ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

22:31 | 10/09/2024

ຍສໝ - ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ຢູ່​ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ
[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຕ້ອນຮັບຢ່າງສຸດອົກສຸດໃຈທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ທີ່ມາຢ້ຽມຢາມທາງລັດຖະກິດໄປຍັງ ຫວຽດນາມ; ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ​ເພື່ອ​ເພີ່ມ​ທະ​ວີ​ ແລະ ຍົກສູງປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ປະ​ເທດ​ທີ່ເໝາະສົມກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນສະພາບການສອງ​ປະ​ເທດ​ພວມ​ມານະ​ພະຍາຍາມປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່ລະ​ພັກ​ໃຫ້​ສຳ​ເລັດ​ຜົນ ແລະ ກະກຽມກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ​ກ້າວ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທົ່ວປະເທດອາຍຸການໃໝ່. ສະຫາຍ ໂຕເລີມ ກໍ່ໄດ້ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະສົບ​ຜົນສຳ​ເລັດ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ຢືນຢັນ​ວ່າ ຫວຽດນາມ ຈະ​ພ້ອມ​ກັບ ລາວ ​ເພື່ອ​ປົກ​ປັກ​ຮັກສາ, ເພີ່ມພູນຄູນສ້າງໃຫ້ການ​ພົວພັນ ຫວຽດນາມ - ລາວ ແລະ ການ​ພົວພັນ​ສາມັກຄີ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ກ້າວເຂົ້າສູ່ລວງເລິກ, ເເທດຈິງ, ມີປະສິດທິຜົນ​ໃນ​ທຸກ​ຂົງ​ເຂດ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຖ່າຍຮູບຮ່ວມກັນກ່ອນການເຈລະຈາ. ພາບ: Tri Dung/TTXVN

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ກັບມາຢ້ຽມຢາມ ຫວຽດນາມ, ຂອບໃຈຢ່າງຈິງໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ບັນດາສະຫາຍການນຳ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງສົມກຽດ, ອົບອຸ່ນ, ເຕັມໄປດ້ວຍຄວາມຮັກເເພງມິດຕະພາບ, ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ “ທັງເປັນສະຫາຍ, ທັງເປັນອ້າຍ​ນ້ອງ” ມີໜຶ່ງບໍ່ມີສອງ​ໃນ​ໂລກ; ໄດ້ສະແດງຄວາມຊົມ​ເຊີຍ​ທ່ານ ໂຕເລີມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ​ຫວຽດນາມ. ສະຫາຍ ທອງລຸນ ສີສຸລິດ ອີກເທື່ອໜຶ່ງໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງ​ ແລະ ເຄົາລົບນັບຖືເປັນພິເສດຕໍ່ທ່ານອະດີດເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າໃນຂະບວນການປະຕິຮູບຂອງ ຫວຽດນາມ ແລະ ການພັດທະນາການພົວພັນ ຫວຽດນາມ - ລາວ; ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຈະສືບຕໍ່ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ກໍ່ສ້າງ ຫວຽດນາມ ກາຍເປັນປະເທດຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ວັດທະນາຖາວອນ. ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມເສຍຫາຍອັນໜັກໜ່ວງກ່ຽວກັບຊີວິດ ແລະ ຊັບສິນທີ່ເກີດຈາກພາຍຸ Yagi ພັດເຂົ້າ ຫວຽດນາມ ເມື່ອບໍ່ດົນມານີ້ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ ແລະ ປະຊາຊົນບັນດາທ້ອງຖິ່ນຂອງຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ໝັ້ນຄົງຊີວິດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເບິ່ງຄືນ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາໃໝ່ທີ່ສຳຄັນໃນການພົວພັນລະຫວ່າງສອງພັກ, ສອງປະເທດ ແລະ ໝາກຜົນການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະທີ່ມໍ່ໆມານີ້, ໃນນັ້ນ ມີຫຼາຍກິດຈະການ, ໂຄງການ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ​ເຂົ້າໄປໃນການ​ແລກປ່ຽນ​ບັນດາ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື ເພື່ອຍົກການ​ພົວພັນ ຫວຽດນາມ - ລາວ ​ພັດທະນາກ້າວເຂົ້າສູ່ລວງເລິກ, ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

ທີ່ການພົບປະເຈລະຈາ, ສອງຝ່າຍສືບຕໍ່ນໍາການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ແມ່ນຫຼັກແຫຼ່ງກໍານົດທິດສັງລວມການພົວພັນຮ່ວມມືລະຫວ່າງສອງປະເທດ; ຮັກສາການຢ້ຽມຢາມ, ພົບປະ ແລະການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນ ແລະສົມທົບກັນໃນບັນຫາຍຸດທະສາດ, ແລກປ່ຽນທິດສະດີ, ເປັນຕົ້ນແມ່ນບັນຫາໃໝ່; ຍູ້ແຮງການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອການພົວພັນແບບພິເສດ ຫວຽດນາມ-ລາວ ກໍ່ຄືການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ຂອງປະຊາຊົນທຸກຊັ້ນຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຖ່າຍຮູບຮ່ວມກັນກ່ອນການເຈລະຈາ. ພາບ: Tri Dung/TTXVN

ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນບ່ອນອີງອັນໜັກແໜ້ນໃຫ້ກັນ ເພື່ອແນໃສ່ປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ນັບມື້ນັບສັບສົນ; ຕັ້ງໜ້າຜັນຂະຫຍາຍປະຕິບັດອະນຸສັນຍາ, ແຜນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງຢູ່ແຕ່ລະປະເທດ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ 2 ທ່ານ ໄດ້ເຫັນດີເປັນເອກະພາບຄວາມຮັບຮູ້ລວມ, ຄວາມມານະພະຍາຍາມຊຸກຍູ້, ສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ ບົນພື້ນຖານຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ເສດຖະກິດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງລັດຖະບານສາມປະເທດໄດ້ຕົກລົງເປັນເອກະພາບ.

ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຂໍ້ມູນຂ່າວສານຢ່າງມີປະສິດທິຜົນ, ຕີລາຄາສະພາບການສາກົນ, ເອົາໃຈໃສ່ ແລະປົກປ້ອງຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ; ນໍາໃຊ້ແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງແບບຍືນຍົງ; ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນຫາສາກົນ, ພາກພື້ນ ແລະການເຄື່ອນໄຫວຢູ່ເວທີປາໄສຫຼາຍຝ່າຍຢ່າງມີປະສິດທິຜົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ຍສໝ - ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ແລະ ພັນ​ລະ​ຍາ​ ຈະ​ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດຢູ່ ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ​ຈີນ ​ແຕ່​ວັນ​ທີ 18 - 20 ສິງຫາ ປີ 2024.

ເພື່ອນມິດສາກົນອວຍພອນ ທ່ານເລຂາທິການໃຫຍ່ ໂຕເລີມ

ເພື່ອນມິດສາກົນອວຍພອນ ທ່ານເລຂາທິການໃຫຍ່ ໂຕເລີມ

ຍສໝ - ແຕ່ວັນທີ 7-8 ສິງຫາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ ແລະ ໂທລະເລກອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈາກເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມື.

ມີງດຶກ

ເຫດການ
302 Found

Found

The document has moved here.