ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden

08:47 | 27/09/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຊຸດ​ທີ 79, ​ເຮັດ​ວຽກ​ຢູ່​ ອາ​ເມ​ລິ​ກາ, ວັນ​ທີ 25 ກັນຍາ​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານາທິບໍດີ​ ອາ​ເມ​ລິ​ກາ Joe Biden.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບການນຳພັກກອມມູນິດ, ອົງການຈັດຕັ້ງຝ່າຍຊ້າຍອາເມລິກາ
ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເດີນທາງ​ໄປຍັງ New York ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ຄວາມຮັກແພງ ແລະ ບັນດາການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງຂອງທ່ານປະທານາທິບໍດີ Biden ​ໃຫ້​ແກ່​ ຫວຽດນາມ ແລະ ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ; ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມໄປຍັງ​ ອາ​ເມ​ລິ​ກາ​ ຄັ້ງ​ປະຫວັດສາດ​ໃນ​ປີ 2015 ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ການ​ຢ້ຽມຢາມໄປຍັງ ຫວຽດນາມ ຂອງ​ທ່ານປະທານາທິບໍດີ Biden ​ໃນ​ເດືອນກັນຍາ 2023 ​ໄດ້​ສ້າງ​ກຳລັງຜັກດັນທີ່ສຳຄັນ ເພື່ອນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງກະໂດດຂັ້ນ, ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ແມ່ນການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານຄື​ປະຈຸ​ບັນ, ​ເປີດພື້ນທີ່ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດເພື່ອ​ພັດທະນາ​ຢ່າງເຂັ້ມແຂງໃນ​ຫຼາຍ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden. (ພາບ: TTXVN)

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໄດ້​ເຫັນ​ດີ​ເປັນ​ເອກະພາບວ່າ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ວິ​ໄສ​ທັດ​ອັນ​ດຽວ​ກັນ​ໃນ​ການ​ສ້າງ​ອະນາຄົດ​ທີ່​ດີງາມກ່ວາໃຫ້ແກ່​ມວນມະນຸດ​ຈາກ​ບົດຮຽນປະສົບ​ການ​ນີ້, ນັ້ນແມ່ນ​ການຍົກສູງ​ບົດບາດ​ຂອງ​ຈິດ​ໃຈປົວແປງ, ​ເຄົາລົບ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ໃນນັ້ນ ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນແຜ່ນດິນ​ອັນຄົນຄົບຖ້ວນ ​ແລະ ລະບອບລະບຽບການການ​ເມືອງ​ຂອງ​ກັນ ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຢືນຢັນວ່າ ການພົວພັນ ຫວຽດນາມ - ອາເມລິກາ ມີຈຸດພິເສດຫຼາຍຢ່າງ, ໃນໄລຍະ 50 ປີຜ່ານມາ, ຈາກອະດີດທີ່ເປັນສັດຕູໄປສູ່ການເປັນຄູ່ຮ່ວມມື, ຄູ່ຮ່ວມມືຮອບດ້ານ ແລະ ປະຈຸບັນໄດ້ກ້າວຂຶ້ນສູ່ລະດັບສູງສຸດຂອງການພົວພັນ - ຄູ່ຮ່ວມມືຍຸດທະສາດຮອບດ້ານ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໜ້າ​ປະຫວັດສາດ​ໃໝ່ ​ແລະ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ​ຢ່າງ​ແທ້​ຈິງກ່ຽວກັບ​ຄວາມ​ມານະ​ພະຍາຍາມປົວແປງ ​ແລະ ກໍ່ສ້າງ​ການ​ພົວພັນ​ພາຍຫຼັງ​ສົງຄາມ.

ທ່ານ​ປະທານາທິບໍດີ Joe Biden ​ໄດ້​ສົ່ງ​ຄວາມເຫັນໃຈ​ເຖິງ ຫວຽດນາມ ຕໍ່ບັນດາຄວາມ​ເສຍ​ຫາຍ​ຈາກ​ພາຍຸ​ Yagi ​ເມື່ອ​ບໍ່​ດົນ​ມາ​ນີ້, ພ້ອມກັນນັ້ນ ກໍ່ຢືນຢັນ​ລັດຖະບານ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂະ​ບວນການ​ຟື້ນ​ຟູ​ພາຍຫຼັງ​ພາຍຸ.

ທ່ານ​ປະທານາທິບໍດີ Joe Biden ​ໄດ້ຢືນຢັນ​ວ່າ ອາ​ເມ​ລິ​ກາ ສະໜັບສະໜູນ ຫວຽດນາມ ທີ່ “​ເຂັ້ມ​ແຂງ, ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ວັດທະນາ​ຖາວອນ” ​ແລະ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນຄົນ​ຄົບ​ຖ້ວນ ​​ແລະ ລະບອບລະບຽບການການ​ເມືອງ​ຂອງ​ກັນ, ເພື່ອ​ໃຫ້​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ - ຫວຽດນາມ ສືບ​ຕໍ່​ເປັນ​ແບບຢ່າງ​ໃນ​ການປົວແປງ ແລະ ການ​ຮ່ວມ​ມື​ເພື່ອ​ສ້າງ​ອະນາຄົດ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ຢືນຢູ່ຕໍ​ໜ້າ​ກັບ​ຈຸດ​ເລີ່​ມຕົ້ນ​ປະຫວັດສາດ​ໃໝ່, ຍຸກ​ໃໝ່ - ຍຸກແຫ່ງ​ຄວາມ​ກ້າວໜ້າ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດນະ​ໂຍບາຍ​ແນວທາງການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ເປັນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ສາກົນ​ຢ່າງແນ່ວແນ່, ໃນນັ້ນມີ ອາເມລິກາ ແມ່ນ​ຄູ່ຮ່ວມມືທີ່ມີລະດັບຄວາມສຳຄັນ​ຍຸດ​ທະ​ສາດ, ແລະ ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ຈະສືບ​ຕໍ່​ຮັກສາທ່າ​ພັດທະນາ​ຢ່າງ​ໝັ້ນຄົງ, ຍາວ​ນານ ເພື່ແຜົນປະໂຫຍດ ແລະ ຄວາມ​ປາດຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ເພື່ອສືບ​ຕໍ່​ຮັກສາ​ທ່າ​ພັດທະນາ​ຢ່າງ​ໝັ້ນຄົງ, ມີ​ປະສິດທິ​ຜົນ​ຂອງ​ຂອບ​ເຂດການ​ພົວພັນ​ໃໝ່ ​ແລະ ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2025, ການ​ນຳ​ສອງ​ທ່ານ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນຂະຫຍາຍຖະ​ແຫຼ​ງການຮ່ວມ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2023 ຢ່າງມີ​ປະສິດທິ​ຜົນ, ໃນນັ້ນ ເພີ່ມ​ທະວີ​ການພົບປະ, ແລກປ່ຽນ​ລະຫວ່າງ​ທຸກ​ຂັ້ນ, ພິ​ເສດ​ແມ່ນຂັ້ນສູງ, ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ​ເຕັກ​ໂນ​ໂລຢີສູງ, ການ​ຮ່ວມ​ມືເຄິ່ງຊັກນຳໄຟຟ້າ, ເສີມຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຖື​ວ່າ​ນີ້​ແມ່ນຈຸດ​ສຸມ​ ແລະ ຂອດບຸກທະລຸໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ.

ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ການ​ນຳ​ສອງ​ທ່ານ ໄດ້ເຫັນ​ດີ​ເປັນ​ເອກະພາບ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ຂອບເຂດ ​ອາ​ຊຽນ, ​ຄູ່​ຮ່ວມ​ມື​ແມ່​ນ້ຳຂອງ - ອາເມລິກາ, APEC, ສະຫະ​ປະຊາ​ຊາດ... ປະກອບສ່ວນເຂົ້າໃນການຊຸກຍູ້​ການສົນທະນາ, ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden

ທ່ານ​ປະທານາທິບໍດີ ອາເມເລິກາ Joe Biden ກ່າວຄຳປາໄສ. (ພາບ: TTXVN)

ທ່ານ​ປະທານາທິບໍດີ Biden ຢືນຢັນ​ວ່າ ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາຖາວອນ​ຢູ່​ພາກ​ພື້ນມະຫາສະໝຸດ ​ອິນ​ເດຍ - ປາ​ຊີ​ຟິກ, ຖືບົດບາດໃຈກາງຂອງອາຊຽນ ເປັນສຳຄັນ; ສະໜັບສະໜູນ ຫວຽດນາມ ມີບົດບາດນັບມື້ນັບສຳຄັນກ່ວາໃນພາກພື້ນ ແລະ ສາກົນ; ແບ່ງປັນ​ຄວາມ​ປາດ​ຖະໜາ​ຢາກ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ຍົກສູງກົດໝາຍ​ສາກົນ, ຮັບປະກັນບັນດາສິດ​ເສລີພາບ​ໃນ​ການ​ເດີນ​ເຮືອ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງພາກ​ພື້ນ ​ແລະ ສາກົນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79  ແລະ ຢ້ຽມຢາມທາງລັດຖະກິດກູບາ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ຢ້ຽມຢາມທາງລັດຖະກິດກູບາ

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ກັນຍາ, ສະຫາຍ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ, ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຊຸດ​ທີ 79, ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ ​ແລະ ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດກູບາ ຕາມຄຳເຊີນຂອງສະຫາຍເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານ​ປະ​ເທດສາທາລະນະລັດ ກູບາ Miguel Diaz ...

ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ຍສໝ - 2 ຝ່າຍໄດ້ເຫັນດີຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະຮັກສາບັນດາກົນໄກສົນທະນາ ແລະປຶກສາຫາລືທີ່ມີຢູ່ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມທັງກຳນົດບັນດາຂົງເຂດຮ່ວມມືໃຫ້ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.