​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້

09:44 | 19/08/2024

ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງ ກວາງ​ຈີ້, ທ່ານ ໂຮ່ດ້າຍນາມ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກວາງຈີ້ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ຄະນະຕິດຕໍ່​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ຫວຽດນາມ - ລາວ ໂດຍ​ທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງ​ປະທານສູນ​ກາງສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ຮອງຄະນະຕິດຕໍ່ ​ເປັນ​ຫົວໜ້າ​ຄະນະ. ການພົບປະເຮັດວຽກ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຂຶ້ນກັບບໍລິເວນ​ແຂວງ ກວາງ​ຈີ້.

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ
​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຕາມ​ການ​ລາຍ​ງານ​ທີ່​ກອງ​ປະຊຸມ​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວຽກ​ງານ​ການ​ທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ​ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້ ບັນລຸ​ໄດ້ໝາກຜົນ​ທີ່​ຕັ້ງໜ້າຫຼາຍຢ່າງ. ວຽກ​ງານ​ນີ້ ຍາມໃດກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຊີ້​ນຳ​ຢ່າງ​ໃກ້ຊິດ​ຈາກ​ການ​ນຳ​ແຂວງ, ​ໂດຍຜ່ານນັ້ນ ​ກໍ່ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ທູດປະຊາຊົນຢູ່​ທຸກ​ຂັ້ນ​ຂອງ​ອຳນາດການປົກຄອງ, ບັນດາຂະແໜງການ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ.

​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້

ທ່ານພົນຕີ ຫງວຽນຕ໋ຽນລອງ ກ່າວຄຳປາໄສທີ່ການພົບປະເຮັດວຽກ. (ພາບ: ໂຄສະນາສຶກສາ ກວາງຈີ້)

ບັນດາການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ 3 ​ແຂວງ​ກວາງ​ຈີ້ (ຫວຽດນາມ), ສະຫວັນ​ນະ​ເຂດ ​ແລະ ສາລະ​ວັນ (ລາວ) ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກ້າວເຂົ້າສູ່ລວງເລິກ. ບັນດາການ​ເຄື່ອນ​ໄຫວນີ້ ​ບໍ່​ພຽງ​ແຕ່​ສຸມ​ໃສ່​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງເປີດກ້ວາງໄປ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການປ້ອງ​ກັນ​ຊາດ ແລະ ປ້ອງກັນຄວາມສະຫງົບ. ພິເສດ, ແຂວງ ກວາງຈີ້ ໄດ້ເປັນເຈົ້າການໃນການຮ່ວມ​ມືບຳລຸງສ້າງທິດ​ສະ​ດີ​ການ​ເມືອງ​ຊັ້ນ​ກາງ, ຮັບປະກັນ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ສອງ​ແຂວງ​ ສະຫວັນ​ນະ​ເຂດ ​ແລະ ສາລະ​ວັນ.

ຈຸດພົ້ນເດັ່ນແມ່ນການຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ສຳເລັດຜົນ, ດ້ວຍຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ບັນດາການເຄື່ອນໄຫວລວມມີ: ກໍ່ສ້າງການທົດລອງ“ເຂດເສດຖະກິດ-ການຄ້າຂ້າມຊາຍແດນລວມ ລາວບາວ-ແດນສະຫວັນ”, ຍູ້ແຮງການປະຕິຮູບດ້ານການບໍລິຫານຢູ່ດ່ານຊາຍແດນສາກົນ ແລະ ເພີ່ມທະວີການແລກປ່ຽນຂໍ້ມູນໃນຂົງເຂດສາທາລະນະສຸກ, ປະກອບສ່ວນສະໜັບສະໜູນການກວດ, ປິ່ນປົວພະຍາດໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ.

ກ່ຽວກັບປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, 3 ແຂວງ ຍາມໃດກໍ່ສຸມໃສ່ໂຄສະນາ, ປະຕິບັດບັນດາຂໍ້ຕົກລົງ, ອານຸສັນຍາກ່ຽວກັບຊາຍແດນແຫ່ງຊາດ, ປະກອບສ່ວນຮັກສາຄວາມປອດໄພ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົງ. ກອງບັນຊາການທະຫານແຂວງ ກວາງຈີ້ ແລະ ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະປະຈຳປີ ເພື່ອເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍບັນດາໜ້າທີ່ການຕ່າງປະເທດການທະຫານ. ບັນດາການເຄື່ອນໄຫວນີ້ ລວມມີການສະໜັບສະໜູນອຸປະກອນເຕັກໂນໂລຢີຂໍ້ມູນ, ສ້ອມແປງອຸປະກອນເຕັກນິກ ແລະ ການຝຶກອົບຮົມວິຊາຊີບໃຫ້ ລາວ.

ມາ​ຮອດ​ປະຈຸ​ບັນ, ກໍາລັງ​ເຂົ້າ​ຮ່ວມ​ວຽກ​ງານ​ການທູກປະຊາຊົນ​ຂອງ​ແຂວງ​ໄດ້​ຮັບ​ການເປີດກ້ວາງຈາກ​ຂັ້ນ​ແຂວງ​ລົງ​ຮອດ​ຂັ້ນ​ຮາກ​ຖານ. ວຽກງານຊອກ​ຫາ, ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ​ ກໍ່​ໄດ້ປະຕິບັດຢ່າງ​ແໜ້ນແຟ້ນ ແລະ ມີປະສິດທິຜົນ.

ທ່ານ ​ເຈີ່ນຫາຍເຈົາ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປັບປຸງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ແຂວງ​ ກວາງ​ບິ່ງ ​ແລະ ​ແຂວງ​ຊາຍ​ແດນ ລາວ ຄື ​ແຂວງ​ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ. ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ແຂວງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງຊາດ.

ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ

ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ

ຍສໝ - ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ໂລກມີການຜັນແປ, ວຽກງານການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ສືບ​ຕໍ່​ສ້າງ​ສະພາບ​ການ​ການ​ຕ່າງປະ​ເທດ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ໜ້າປະທັບໃຈ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ນໍາປະ​ເທດ​ຫວຽດນາມ ​ໃຫ້​ມີ​ທ່າ​ແຮງ, ທີ່​ຕັ້ງ ​ແລະ ມີຄວາມໄວ້ວາງໃຈຈາກສາກົນ​ຄື​ປະຈຸ​ບັນນີ້.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຫາກໍອອກມະຕິສະບັບ​​ເລກທີ 1517/QD-UBND ລົງ​​ໃນ​ວັນ​ທີ 24 ມິຖຸນາ 2024 ອະນຸມັດ​ບ້ວງ​ເງິນ​ໜູນ​ຊ່ວຍ​ກວ່າ 4,3 ຕື້​ດົ່ງ ຈາກ​ໂຄງການ​ໜູນ​ຊ່ວຍ​ການເບິ່ງ​ແຍງ​, ການສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ​ໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.

ມີງດຶກ

ເຫດການ
302 Found

Found

The document has moved here.