ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ

21:57 | 07/09/2024

ຍສໝ - ໂດຍຮັບຄໍາເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 10 ຫາວັນທີ 13 ກັນຍາ 2024.

ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ
ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

ຕາມທ່ານ ຫງວຽນມິງເຕິມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລ້ວ, ການຢ້ຽມຢາມແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ, ສະແດງໃຫ້ເຫັນອາລົມຈິດອັນດີງາມ, ເລິກເຊິ່ງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ, ຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ, ຜ່ອງໄສ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ແມ່ນການຢ້ຽມຢາມເທື່ອທີສອງນັບແຕ່ ຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ (ເດືອນ ມັງກອນ 2021) ມາຮອດປະຈຸບັນ ແລະດໍາເນີນໄປພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານ ໂຕເລິມ ໃນຕຳແໜ່ງປະທານປະເທດ (ເດືອນ ກໍລະກົດ 2024). ການຢ້ຽມຢາມໄດ້ປະຕິບັດໄປໃນສະພາບການທີ່ສອງພັກ, ສອງລັດພວມຜັນຂະຫຍາຍມະຕິຂອງແຕ່ລະພັກຢ່າງແຂງແຮງ ແລະຕັ້ງໜ້າກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກ. ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ “ການຢ້ຽມຢາມແມ່ນໜຶ່ງໃນບັນດາຂີດໝາຍສໍາຄັນໃນປະຫວັດສາດຂອງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ນຳເອົາຄວາມຈະເລີນຮັ່ງມີມາໃຫ້ປະຊາຊົນແຕ່ລະປະເທດ”.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 10 ຫາວັນທີ 13 ກັນຍາ 2024. ພາບ: TTXVN

ຕ້ອງຢັ້ງຢືນວ່າການພົວພັນຫວຽດນາມ-ລາວ ພວມຢູ່ໃນທ່າພັດທະນາອັນດີງາມທີ່ສຸດ ແລະບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ. ພາຍໃຕ້ການຊີ້ນໍາ, ນໍາພາຂອງສອງພັກ, ໂດຍກົງແມ່ນກົມການເມືອງ ແລະຄະນະເລຂາທິການ, ລັດຖະບານ ແລະສະພາແຫ່ງຊາດ, ໃນໄລຍະຜ່ານມາ, ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນການເມືອງ, ທ້ອງຖິ່ນ, ວິສາຫະກິດສອງປະເທດໄດ້ເປັນເຈົ້າການສົມທົບກັນ ແລະຕັ້ງໜ້າຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ບັນດາສັນຍາຮ່ວມມືຫວຽດນາມ-ລາວ, ບັນດາຂໍ້ຕົກລົງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງໃນຂົງເຂດຕ່າງໆ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ, ສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ພ້ອມທັງປະກອບສ່ວນຍົກສູງທີ່ຕັ້ງຂອງສອງພັກ, ສອງລັດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງພາກພື້ນ ແລະໃນໂລກ.

ທ່ານ ຫງວຽນມິງເຕິມ ໃຫ້ຮູ້ຕື່ມອີກວ່າ ໃນຊຸມປີຈະມາເຖິງ, ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນໃຫ້ບຸລິມະສິດແຖວໜ້າແກ່ການພັດທະນາການພົວພັນຮ່ວມມືກັບລາວ ໃຫ້ເຂົ້າສູລວງເລິກ, ມີປະສິດທິຜົນ, ຍືນຍົງ, ຖືນີ້ແມ່ນໜ້າທີ່ຍຸດທະສາດ, ຄວາມສົນໃຈແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ, ກໍານົດປະໂຫຍດທີ່ວ່າ ຊ່ວຍເພື່ອນແມ່ນຊ່ວຍຕົນເອງ ໃຫ້ຈະແຈ້ງ. ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບແນວທາງ, ແຜນນະໂຍບາຍຍຸດທະສາດ, ສ້າງຄວາມໄວ້ເນື້ອເຊື່ອໃຈທ່ີນັບມື້ນັບສູງ ແລະຊ່ວຍກັນເພີ່ມທະວີກໍ່ສ້າງກໍາລັງປະຕິວັດໃຫ້ໝັ້ນຄົງເຂັ້ມແຂງໃນທຸກດ້ານ, ກ່ອນອື່ນໝົດແມ່ນກໍ່ສ້າງພັກ ແລະຖັນແຖວພະນັກງານແມ່ນປະຖົມປັດໄຈແຖວໜ້າຕັດສິນບົດບາດນໍາພາຂອງແຕ່ລະພັກ, ແມ່ນພື້ນຖານການເມືອງທີ່ໝັ້ນແກ່ນເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ມີປະສິດທິຜົນ. ສອງຝ່າຍສືບຕໍ່ເພີ່ມທະວີການຊີ້ນໍາ, ນໍາພາ, ເຫັນດີເປັນເອກະພາບ ແລະສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດລະຫວ່າງທຸກຂັ້ນ, ທຸກຂະແໜງການໃນການຜັນຂະຫຍາຍປະຕິບັດການພົວພັນຮ່ວມມືໃນທຸກ ຂົງເຂດ; ຢັ້ງຢືນວ່າການພົວພັນດ້ານການເມືອງມີບົດບາດຫຼັກແຫຼ່ງ, ກໍານົດທິດການພົວພັນສອງຝ່າຍໂດຍລວມ, ການພົວພັນມິດຕະພາບປະຊາຊົນແມ່ນພື້ນຖານສັງຄົມທີ່ໜັກແໜ້ນ, ການພົວພັນຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດມີບົດບາດເປັນເສົາຄໍ້າ, ການພົວພັນຮ່ວມມືກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນແມ່ນພື້ນຖານຍາວນານ, ການພົວພັນຮ່ວມມືກ່ຽວກັບວັດທະນະທໍາ, ການສຶກສາ-ບໍາລຸງສ້າງແມ່ນບັນຫາຍຸດທະສາດ.

ກ້າວເຂົ້າສູ່ໄລຍະໄໝ່, ຄາດຄະເນວ່າສະພາບການໂລກ ແລະພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ ແລະສັບສົນ, ເພື່ອຮັບປະກັນການປະຕິບັດກິດຈະການປ່ຽນແປງໃໝ່ຢູ່ແຕ່ລະປະເທດ, ມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກໃຫ້ມີໄຊ, ສອງຝ່າຍສືບຕໍ່ຢັ້ງຢືນຄວາມສໍາຄັນ ແລະຄວາມໝາຍຍຸດທະສາດຂອງການພົວພັນສາມັກຄີແບບພິເສດໃນສະພາບການໃໝ່, ບົນພື້ນຖານສະເໝີຕົ້ນສະເໝີປາຍຫຼັກການຕ່າງໆເຊິ່ງສອງພັກໄດ້ເຫັນດີເປັນເອກະພາບ. ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລາວ ບົນພື້ນຖານການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະສານສົມທົບຕາມຄວາມເໝາະສົມລັກສະນະພິເສດຂອງການພົວພັນຫວຽດນາມ-ລາວ ກັບທຳນຽມສາກົນ. ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ “ສາມາດເຫັນໄດ້ວ່າ, ດ້ວຍບັນດາໝາກຜົນສໍາຄັນທີ່ບັນລຸໄດ້ໃນໄລຍະຜ່ານມາ, ເສີມຂະຫຍາຍມູນເຊື້ອປະຫວັດສາດທີ່ສະໜິດຕິດພັນມາແຕ່ດົນນານຂອງສອງຊາດ, ເຊື່ອມຊຶມແນວຄິດຂອງປະທານໂຮ່ຈີມິນ ແລະຄວາມມຸ່ງຫວັງຂອງປະທານ ໄກສອນ ພົມວິຫານ, ພ້ອມດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງປະເທດ ແລະປະຊາຊົນສອງປະທດ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຂອງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຈະສືບຕໍ່ນໍາການພົວພັນຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນແຕ່ລະປະເທດ, ເພືື່ອສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ”.

ເພີ່ມທະວີການຮ່ວມມືສະໜິດຕິດພັນລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ ເພີ່ມທະວີການຮ່ວມມືສະໜິດຕິດພັນລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ

ຍສໝ - ການຢ້ຽມຢາມແນໃສ່ຜັນຂະຫຍາຍແຜນການຮ່ວມມື ປີ 2024 ລະຫວ່າງສອງກະຊວງປ້ອງກັນປະເທດ; ເພີ່ມທະວີການແລກປ່ຽນ ແລະການພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ.

ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ) ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ)

ຍສໝ - ສະຫະພັນແມ່ຍິງແຂວງກອນຕູມ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແມ່ຍິງແຂວງອັດຕະປື ແລະ ແຂວງເຊກອງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).

ແສງເດືອນ

ເຫດການ
302 Found

Found

The document has moved here.