​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ

06:50 | 26/09/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ໄປຢ້ຽມຢາມ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສຸງສະ​ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຊຸດ​ທີ 79 ​ແລະ ​ເຮັດ​ວຽກ​ຢູ່ ​ອາ​ເມ​ລິ​ກາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມີ​ການ​ເຄື່ອນ​ໄຫວ​ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ໃນບັນດາຂົງເຂດຍຸດທະສາດເຊັ່ນ ອຸດສາຫະກໍາເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ(AI) ແລະ ການບິນ.

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3
ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

ຊຸກຍູ້​ການຮ່ວມມືດ້ານເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ

ວັນທີ 22 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມພົບປະດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນການພັດທະນາຂະແໜງການອຸດສາຫະກໍາເຄິ່ງຊັກນຳໄຟຟ້າ ແລະ AI”. ເຫດການດັ່ງກ່າວ ໄດ້ເຕົ້າໂຮມການນຳ ແລະ ນັກຊ່ຽວຊານຈາກບັນດາບໍລິສັດເຕັກໂນໂລຢີຊັ້ນນໍາຂອງ ອາເມລິກາ ເຊັ່ນ AMD, Google, Marvell, ພ້ອມກັນກັບຜູ້ຕາງຫນ້າຂອງສະມາຄົມອຸດສາຫະກໍາເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ແລະ ສະມາຄົມເຄິ່ງຊັກນຳໄຟຟ້າທົ່ວໂລກ (SEMI).

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳປາໄສທີ່ກອງປະຊຸມພົບປະ ເພີ່ມທະວີການຮ່ວມື ຫວຽດນາມ - ອາເມລິກາ ໃນການພັດທະນາຂະແໜງການອຸດສາຫະກໍາເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ. (ພາບ: TTXVN)

ກ່າວ​ຄຳປາໄສທີ່ກອງປະຊຸມພົບປະ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ຈີ໋ຢຸງ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ເຂັ້ມແຂງ, ພິ​ເສດ​ແມ່ນໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ. ທ່ານ​ຢືນຢັນ​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນຂົງ​ເຂດເຄິ່ງຊັກນຳໄຟຟ້າ ແລະ AI ​ແມ່ນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ເດືອນ ກັນຍາ 2023. ທ່ານ​ຍັງແຈ້ງວ່າ ຫວຽດນາມ ​ໄດ້​ອອກ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ພັດທະນາ​ຂະແໜງການເຄິ່ງຊັກນຳໄຟຟ້າ ແລະ ​ໂຄງການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ດ້ວຍເປົ້າໝາຍ​ບຳລຸງ​ສ້າງນັກວິສາວະກອນ 50.000 ຄົນ​ໃນ​ຂະແໜງການເຄິ່ງຊັກນຳໄຟຟ້າ ໄປຮອດ​ປີ 2030.

​ໃນ​ບົດຄຳ​ປາ​ໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ວ່າ ການ​ພັດທະນາ​ຂະແໜງການອຸດສາຫະກໍາເຄິ່ງຊັກນຳໄຟຟ້າ ​ແລະ AI ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະວິໄສ, ທາງ​ເລືອກ​ຍຸດ​ທະ​ສາດ, ບຸລິມະສິດ​ໃນ​ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ; ຈະນໍາໄປສູ່ການພັດທະນາຂອງບັນດາຂະແໜງການສະຫນັບສະຫນູນອື່ນໆ.

ເມື່ອທົບທວນຄືນບັນດາໝາກຜົນຢ່າງຕັ້ງໜ້າ ເຊິ່ງການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ນຳ​ມາ​ນັບແຕ່ເມື່ອຫັນການພົວພັນເປັນປົກກະຕິໃນປີ 1995, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງຄື ເຄິ່ງຊັກນຳໄຟຟ້າ ແລະ AI ແມ່ນໃຫຍ່ຫຼວງທີ່ສຸດ​ ແລະ ມີ​ຄວາມ​ໝາຍ​ໃນ​ຍຸກ​ໃໝ່, ພິ​ເສດ​ແມ່ນ​ພາຍຫຼັງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານດ້ວຍ 2 ​ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມືແມ່ນນະວັດຕະກຳ ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສະແດງຄວາມເຊື່ວໝັ້ນວ່າ ການຮ່ວມມືໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ຈະເປີດໂອກາດຫຼາຍຢ່າງໃຫ້ວິສາຫະກິດຂອງສອງຝ່າຍໄດ້ພ້ອມກັນເສີມຂະຫຍາຍ, ຂຸດຄົ້ນບັນດາທ່າໄດ້ປຽບຂອງແຕ່ລະຝ່າຍ. ທ່ານຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່ຖືເປັນສຳຄັນການ​ຮ່ວມ​ມື​ສາກົນ ​ແລະ ​ເຂົ້າ​ໃຈ​ວ່າ ​ເພື່ອ​ປະສົບ​ຜົນສຳ​ເລັດ ​ແລະ ກ້າວໄປໄກໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ພິ​ເສດ​ແມ່ນຂະ​ແໜງ​ການອຸດສາຫະກໍາເຄິ່ງຊັກນຳໄຟຟ້າ ແລະ AI, ແມ່ນພຽງແຕ່ສາມາດໄປພ້ອມກັນ, ພ້ອມກັນເພື່ອກໍ່ສ້າງບັນດາລະບົບມູນຄ່າທີ່ໝັ້ນແກ່ນ; ພ້ອມ​ກັນ​ນັ້ນ ກໍ່ໄດ້ສະແດງຄວາມຊົມເຊີຍ​ບັນດາ​ວິ​ສາ​ຫະກິດ, ອົງການຈັດຕັ້ງ ​ອາ​ເມ​ລິ​ກາ ໄປຍັງ ຫວຽດນາມ ​ເພື່ອພ້ອມກັນ​ພັດທະນາບັນດາ​ການ​ແກ້​ໄຂ​ຢ່າງ​ປະດິດ​ສ້າງ​, ຍືນ​ຍົງ.

ສະເໜີໃຫ້​ບໍລິສັດ Boeing ຜັນຂະຫຍາຍການ​ລົງທຶນ​ບັນດາ​ໂຮງງານ​ຜະລິດເຄື່ອງອາໄຫຼ່​ຢູ່ ຫວຽດນາມ ​ໂດຍ​ໄວ

ກໍ່ໃນວັນ​ທີ 22 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້​ຕ້ອນ​ຮັບ​ທ່ານ Brendan Nelson, ປະ​ທານກຸ່ມ​ບໍ​ລິ​ສັດ Boeing ທົ່ວໂລກ - ບໍ​ລິ​ສັດ​ການ​ບິນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງການຮ່ວມມືຂອງ Boeing ກັບບັນດາສາຍການບິນ ຫວຽດນາມ, ພິເສດແມ່ນສາຍການບິນ Vietnam Airlines ແລະ Vietjet, ພ້ອມກັນນັ້ນ ກໍ່ໄດ້ຮັບຮູ້ບັນດາຄຳໝັ້ນສັນຍາໜູນຊ່ວຍຂອງ Boeing ໃນການພັດທະນາລະບົບນິເວດອຸດສາຫະກຳການບິນຢູ່ ຫວຽດນາມ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຕ້ອນຮັບທ່ານ ປະລິນຍາເອກ Brendan Nelson, ຮອງປະທານຂັ້ນສູງກຸ່ມບໍລິສັດ Boeing ທັງເປັນປະທານ Boeing Global. (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເນັ້ນ​ໜັກ​ວ່າ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ ເພື່ອໃຫ້​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ເວົ້າລວມ ແລະ ກຸ່ມ​ບໍລິສັດ Boeing ​ເວົ້າ​ສະ​ເພາະ ມາລົງທຶນດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ຢູ່ ຫວຽດນາມ.

ບົນ​ຈິດ​ໃຈ​ນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ​ໄດ້​ສະ​ເໜີ​ໃຫ້ Boeing ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ ຫວຽດນາມ ​ເພື່ອ​ສຳ​ເລັດ ​ແລະ ມອບ​ບັນດາໃບ​ສັ່ງ​ຊື້​ເຮືອບິນ​ທີ່​ໄດ້​ລົງ​ນາມ​ເມື່ອ​ບໍ່​ດົນ​ມາ​ນີ້, ພິ​ເສດ​ແມ່ນ Boeing ຈະ​ຄົ້ນຄວ້າ, ຜັນຂະຫຍາຍຢ່າງໂດຍໄວການ​ລົງທຶນ​ເຂົ້າ​ບັນດາ​ໂຮງງານ​ຜະລິດເຄື່ອງອາໄຫຼ່​, ກໍ່ສ້າງ​ສູນກາງບຳລຸງຮັກສາເຄື່ອງ​ຈັກ, ອຸປະກອນ​ເຮືອບິນ​ຂະໜາດພາກ​ພື້ນ ຕິດພັນກັບບັນດາສະໜາມບິນໃຫຍ່ຂອງ ຫວຽດນາມ; ພ້ອມ​ກັນ​ນັ້ນ ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຮ່ວມ​ມື​ໃນຂົງເຂດ​ຄົ້ນ​ຄ້ວາ ​ແລະ ພັດທະນາ (R&D), ຖ່າຍທອດ​ເຕັກ​ໂນ​ໂລ​ຢີ, ນຳ​ບັນດາ​ຄູ່​ຮ່ວມ​ມື​ ​ຫວຽດນາມ ​ເຂົ້າ​ສູ່​ບັນດາລະບົບສະໜອງຂອງ Boeing ​ຢ່າງເລິກ​ເຊິ່ງກ່ວາ​ອີກ.

ທ່ານ Brendan Nelson ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຍຸດ​ທະ​ສາດ ​ແລະ ບັນດາຄຳ​ໝັ້ນ​ສັນຍາ​ການ​ຮ່ວມ​ມື​ຂອງ Boeing ກັບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ໃຫ້ນັບມື້ນັບມີປະຊາຊົນຫຼາຍຄົນ​ໄດ້​ຮັບ​ການ​ບໍລິການ​ການບິນ. ທ່ານ​ຍັງ​ໃຫ້ຮູ້ວ່າ ກຸ່ມ​ບໍລິສັດພວມສົມທົບກັນຢ່າງແໜ້ນ​ແຟ້ນກັບ​ Vietnam Airlines ​ເພື່ອ​ສຳ​ເລັດ​ສັນຍາ​ຊື້​ເຮືອບິນ​ທີ່​ໄດ້​ລົງ​ນາມ, ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2028.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຍສໝ - ໂດຍແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕແຖວໜ້າໃນອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.