ຄວນເສີມຂະຫຍາຍໝາກຜົນທີ່ອຸດົມສົມບູນ, ສໍາຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນ

05:00 | 22/08/2024

ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຈີນລົງຢ່າງຈົບງາມ ທ່ານ ເລຮວ່າຍຈູງໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ
ການນຳໃຊ້ບັນດາທ່າແຮງຈາກບັນດາສັນຍາການຄ້າເສລີເປັນຢ່າງດີພໍສົມຄວນນັ້ນ ຈະແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອຊຸກຍູ້ການສົ່ງອອກຂອງຫວຽດນາມ ໃນໄລຍະຈະມາເຖິງ ການນຳໃຊ້ບັນດາທ່າແຮງຈາກບັນດາສັນຍາການຄ້າເສລີເປັນຢ່າງດີພໍສົມຄວນນັ້ນ ຈະແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອຊຸກຍູ້ການສົ່ງອອກຂອງຫວຽດນາມ ໃນໄລຍະຈະມາເຖິງ

ການຢ້ຽມຢາມທາງລັດຖະກິດເຖິງຈີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແຕ່ວັນທີ 18-20 ສິງຫາ ໄດ້ສິ້ນສຸດລົງຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.

ໂດຍໄດ້ຮັບຄໍາເຊີນຂອງທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ແລະພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ ຈະຢ້ຽມຢາມທາງລັດຖະກິດຢູ່ ຈີນ ໃນລະຫວ່າງວັນທີ 18-20 ສິງຫາ. ຂໍທ່ານໃຫ້ຮູ້ ໝາກຜົນຕົ້ນຕໍຂອງການຢ້ຽມຢາມ?

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍຫຼັງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII. ພັກ ແລະລັດ ຈີນ ຈັດຕັ້ງການຕ້ອນຮັບຢ່າງສົມກຽດ ແລະລອບຄອບຖີ່ຖ້ວນ, ຈັດຕັ້ງພິທີການ, ພະລາທິການ ແລະມາດຕະການຮັກສາຄວາມປອດໄພສູງສຸດຕາມພິທີການຢ້ຽມຢາມທາງລັດຖະກິດ, ສະແດງໃຫ້ເຫັນຄວາມຖືເປັນສໍາຄັນໃນການພົວພັນກັບພັກ, ລັດ, ປະຊາຊົນຫວຽດນາມ ແລະທ່ານເລຂາທິການໃຫຍ່ ແລະປະທານປະເທດ ໂຕເລິມ.

ຄວນເສີມຂະຫຍາຍໝາກຜົນທີ່ອຸດົມສົມບູນ, ສໍາຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນ
ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ເຖິງວ່າການຢ້ຽມຢາມໄດ້ດຳເນີນໃນເວລາພຽງ 2 ວັນເທົ່ານັ້ນ, ແຕ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງພັກ ແລະລັດຂອງພວກເຮົາໄດ້ມີ 18 ກິດຈະກຳສຳຄັນ. ການນຳຂັ້ນສູງຂອງສອງພັກ, ສອງລັດລ້ວນແຕ່ຢືນຢັນຖືເປັນສໍາຄັນການພົວພັນເຊິ່ງກັນ ແລະກັນ. ສອງຝ່າຍຖືວ່ານີ້ແມ່ນການຄັດເລືອກຍຸດທະສາດຂອງແຕ່ລະຝ່າຍ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຮັກສາການເຈລະຈາຍຸດທະສາດຂັ້ນສູງ, ກໍ່ສ້າງການພົວພັນລະຫວ່າງຜູ້ນໍາສອງພັກ, ສອງປະເທດ ແລະລະຫວ່າງການນຳຂັ້ນສູງຫວຽດນາມ ແລະການນຳຂັ້ນສູງຈີນ.

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດ; ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນລະຫວ່າງສອງພັກ ແລະ 2 ປະເທດຢ່າງເລິກເຊິ່ງ, ເຫັນດີເປັນເອກະພາບ ຖືວ່າ ການພົວພັນຫວຽດນາມ - ຈີນ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຕັ້ງໜ້າ, ຮອບດ້ານໃນໄລຍະຜ່ານມາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ. 2 ຝ່າຍໄດ້ເຫັນດີເປັນເອກະສັນຕໍ່ບັນດາທິດທາງໃຫຍ່ເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະຄວາມຮັບຮູ້ລວມຢ່າງມີປະສິດທິຜົນ, ໃນນັ້ນມີບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນ 10 ກວ່າປີຜ່ານມາ. ການນຳຂັ້ນສູງຂອງສອງພັກ, ສອງປະເທດ ໄດ້ເອົາໃຈໃສ່ ແລະໃຊ້ເວລາສ່ວນຫຼາຍເພື່ອແລກປ່ຽນກ່ຽວກັບທິດທາງຮ່ວມມືໃນຂົງເຂດຕ່າງໆ, ໃນນັ້ນເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຍຸດທະສາດຄື: ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການຮ່ວມມືເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ແລວທາງ ແລະເສັ້ນທາງ” ດ້ວຍຂອບເຂດ “ສອງແລວທາງໜຶ່ງເສັ້ນທາງ”; ...

ນອກຈາກຖະແຫຼງການຮ່ວມລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະສາທາລະນະລັດປະຊາຊົນຈີນ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ, ໃນການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນເອກະສານ 16 ສະບັບວ່າດ້ວຍການຜັນຂະຫຍາຍການຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານທິດສະດີ, ບຳລຸງສ້າງລະຫວ່າງສອງປະເທດ, ຄົມມະນາຄົມ, ການທະນາຄານ, ການສຶກສາ, ສາທາລະນະສຸກ, ການຄ້າ... ບັນດາເອກະສານທີ່ໄດ້ລົງນາມໄດ້ສ່ອງແສງຢ່າງມີຊີວິດຊີວາກ່ຽວກັບຄວາມຕັດສິນໃຈຊຸກຍູ້ “ການຮ່ວມມືແທດຈິງເລິກເຊິ່ງກ່ວາອີກ” ຂອງສອງຝ່າຍ.

ຈຸດພົ້ນເດັ່ນທີ່ໜ້າເອົາໃຈໃສ່ໃນການຢ້ຽມຢາມນັ້ນແມ່ນທ່ານເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງພັກ ແລະລັດ ໄດ້ມີການຢ້ຽມຢາມນະຄອນ ກວາງໂຈ່ ແຂວງ ກວາງຕຸ້ງ ເຊິ່ງເປັນສະຖານກ່ອນນີ້ 100 ປີ (1924), ປະທານ ໂຮ່ຈີມິນ ໄດ້ມາ ແລະກໍ່ສ້າງບັນດາກໍາລັງຫຼັກແຫຼ່ງໃຫ້ແກ່ການປະຕິວັດຫວຽດນາມ. ສະນັ້ນ, ການຢ້ຽມຢາມແຂວງກວາງຕຸ້ງ ມີຄວາມໝາຍສຳຄັນທີ່ສຸດ, ແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ທົບທວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ມຸ່ງໄປເຖິງປີ 2025 ເມື່ອສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (18/01/1950-18/01/2025), ການນຳຂັ້ນສູງຂອງສອງພັກສອງປະເທດໄດ້ຕັດສິນໃຈຖືປີ 2025 ເປັນ “ປີພົບປະແລກປ່ຽນມະນຸດຊາດຫວຽດນາມ - ຈີນ". ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບນໍ້າໃຈມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ຈີນ, ປັບປຸງພື້ນຖານສັງຄົມໃຫ້ໝັ້ນແກ່ນກວ່າອີກ.

ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະເປັນການເຄື່ອນໄຫວທີ່ສຳຄັນໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບຂອງ ຫວຽດນາມ, ໃນນັ້ນມີນະໂຍບາຍຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າການພົວພັນກັບຈີນ. ບັນດາຂໍ້ຕົກລົງຂັ້ນສູງ ແລະບັນດາໝາກຜົນລະອຽດທີ່ບັນລຸໄດ້ໃນໄລຍະຢ້ຽມຢາມຈະສືບຕໍ່ປະກອບສ່ວນປັບປຸງ ການພົວພັນຕ່າງປະເທດທີ່ສະດວກ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ນຳມາເຊິ່ງເງື່ອນໄຂສະດວກກວ່າອີກ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດຊາດ, ປະຕິບັດເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກຢ່າງມີໄຊ.

ພວກເຮົາຕ້ອງຜັນຂະຫຍາຍບັນດາມາດຕະການຄືແນວໃດ ເພື່ອເສີມຂະຫຍາຍໝາກຜົນຂອງການຢ້ຽມຢາມ, ຂໍຮຽນສະຫາຍ?

ການເສີມຂະຫຍາຍບັນດາໝາກຜົນອຸດົມສົມບູນ ແລະສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມ ແລະການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ແມ່ນໜ້າທີ່ສຳຄັນໃນໄລຍະຈະມາເຖິງ. ຂ້າພະເຈົ້າຖືວ່າ ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນຕ້ອງມີຄວາມຮັບຮູ້ ແລະຊາບຊຶມຢ່າງຄົບຖ້ວນກ່ຽວກັບຄວາມສໍາຄັນຂອງການພົວພັນຫວຽດນາມ - ຈີນ ໃນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງພວກເຮົາເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ ກໍ່ຄືຄວາມສຳຄັນຂອງຄວາມຮັບຮູ້ລວມຂັ້ນສູງ ແລະບັນດາຂໍ້ຕົກລົງທີ່ບັນລຸໄດ້.

ເລື່ອງຊາບຊຶມນັ້ນຈະມີຄຸນປະໂຫຍດຕົວຈິງຖ້າໄປຄຽງຄູ່ກັບຄວາມຕັ້ງໜ້າ, ເປັນເຈົ້າການປະຕິບັດ, ຜັນຂະຫຍາຍຢ່າງມີຫົວຄິດປະດິດສ້າງ ເພື່ອເຮັດໃຫ້ຄວາມຮັບຮູ້ລວມ ແລະຂໍ້ຕົກລົງນັ້ນແຜ່ຂະຫຍາຍ ແລະເຂົ້າສູ່ຊີວິດການເປັນຢູ່, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຕ້ອງຄົ້ນຄວ້າ, ກໍ່ສ້າງໂຄງການ, ແຜນການ ແລະຂັ້ນຕອນລະອຽດຢ່າງທັນການ ເພື່ອແນໃສ່ຊາບຊຶມການປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນ. ບັນດາອົງການ ແລະກົນໄກທີ່ກ່ຽວຂ້ອງກໍ່ຕ້ອງກວດກາຄືນ, ກະຕຸກຊຸກຍູ້ ແລະກວດກາການປະຕິບັດປະຈໍາໄລຍະ.

ຂໍຂອບໃຈສະຫາຍ!

ແສງເດືອນ

ເຫດການ
302 Found

Found

The document has moved here.