ການແຮກສ່ຽວກຸ່ມບ້ານ-ເພີ່ມຄວາມສະໜິດຕິດພັນນຳກັນລະຫວ່າງຫວຽດນາມ-ລາວ

06:32 | 26/08/2024

ຍສໝ - ຜ່ານການແຮກສ່ຽວກຸ່ມຊຸມຊົນ, ເສັ້ນຊາຍແດນລະຫວ່າງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ.

ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ
ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

ຈາກພຶດຕິກໍາຕົວຈິງຂອງ 10 ປີແຫ່ງການຜັນຂະຫຍາຍຮູບແບບແຮກສ່ຽວກຸ່ມບ້ານ-ບ້ານ ຢູ່ສອງຟາກຊາຍແດນໄດ້ຢືນຢັນທີ່ຕັ້ງ ແລະບົດບາດອັນໃຫຍ່ຫຼວງຂອງປະຊາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ປະກອບສ່ວນເສີມສ້າງນໍ້າໃຈມິດຕະພາບລະຫວ່າງສອງພັກ ແລະສອງລັດຫວຽດນາມ - ລາວ.

ແບ່ງທຸກແບ່ງສຸກນຳກັນ

ວັນທີ 24 ພຶດສະພາ 2014 ໄດ້ຮັບຖືວ່າແມ່ນວັນສຳຄັນຂອງປະຊາຊົນບ້ານນາຫີນ, ຕາແສງເມືອງແຈງ (ເມືອງລ້າດ) ແລະບ້ານບໍໍ່, ກຸ່ມບ້ານເມືອງກ້າງ, ເມືອງວຽງໄຊ, ແຂວງຫົວພັນ (ປະເທດລາວ). ນັ້ນແມ່ນຈຸດເວລາທີ່ປະຊາຊົນໄດ້ເຫັນປະຈັກຕາພິທີແຮກສ່ຽວກຸ່ມບ້ານ-ບ້ານ ຢູ່ສອງຟາກຊາຍແດນ. ນັບແຕ່ນັ້ນມາ, ຊຸມຊົນຢູ່ສອງຟາກຊາຍແດນມີຄວາມສະໜິດຕິດພັນຄືວ່າອ້າຍນ້ອງໃນຄອບຄົວດຽວ, ຊ່ວຍເຫຼືອກັນໃນຍາມຕົກທຸກໄດ້ຍາກ.

ການແຮກສ່ຽວກຸ່ມບ້ານ-ເພີ່ມຄວາມສະໜິດຕິດພັນນຳກັນລະຫວ່າງຫວຽດນາມ-ລາວ
ໂຮງຮຽນການເມືອງບໍລິຫານແຂວງແຂວງຫົວພັນຢູ່ເມືອງວຽງໄຊ-ກິດຈະກໍາໂດຍແຂວງແທງຮວ໊າກໍ່ສ້າງໃຫ້. ພາບ: ໜັງສືພິທແທງຮວ໊າ

ບ້ານບໍ່ ມີເກືອບ 40 ຄອບຄົວ, ດ້ວຍປະຊາກອນ 300 ຄົນ, ສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກກວມເອົາສ່ວນຫຼາຍ. ໃນຊຸມປີຜ່ານມາ, ທະຫານຊາຍແດນ, ອຳນາດການປົກຄອງເມືອງເມືອງລ້າດ ໄດ້ໜູນຊ່ວຍບັນດາຮູບແບບຫາເງິນລ້ຽງຊີບ, ໜູນຊ່ວຍແນວພັນພືດ ແລະສັດລ້ຽງໃຫ້ປະຊາຊົນບ້ານບໍ່ ເພື່ອພັດທະນາເສດຖະກິດ, ເພີ່ມລາຍຮັບ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ. ທ່ານ ບຸນພອນ ເພັດບົວພົມ, ຊາວບ້ານບໍ່ ໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກວ່າ ຊາວຫວຽດນາມ ແລະລາວ ຄືດັ່ງອ້າຍນ້ອງຄີງ. ເມື່ອຊາວບ້ານເຮົາຕ້ອງການການຊ່ວຍເຫຼືອອັນໃດ, ພວກເພື່ອນຫວຽດນາມ ກໍ່ກຽມພ້ອມຊ່ວຍເຫຼືອ, ເປັນຕົ້ນໃນຍາມເຈັບປ່ວຍ, ເປັນພະຍາດ, ທະຫານຫວຽດນາມ ກໍ່ມາກວດພະຍາດ ແລະແຈກຢາຍຢາປິ່ນປົວໂດຍບໍ່ເສຍຄ່າໃນທັນທີ.

ທ່ານ ໂລກວັນເອີ໊, ນາຍບ້ານນາຫີນ, ຕາແສງເມືອງແຈງ ຢືນຢັນວ່າ: ກ່ອນທີ່ແຮກສ່ຽວກຸ່ມບ້ານ-ບ້ານ, ປະຊາຊົນບ້ານນາຫີນ ແລະບ້ານບໍ່ ໄດ້ມີຄວາມສະໜິດຕິດພັນມາແຕ່ດົນນານແລ້ວ. ສອງຝ່າຍເຄີຍໄປມາຢ້ຽມຢາມຍາດຕິພີ່ນ້ອງ "ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ" ໃນຍາມຕົກທຸກໄດ້ຍາກ. ນັບແຕ່ແຮກສ່ຽວນຳກັນ, ປະຊາຊົນສອງບ້ານຍິ່ງມີຄວາມສະໜິດສະໜົມກວ່າເກົ່າ.

ຈາກພຶດຕິກໍາຕົວຈິງສະແດງໃຫ້ເຫັນວ່າ ການແຮກສ່ຽວກຸ່ມບ້ານ-ບ້ານ ເປັນຂົວຕໍ່ເສີມສ້າງສາຍໃຈອ້າຍນ້ອງຫວຽດນາມ - ລາວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານບັນດາວຽກງານລະອຽດ. ອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນແຂວງ ແທງຮວ໊າ - ຫົວພັນ ໄດ້ໜູນຊ່ວຍກັນຢ່າງສຸດຈິດສຸດໃຈໃນການພັດທະນາເສດຖະກິດ, ປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ປະຊາຊົນ. ພົ້ນເດັ່ນຄືອຳນາດການປົກຄອງເມືອງລ້າດ ທຸກຂັ້ນສົມທົບກັບບັນດາຄ້າຍທະຫານຊາຍແດນ ໜູນຊ່ວຍແນວພັນພືດ ແລະສັດລ້ຽງ; ແນະນຳຮູບແບບການຂຸດໜອງລ້ຽງປາໃຫ້ປະຊາຊົນບ້ານບໍ່; ກໍ່ສ້າງຫໍວັດທະນະທຳ 1 ຫຼັງ ແລະ 2 ຫ້ອງຮຽນ, ດ້ວຍຍອດມູນຄ່າເກືອບ 2 ຕື້ດົ່ງ ເພື່ອໃຫ້ປະຊາຊົນໃນບ້ານບໍ່ ມີສະຖານທີ່ດຳເນີນຊີວິດຊຸມຊົນ ແລະຮ່ຳຮຽນ; ...

ທ່ານ ຈ້ຽວມີງຊ໊ຽດ, ຮອງເລຂາພັກເມືອງເມືອງລ້າດ ໃຫ້ຮູ້ວ່າ: ເມືອງເມືອງລ້າດ ມີ 7 ບ້ານແຮກສ່ຽວກັບ 7 ກຸ່ມບ້ານ ແລະ 1 ກອງຮ້ອຍທະຫານຊາຍແດນຂຶ້ນກັບເມືອງສົບເບົາ ແລະເມືອງວຽງໄຊ (ສປປ ລາວ). ຮູບແບບແຮກສ່ຽວກຸ່ມບ້ານ-ບ້ານ ຢູ່ລຽບຕາມຊາຍແດນສອງຟາກຊາຍແດນສະແດງໃຫ້ເຫັນການໝູນໃຊ້ແນວທາງ, ທັດສະນະຂອງພັກໃນການພົວພັນຕ່າງປະເທດຂອງປະຊາຊົນຢ່າງມີຫົວຄິດປະດິດສ້າງ. ຍ້ອນເຫດນັ້ນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີການພົວພັນລະຫວ່າງຊົນຊາດ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ - ສັງຄົມເປັນຢ່າງດີ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ.

ນໍ້າໃຈມິດຕະພາບນັບມື້ນັບເກີດດອກອອກຜົນ

ປີ 2014, ສອງແຂວງແທງຮວ໊າ-ຫົວພັນ ໄດ້ຜັນຂະຫຍາຍຮູບແບບແຮກສ່ຽວກຸ່ມບ້ານ-ບ້ານ ຢູ່ສອງຟາກຊາຍແດນໃຫ້ຄູ່ບ້ານນາແມ່ວ, ຕາແສງນາແມ່ວ (ກວານເຊີນ) ກັບບ້ານເລີຍ, ກຸ່ມບ້ານເມືອງປຸນ, ເມືອງວຽງໄຊ; ຄູ່ບ້ານນາຫີນ, ຕາແສງເມືອງແຈງ (ເມືອງລ້າດ) ກັບບ້ານບໍ່, ກຸ່ມບ້ານເມືອງກ້າງ, ເມືອງວຽງໄຊ; ຄູ່ບ້ານ ແກ້ວເຮື້ອນ, ຕາແສງຍີເຊີນ (ເມືອງລ້າດ) ແລະບ້ານຄໍານາງ, ກຸ່ມບ້ານນ້ຳງ່າ, ເມືອງວຽງໄຊ; ບ້ານແກ້ວ, ຕາແສງບ້າດມອດ (ເທື່ອງຊວນ) ແລະບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້. ຜ່ານໄລຍະ 10 ປີແຫ່ງການແຮກສ່ຽວໄດ້ເສີມສ້າງນໍ້າໃຈມິດຕະພາບແບບຍືນຍົງລະຫວ່າງຫວຽດນາມ ແລະລາວ. ປະຊາຊົນສອງຟາກຊາຍແດນມີຄວາມສັດຊື່ ແລະສະໜັບສະໜູນກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ. ຈາກການກໍ່ສ້າງຮູບແບບຂອງ 5 ຄູ່ບ້ານແຮກສ່ຽວ, ມາຮອດປັດຈຸບັນຢູ່ເສັ້ນຊາຍແດນ ແທງຮວ໊າ-ຫົວພັນ ໄດ້ມີ 17 ຄູ່ກຸ່ມຊຸມຊົນແຮກສ່ຽວ, ດ້ວຍເນື້ອໃນລະອຽດ, ຕິດແທດກັບສະພາບຕົວຈິງຂອງແຕ່ລະເຂດຊຸມຊົນ ແລະສອດຄ່ອງກັບຮີດຄອງປະເພນີຂອງປະຊາຊົນສອງຟາກຊາຍແດນ.

ຜ່ານການແຮກສ່ຽວກຸ່ມຊຸມຊົນ, ເສັ້ນຊາຍແດນລະຫວ່າງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ. ປະຊາຊົນບັນດາຕາແສງ, ໝູ່ບ້ານຝ່າຍຫວຽດນາມ ໄດ້ໜູນຊ່ວຍເກືອບ 3 ຕື້ດົ່ງ ເພື່ອໃຫ້ເພື່ອນລາວ ກໍ່ສ້າງເຮືອນມິດຕະພາບ, ຫ້ອງຮຽນ, ຫໍວັດທະນະທຳບ້ານ...

ໃນໄລຍະ 2016-2020, ແຂວງແທງຮວ໊າ ໄດ້ໜູນຊ່ວຍ 295 ກວ່າຕື້ດົ່ງໃຫ້ແຂວງຫົວພັນ ເພື່ອລົງທຶນ, ຍົກລະດັບພື້ນຖານໂຄງລ່າງ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ປະຕິບັດບັນດາໂຄງການພັດທະນາເສດຖະກິດ, ໜູນຊ່ວຍບັນດາຄອບຄົວນະໂຍບາຍ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ... ແລະ ໃນໄລຍະ 2021-2025, ແຂວງແທງຮວ໊າ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍແຂວງຫົວພັນ ຈຳນວນເງິນ 318 ຕື້ດົ່ງ ເພື່ອລົງທຶນພື້ນຖານໂຄງລ່າງ, ບຳລຸງກໍ່ສ້າງນັກສຶກສາຕ່າງປະເທດ, ກວດ, ປິ່ນປົວພະຍາດໃຫ້ພະນັກງານ ແລະປະຊາຊົນແຂວງຫົວພັນຢູ່ແຂວງແທງຮວ໊າ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນມູນເຊື້ອມິດຕະພາບອັນໝັ້ນຄົງ; ການຊ່ວຍເຫຼືອອັນຈິງໃຈ, ສາຍຈິດມິດໃຈຂອງເພື່ອນມິດສະຫາຍອ້າຍນ້ອງ, ການແບ່ງທຸກແບ່ງສຸກ, ປະກອບສ່ວນປົກປັກຮັກສາ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ - ຫວຽດນາມ ເວົ້າລວມ, ແທງຮວ໊າ - ຫົວພັນ ເວົ້າສະເພາະ ນັບມື້ນັບເກີດດອກອອກຜົນ.

ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ

ຍສໝ - ອາດຢັ້ງຢືນໄດ້ວ່າ ຮູບແບບແຮກສ່ຽວນີ້ໄດ້ ແລະພວມສ້າງຄວາມສະໜິດຕິດພັນ, ນຳມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມສຸກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນັ້ນກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.

ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ສືບຕໍ່ ຊຸກຍູ້ການແຮກສ່ຽວ ບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ

ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການປະຊາຊົນ ແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງ ຂອງສາມແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ (ສປປ ລາວ) ຈັດກອງປະຊຸມ ສະຫຼຸບ 5 ປີ ຂອງການຈັດຕັ້ງປະຕິບັດ ວຽກງານການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ(ບ້ານກັບບ້ານ) ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ...

ແສງເດືອນ

ເຫດການ
302 Found

Found

The document has moved here.