ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ

22:29 | 20/08/2024

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຄັ້ງທຳອິດກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຖານະທີ່ເປັນຜູ້ນຳພັກ, ລັດ ຫວຽດນາມ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງສອງພັກ, ສອງລັດຕໍ່ການພົວພັນ ຫວຽດນາມ-ຈີນ...

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ

ຕອນເຊົ້າວັນທີ 19 ສິງຫາ, ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດເຖິງ ຈີນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ຕາມພິທີການສູງສຸດທີ່ສະຫງວນໃຫ້ປະມຸກລັດ ພາຍໃຕ້ການເປັນປະທານຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະພັນລະຍາ.

ພາຍຫຼັງພິທີຕ້ອນຮັບ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຈີນ ແລະທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ດໍາເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ຄັ້ງທຳອິດກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຖານະທີ່ເປັນຜູ້ນຳພັກ, ລັດ ຫວຽດນາມ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງສອງພັກ, ສອງລັດຕໍ່ການພົວພັນ ຫວຽດນາມ-ຈີນ; ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ ຖືວ່ານີ້ແມ່ນຈຸດເວລາທີ່ສໍາຄັນເພື່ອໃຫ້ສອງປະເທດນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເຂົ້າສູ່ລວງເລິກ, ແທດຈິງໃນທຸກດ້ານ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຈີນ, ໃຫ້ການສະໜັບສະໜູນຕໍ່ເລື່ອງຫວຽດນາມ ຢຶດໝັ້ນຕໍ່ການນຳພາຂອງພັກ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ.

ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແລະທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ພ້ອມດ້ວຍພັນລະຍາ. ພາບ: dangcongsan.vn

ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າຕໍ່ການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດມີຄວາມໝາຍຍຸດທະສາດກັບ ຈີນ; ໂດຍໄດ້ຢັ້ງຢືນເຖິງຄວາມປາດຖະໜາຢາກພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະການນຳຂັ້ນສູງຂອງ ຈີນ ສືບທອດ ແລະເສີມຂະຫຍາຍມູນເຊື້ອມິດຕະພາບທີ່ມີມາແຕ່ດົນນານ ລະຫວ່າງສອງພັກ, ສອງລັດ, ກໍານົດທິດການພົວພັນ ຫວຽດນາມ-ຈີນ ກ້າວເຂົ້າສູ່ໄລຍະໃໝ່ທີ່ນັບມື້ນັບມີສະຖຽນລະພາບ, ຍືນຍົງ, ຍາວນານ...

ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຟ້າມກຽນ

ກ່ຽວກັບບັນຫາຢູ່ທະເລ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດຕາມກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ ແລະຊຸກຍູ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ສິ້ນສຸດການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ເປັນສັກຂີພິຍານບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດລົງນາມເອກະສານຮ່ວມມືໃນທຸກຂົງເຂດ: ການຮ່ວມມືໂຮງຮຽນພັກ, ການສົ່ງອອກ, ນໍາເຂົ້າຜະລິດຕະພັນກະເສດ, ການກະຈາຍສຽງ-ໂທລະພາບ, ວຽກງານສື່ສານ-ສື່ມວນຊົນ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ເສດຖະກິດ, ການຄ້າ, ອຸດສາຫະກຳ, ທະນາຄານ…

ຕອນບ່າຍວັນດຽວກັນ, ຢູ່ເຮືອນຮັບແຂກ Diaoyutai, ນະຄອນຫຼວງປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ.

ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ. ພາບ: quochoi.vn

ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເປີດອົກເປີດໃຈ ແລະຄວາມໄວ້ເນື້ອເຊື່ອໃຈ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ໄດ້ເຫັນດີເປັນເອກະພາບນຳກັນວ່າຈະມານະພະຍາຍາມຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ດ້ານເສດຖະກິດ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດຕາມການກຳນົດທິດ “6 ກວ່າ”; ຮັກສາການພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືໃນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຂອງສອງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດສໍາຄັນ, ຄື: ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ; ຮັກສາການສົມທົບ, ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນກົນໄກ ແລະເວທີປາໄສຫຼາຍຝ່າຍ.

ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມແລ້ວທີ່ຈະເຮັດໃຫ້ການຮ່ວມມືແທດຈິງກັບສະພາແຫ່ງຊາດຫວຽດນາມ ເລິກເຊິ່ງກວ່າ

ວັນທີ 19 ສິງຫາ, ທີ່ຫໍສະພາປະຊາຊົນຢູ່ນະຄອນຫຼວງປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານ ຈ້າວເລີ້ຈີ້, ກໍາມະການຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ ຈ້າວເລີ້ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: baohagiang.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຮັກສາ ແລະຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນລະຫວ່າງບັນດາຜູ້ແທນ, ກຸ່ມສະມາຊິກ ລັດຖະສະພາມິດຕະພາບ, ສະພາປະຊາຊົນບັນດາແຂວງ, ນະຄອນຂອງຫວຽດນາມ, ປະກອບສ່ວນນຳການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບຖານະບົດບາດໃໝ່ຂອງການພົວພັນລະຫວ່າງສອງພັກ, ສອງລັດ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະໂລກ...

ທ່ານ ຈ້າວເລີ້ຈີ້ ຢັ້ງຢືນວ່າ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມແລ້ວທີ່ຈະຍູ້ແຮງ ແລະເຮັດໃຫ້ການພົບປະແລກປ່ຽນມິດຕະພາບ ແລະການຮ່ວມມື

ແທດຈິງກັບສະພາແຫ່ງຊາດຫວຽດນາມ ເລິກເຊິ່ງຂຶ້ນກວ່າເກົ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ ແລະສອງປະເທດ.

ວັນທີ 19 ສິງຫາ, ຢູ່ຫໍສະພາປະຊາຊົນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Wang Huning, ກຳມະການຄະນະປະຈໍາກົມການເມືອງ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.

ນໍາການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ Wang Huning ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ. ພາບ: baohagiang.vn

ທີ່ການພົບປະ, ທ່ານ Wang Huning ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖືການພົວພັນກັບຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ; ຍາມໃດກໍ່ສະໜັບສະໜູນຫວຽດນາມ ກໍ່ສ້າງສັງຄົມນິຍົມໃຫ້ສຳເລັດຕາມຄວາມເໝາະສົມກັບສະພາບການຂອງປະເທດຕົນ, ຮັກສາການເປັນເຈົ້າຕົນເອງດ້ານຍຸດທະສາດ, ມີບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະໃນໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນ, ເສີມຂະຫຍາຍກົນໄກຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສຳຄັນ, ຄື: ການປ້ອງກັນຊາດ, ຕຳຫຼວດ, ການຕ່າງປະເທດຢ່າງມີປະສິດທິຜົນ; ສົ່ງເສີມທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຊຸກຍູ້ບັນດາຂົງເຂດຮ່ວມມືທີ່ສອງຝ່າຍມີຄວາມສົນໃຈ, ຄື: ເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ, ກໍ່ສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງສອງປະເທດ, ດຶງດູດການລົງທຶນເຂົ້າຫວຽດນາມ ດ້ວຍບັນດາໂຄງການຂະໜາດໃຫຍ່, ມີຄຸນນະພາບສູງ, ດີເດັ່ນໃນການພັດທະນາຂອງຈີນ...

ແສງເດືອນ

ເຫດການ
302 Found

Found

The document has moved here.