັນກວຽດ ໄດ້ແຈ້ງໃຫ້ທ່ານ ບຸນຍັງ ວໍລະຈິດ ຮັບຊາບກ່ຽວກັບໝາກຜົນທີ່ຕັ້ງໜ້າຂອງຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ; ວຽກງານກໍ່ສ້າງພັກ; ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ; ສະພາບການກອງທັບປະຊາຊົນຫວຽດນາມ ແລະໝາກຜົນທີ່ຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ. ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ຮັກສາຢູ່ໃນທ່າພັດທະນາ.

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ
ທ່ານພົນໂທ ຈິ້ງວັນກວຽດ ຢ້ຽມຢາມຖາມຂ່າວທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ສ່ວນສອງກົມໃຫຍ່ການເມືອງ, ໃນໄລຍະທີ່ຜ່ານມາ, ຍາມໃດສອງຝ່າຍກໍ່ໄດ້ຕິດຕາມກວດກາ ແລະປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ ແລະສອງກອງທັບຢ່າງບໍ່ຢຸດຢັ້ງ. ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງສອງກົມໃຫຍ່ການເມືອງ ໄດ້ສົມທົບກັນຜັນຂະຫຍາຍຂົງເຂດການຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນ. ທ່ານພົນໂທ ຈິ້ງວັນກວຽດ ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຕໍ່ການປັບປຸງສາຍພົວພັນລະຫວ່າງສອງປະເທດ ແລະສອງກອງທັບ; ພ້ອມທັງຫວັງວ່າ ດ້ວຍບົດຮຽນ, ອາລົມຈິດອັນດີງາມທີ່ມີຕໍ່ຫວຽດນາມ, ທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ສະໜັບສະໜູນ ແລະມີການປະກອບສ່ວນຫຼາຍຢ່າງເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ. ພາບ:

ໃນວັນດຽວກັນ, ເມື່ອໄປຢ້ຽມຢາມ ແລະກ່າວຄຳເຫັນທີ່ໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ສະແດງຄວາມຕື້ນຕັນໃຈຕໍ່ອາລົມຈິດອັນອົບອຸ່ນ, ຄວາມສະໜິດສະໜົມຖານສະຫາຍອ້າຍນ້ອງຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານ, ຄູອາຈານ, ນັກຮຽນ, ນັກຮົບ, ພາລະກອນ ຂອງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ; ພ້ອມທັງສະແດງຄວາມປະທັບໃຈຕໍ່ໝາກຜົນທີ່ເປັນໜ້າທະນົງໃຈທີ່ສຸດ ເຊິ່ງໂຮງຮຽນບັນລຸໄດ້ໃນໄລຍະ 5 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ. ທ່ານພົນໂທ ຈິ້ງວັນກວຽດ ເຊື່ອໝັ້ນວ່າ, ດ້ວຍຄວາມເອົາໃຈໃສ່ຂອງການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງຂອງສອງປະເທດ, ການຮ່ວມມືລະຫວ່າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ກັບວິທະຍາຄານ, ໂຮງຮຽນແຫ່ງຕ່າງໆຂອງກອງທັບປະຊາຊົນຫວຽດນາມ ຈະນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ, ຮອບດ້ານກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດໃຫ້ຍິ່ງໆຂຶ້ນ.

ກ່ອນໜ້ານັ້ນ, ທ່ານພົນໂທ ຈິ້ງວັນກວຽດ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຊົມເບິ່ງພື້ນຖານ ດ້ານວັດຖຸ, ຫ້ອງຮຽນ, ໂຄງການຍົກລະດັບເຮືອນຢູ່ໃຫ້ພະນັກງານ, ຄູອາຈານ, ນັກຮຽນ ແລະມອບຂອງຂວັນໃຫ້ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບປະຊາຊົນລາວ.

ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ບໍລິສັດ Unitel. ພາບ:

ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນໂທ ຈິ້ງວັນກວຽດ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດ Star Telecom (Unitel) ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel.

ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ...

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ມິຖຸນາ ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈ້ຽນ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ; ທ່ານພົນຈັດຕະວາ Amir Eshel, ອະດີດ​ຫົວໜ້າກົມໃຫຍ່ ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະຣາ​ແອນ ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ອິດສະຣາ​ແອນ ຄັ້ງ​ທີ 2.

ແສງເດືອນ

ເຫດການ
302 Found

Found

The document has moved here.